
ຕາມຂ່າວຈາກ ເວເນຊູເອລາ, ວັນທີ 26 ມິຖຸນານີ້, ທ່ານ ທອມ ເຟຣ ເຊີ ຮອງເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ(ສປຊ) ທີ່ຮັບຜິດຊອບ ວຽກງານມະນຸດສະທຳ ທັງເປັນ ຜູ້ປະສານງານ ການກອບກູ້ ສຸກເສີນ ໄດ້ ກ່າວວ່າ: ຫລັງຈາກ ເກີດແຜ່ນດິນໄຫວ ທີ່ຮ້າຍແຮງຂະໜາດ 7ຣິກເຕີ ຢູ່ເວເນຊູເອລາ ເຮັດໃຫ້ມີຜູ້ສູນຫາຍ ຫລາຍກວ່າ 50.000 ຄົນ ແລະ ເສຍ ຊີວິດ 2,900ກວ່າ, ຕົວເລກ ຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນ ຢ່າງຫລວງ ຫລາຍ. ປັດຈຸບັນ ມີ ຍັງສືບຕໍ່ການຄົ້ນຫາ ຢູ່ໃນຊາກອາຄານ ແມ່ນໜ້າທີ່ ລຳບາກທີ່ສຸດ. ປະຊາຄົມສາກົນ ພວມເພີ່ມທະວີ ການໜູນຊ່ວຍເຫລືອ ເວເນຊູເອລາ. ໂດຍບັນດາທິມ ກູ້ໄພກູ້ຊີບ ມາຈາກ ເອສະວາໂດ, ເມັກຊີກ, ສະວິດ, ແອັດສະປາຍ, ຈີເລ ແລະ ເຢຍລະມັນ ພ້ອມກັບ ຫລາຍປະເທດອື່ນ ພວມມີໜ້າ ຫລື ພວມເດີນທາງ ມາຍັງສະຖານທີ່ເກີດເຫດ. ສ.ອາເມລິກາ ກໍ່ຜັນຂະຫຍາຍບັ້ນກູ້ ຊ່ວຍຂອບຂະໜາດໃຫຍ່ ດ້ວຍກຳປັນສູ້ຮົບ, ເຮືອບິນຂົນສົ່ງ, ເຮລີກົບເຕີ ແລະ ໃຫ້ຄຳໝັ້ນສັນຍາ ໜູນຊວ່ຍເງິນ 150 ລ້ານໂດລາ ສະຫະລັດ. ອີງຕາມຂໍ້ມູນ ຈາກສະຖານທູດຈີນ ປະຈຳ ເວເນຊູເອລາ ໃຫ້ຮູ້ວ່າ: ນັບມາ ຮອດວັນທີ 27 ມິຖຸນານີ້, ຕາມສະຖິຕິ ທີ່ຍັງບໍ່ທັນຄົບຖ້ວນ, ສະມາ ຄົມຮ່ວມ ຊາວຈີນ ຕ່າງດ້າວ ແລະ ຊາວເຊື້ອ ສາຍຈີນ ທີ່ອາໄສຢູ່ ເວເນຊູ ເອລາ ແລະ ອົງການຈັດຕັ້ງຊາວຈີນຕ່າງດ້າວອື່ນໆ ໄດ້ຈັດຕັ້ງ ການບໍລິຈາກ ເຄື່ອງ ຊ່ວຍ ເຫລືອ ບັນເທົາທຸກ 500 ໂຕນ, ລວມທັງ ນ້ຳດື່ມ, ເຂົ້າໜົມປັງ, ນົມ, ເຂົ້າ, ນ້ຳຕານ, ຊີ້ນ, ປາ ແລະ ອື່ນໆ, ເຊິ່ງໄດ້ຊ່ວຍເຫລືອ ຄອບຄົວ ຊາວເວເນຊູເອ ລາ ທີ່ປະສົບໄພດັ່ງກ່າວ ເກືອບ 10,000 ຄອບຄົວ.