ເມືອງໂຂງ ສຳເລັດພິທີເປີດອົບຮົມການເມືອງ

ເມືອງໂຂງ ສຳເລັດພິທີເປີດອົບຮົມການເມືອງຫັດແອບການທະຫານ ເພື່ອຍົກສູງຂີດຄວາມສາມາດກຳລັງ ປກສ-ປກຊ ໃນ 2 ຕາແສງ
.
ພິທີເປີດອົບຮົມການເມືອງ-ຫັດແອບການທະຫານ ປະຈຳປີ 2026 ໃຫ້ກຳລັງ ປກສ-ປກຊ ໃນ 2 ຕາແສງຄື: ຕາແສງຫາດຊາຍຄູນ ແລະ ຕາແສງກະດັນ ໄດ້ດຳເນີນມາແຕ່ວັນທີ 18 ມິຖຸນາ 2026 ແລະ ໄດ້ສຳເລັດລົງຕາມລະດັບຄາດໝາຍໃນວັນທີ 26 ມິຖຸນາ; ດັ່ງນັ້ນ ໃນວັນທີ 27 ມິຖຸນາ 2026 ນີ້ ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ຈຶ່ງໄດ້ມີພິທີສະຫຼຸບວຽກງານດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຄັ້ງນີ້ໂດຍທ່ານ ພົນຈັດຕະວາ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມມີຄະນະປະຈຳພັກເມືອງ-ກຳມະການພັກເມືອງ, ຄະນະພັກ-ຄະນະບັນຊາ 2 ປະເພດກຳລັງ, ຄະນະຮັບຜິດຊອບ, ຄູ-ອາຈານ, ປະທານຄະນະກຳມະການປົກຄອງຕາແສງ, ປະທານປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ພັນໂທ ສົມໄຊ ຄຳມະນີຈັນ ຮອງຜູ້ບັນຊາການທະຫານ ໄດ້ຜ່ານບົດສະຫຼຸບໂດຍສັງເຂບວ່າ: ຕະຫຼອດໄລຍະເວລາຂອງການອົບຮົມ, ນັກສໍາມະນາກອນທັງໝົດ ແມ່ນໄດ້ສຸມໃສ່ຄົ້ນຄວ້າຮ່ຳຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢ່າງເຂັ້ມງວດ ເຊິ່ງເນື້ອໃນຕົ້ນຕໍປະກອບມີ: ອົບຮົມພາກການເມືອງ (ຮຽນ 2 ວັນ): ເອກະສານມູນເຊື້ອຂອງກອງທັບປະຊາຊົນລາວ, ເອກະສານ ສິດ ແລະ ໜ້າທີ່ ພາລະບົດບາດ ມາດຖານເງື່ອນໄຂຂອງກອງຫຼອນ, ເອກະສານການຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ຜ່ານການຕີລາຄາຄວາມຮັບຮູ້ບັນລຸໄດ້ 85%. ພາກສິລະປະຍຸດ: ເອກະສານ ຫັດແອບລະບຽບຮູບແຖວ ໝູ່, ໝວດ, ກອງຮ້ອຍ, ເອກະສານບຸກຄົນມືເປົ່າຄົງທີ່ ແລະ ເຄື່ອນທີ່, ເອກະສານຄຸນຄ່າ ສະມັດຕະພາບ ແລະ ການປະກອບສ້າງປືນ AK, CKC ແລະ ວິທີປົກປັກຮັກສາ, ເອກະສານ 3 ທ່າຍິງປືນຮາບ ແລະ ວິທີຍິງບົດເປີດສາກເປົ້າເລກ 4 ໄລຍະ 100 ແມັດ. ຜ່ານການຕີລາຄາຄວາມຮັບຮູ້ບັນລຸໄດ້ 75%. ພາກຍຸດທະວິທີ: ເອກະສານທີ່ນຳມາອົບຮົມ ແມ່ນບຸກຄົນເຄື່ອນຍ້າຍເທິງໜ້າສະໜາມ, ບຸກຄົນອາໄສພູມມິປະເທດ ແລະ ຮຽນຫຼັກການຮູບແຖວ ຈຸ, ໝູ່ ປ້ອງກັນເວນຍາມກຸ່ມບ້ານ, ຜ່ານການຕີລາຄາຄວາມຮັບຮູ້ບັນລຸໄດ້ 70%.
ໃນຕອນທ້າຍພິທີ, ປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ກຳລັງກອງຫຼອນ-ປກສ ບ້ານ ຈົ່ງສ້າງຄວາມເຂົ້າໃຈ ແລະ ເອົາໃຈໃສ່ຕື່ມໃນການຜ່ານຜ່າຂໍ້ຄົງຄ້າງ ເປັນຕົ້ນແມ່ນ: ສະພາບດິນຟ້າອາກາດທີ່ຮ້ອນອົບເອົ້າ ແລະ ບາງມື້ມີຝົນຕົກ ເຊິ່ງເປັນອຸປະສັກແກ່ການຫັດແອບ. ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍ ນຳເອົາບົດຮຽນ, ວິຊາສະເພາະ ແລະ ລະບຽບວິໄນ ທີ່ໄດ້ຖອດຖອນໄດ້ຈາກຊຸດອົບຮົມຄັ້ງນີ້ ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ພາຍໃນກຸ່ມບ້ານ ແລະ ທ້ອງຖິ່ນຂອງຕົນ ເພື່ອຮັບປະກັນໃຫ້ທ້ອງຖິ່ນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ກາຍເປັນກຳລັງທີ່ເຂັ້ມແຂງໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານຢ່າງແທ້ຈິງ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ