ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງປາກກະດິງ

ໃນວັນທີ 27 ມິຖຸນາ 2026, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ; ມີ ທ່ານ ລັດຖະມົນຕີ ກະຊວງໂຍ ທາທິການ ແລະ ຂົນສົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ-ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ດາວ ດວງພະຈັນ ຮອງປະທານຄະນະກຳມະການປົກຄອງເມືອງປາກກະດິງ ໄດ້ລາຍງານໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ, ສະພາບຈຸດພິ ເສດທາງດ້ານທີ່ຕັ້ງ, ທ່າແຮງ ແລະ ຂໍ້ຈຳກັດ ໃນການພັດທະ ນາຂອງເມືອງ, ລວມທັງ ຜົນສຳເລັດທີ່ພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ເຫັນວ່າ: ທົ່ວເມືອງ ມີ 4 ຕາແສງ, ມີ 47 ບ້ານ, ມີ 10.506 ຄອບຄົວ. ໃນນັ້ນ, ມີຄອບຄົວບໍ່ທັນພົ້ນທຸກ 4 ຄອບຄົວ, ພົນລະເມືອງ ທັງໝົດ 63.143 ຄົນ ຍິງ 32.187 ຄົນ; ການເກັບລາຍຮັບເຂົ້າງົບປະມານ ປີ 2026 ຮອດປັດຈຸບັນ ປະຕິບັດໄດ້ 8,4 ຕື້ກວ່າກີບ ເທົ່າກັບ 46% ຂອງແຜນການປີ; ມີເນື້ອທີ່ປູກເຂົ້ານາປີ 8,310 ເຮັກຕາ, ສະມັດຕະພາບ 3,5 ໂຕນ/ເຮັກຕາ, ການອອກໃບຕາດິນເປັນລະບົບໄດ້ 4.609 ຕອນ ເທົ່າກັບ 58% ຂອງແຜນໂຄງການ; ໄດ້ປຸກລະດົມປະຊາຊົນສົມທົບທຶນກໍ່ສ້າງທາງເບຕົງ ໄດ້ 4 ເສັ້ນ, ມູນຄ່າ 1,1 ຕື້ກວ່າກີບ, ປຸກລະ ດົມປະຊາຊົນສ້ອມແປງທາງຮ່ອມ ພາຍໃນບ້ານ ໄດ້ 26 ເສັ້ນ,ມູນຄ່າ 400 ລ້ານກວ່າກີບ ແລະ ຂົວຂ້າມນໍ້າ 4 ແຫ່ງ, ມູນຄ່າ 430 ລ້ານກວ່າກີບ.
ພ້ອມກັນນີ້, ທ່ານ ເສັງເຮີ່ ລີຈາງ ຮອງປະທານຄະນະກໍາມະການຕາແສງທົ່ງນາມີ ກໍໄດ້ລາຍງານວ່າ: ບ້ານທົ່ງນາມີ ຂຶ້ນກັບຕາແສງທົ່ງນາມີ, ມີເນື້ອທີ່ 4.000 ກວ່າເຮັກຕາ, ມີ 3 ຊົນເຜົ່າໃຫຍ່ ຄື: ເຜົ່າມົ້ງ ກວມ 50%, ເຜົ່າກຶມມຸ ກວມ 10% ແລະ ເຜົ່າລາວລຸ່ມ ກວມ 40%, ມີ 1.328 ຄອບຄົວ, ມີ 1.444 ຫຼັງຄາເຮືອນ, ພນລະເມືອງທັງໝົດ 10.540 ຄົນ ຍິງ 5.150 ຄົນ; ມີໂຮງຮຽນທັງໝົດ 3 ແຫ່ງ, ເສັ້ນທາງຮ່ອມ ພາຍໃນບ້ານ 27 ເສັ້ນ. ໃນນັ້ນ,ກໍ່ສ້າງເປັນທາງເບຕົງແລ້ວ 3 ເສັ້ນ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ປຸກລະດົມປະຊາຊົນ ສົມ ທົບທຶນກໍ່ສ້າງທາງເບຕົງ ເພື່ອສາມາດເຊື່ອມຕໍ່ ລະຫວ່າງ ບ້ານຕໍ່ບ້ານ, ເຮືອນຕໍ່ເຮືອນ ໃຫ້ມີຄວາມສະດວກສະບາຍ, ເອື້ອອຳນວຍ ໃຫ້ແກ່ພັດທະນາບ້ານ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະ ການຜະລິດກະສິກຳ, ການຄ້າຂາຍ, ການທ່ອງທ່ຽວ, ການລົງທຶນ ແລະ ອື່ນໆ; ສືບຕໍ່ນຳພາປະຊາຊົນ ພັດທະນາເສດຖະກິດ-ສັງຄົມ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເພື່ອປະ ກອບ ສ່ວນເຮັດໃຫ້ບ້ານ, ເມືອງ ແລະ ແຂວງ ສາມາດບໍລິ ຫານວຽກງານ, ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຫຼາຍຂຶ້ນ.
ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນ ໄດ້ເປັນສັກ ຂີພິຍານ ມອບ-ຮັບເຄື່ອງອຸປະກອນການແພດ ແລະ ເງິນ ເພື່ອສົມທົບທຶນກໍ່ສ້າງທາງເບຕົງພາຍໃນຕາແສງທົ່ງນາມີ ຈາກບໍລິສັດ ຈະເລີນ ເຊກອງ ພະລັງງານ ແລະ ໂຄງການໄຟຟ້ານໍ້າເທີນ-1 ລວມມູນຄ່າທັງໝົດ 1 ຕື້ກວ່າກີບ.