ຫຼາຍພາກສ່ວນອອກແຮງງານ ກໍ່ສ້າງເສັ້ນທາງເບຕົງຂຶ້ນວັດຈອມເພັດ

ພະນັກງານອົງການຈັດຕັ້ງມະຫາຊົນ 3 ຮາກຖານ ປະກອບມີ: ສະຫະພັນກຳມະບານເມືອງ, ສະຫະພັນແມ່ຍິງເມືອງ ແລະ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງຈອມເພັດ ໄດ້ພ້ອມກັນຈັດຂະບວນການອອກແຮງານ ກໍ່ສ້າງເສັ້ນທາງເບຕົງຂຶ້ນວັດຈອມເພັດ ໃນວັນທີ 26 ມີນາ ຜ່ານມານີ້, ໂດຍມີຄະນະນຳຂອງເມືອງ, ຫົວໜ້າ-ພະນັກງານອົງການຈັດຕັ້ງມະຫາຊົນ, ສະມາຊິກກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ ພ້ອມດ້ວຍ ປະຊາຊົນບ້ານອ້ອມຂ້າງ ເຂົ້າຮ່ວມ.
 
ເສັ້ນທາງຂຶ້ນວັດຈອມເພັດ ແມ່ນເສັ້ນທາງສຳຄັນທີ່ປະຊາຊົນ ແລະ ຊາວພຸດທະສາສະນິກະຊົນທັງພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ນຳໃຊ້ຂຶ້ນໄປທຳບຸນ, ກາບໄຫວ້ ສັກກາລະບູຊາ, ໃນວັນພຣະ-ວັນສິນ ແລະ ງານບຸນປະເພນີ, ກ່ອນໜ້ານີ້ເສັ້ນທາງລົດ ມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະໃນເວລາຝົນຕົກ, ດ້ວຍເຫດນັ້ນ ພະອາຈານ ອານຸສອນ ອະນຸສາໂຣ ຫົວໜ້າຫ້ອງການອົງການພຸດທະສາສະໜາສຳພັນລາວ ເມືອງຈອມເພັດ ທັງເປັນເຈົ້າອະທິການວັດຈອມເພັດ ຈຶ່ງໄດ້ປຸກລະດົມວັດຖຸປັດໄຈ ນຳອອກຕົນຍາດໂຍມ ຊາວພຸດທະສາສະນິກະຊົນ ຜູ້ໃຈບຸນ ປະກອບສ່ວນເປັນທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງຂຶ້ນຫາວັດຈອມເພັດ ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພ ໃຫ້ແກ່ການສັນຈອນ ຂອງຊາວພຸດທະສາສະນິກະຊົນ ຜູ້ທີ່ຈະຂຶ້ນໄປປະຕິບັດກິດຈະກຳທາງສາສະໜາ, ທັງເປັນສິ່ງອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ຂຶ້ນໄປສຳຜັດກັບສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ຂອງວັດຈອມເພັດ ທີ່ປະກອບດ້ວຍລວດລາຍສີລະປະວັດທະນະທຳລ້ານຊ້າງພາຍໃນພັດທະສີມມາ ແລະ ຊົມທີວທັດທຳມະຊາດ ຂອງເມືອງມໍລະດົກໂລກ ຫຼວງພະບາງ ຕື່ມອີກ.
 
ໃນຂະບວນການຄັ້ງນີ້, ບັນດາສະມາຊິກກຳມະບານ ໄດ້ຮັບຜິດຊອບວຽກດ້ານວິຊາການປະສົມຊີມັງ, ແມ່ຍິງໄດ້ຮັບຜິດຊອບຈັດສັນອາຫານ ແລະ ນໍ້າດື່ມ ໃຫ້ແກ່ກຳລັງແຮງານ, ສ່ວນຊາວໜຸ່ມໄດ້ປະກອບສ່ວນແຮງແບກຫາບ, ຂົນວັດສະດຸ ແລະເທເບຕົງ, ເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ກຳລັງສັດທາທີ່ເຫຼື້ອມໃສນຳພຸດທະສາສະໜາ. ນອກຈາກບັນດາອົງການຈັດຕັ້ງມະຫາຊົນ ໄດ້ມີກຳລັງທະຫານ ແລະ ຕໍາຫຼວດຂອງເມືອງ ພ້ອມດ້ວຍປະຊາຊົນບ້ານອ້ອມຂ້າງ ໄດ້ພ້ອມກັນປະກອບສ່ວນແຮງງານໃນການກໍ່ສ້າງ ໂດຍຜັດປ່ຽນກັນແຕ່ລະວັນ ເພື່ອເຮັດໃຫ້ການກໍ່ສ້າງສຳເລັດຕາມແຜນການທີ່ກຳນົດ, ໂອກາດນີ້ ຂໍເຊີນຊວນຊາວພຸດທະສາສະນິກະຊົນຜູ້ໃຈບຸນ ຮ່ວມອານຸໂມທະນາບຸນດ້ວຍການຖວາຍວັດຖຸ ແລະ ປັດໄຈ ເພື່ອກໍ່ສ້າງເສັ້ນທາງເບຕົງ ແລະ ບູລະນະວັດຈອມເພັດ ຕາມກຳລັງສັດທາ ຊຶ່ງສາມາດຕິດຕໍ່ໂດຍກົງກັບເຈົ້າອະທິການວັດ.
ຂ່າວ-ພາບ: ພັນທະລີ ສຸກຂະເສີມ