ເມືອງຈໍາພອນ ເປີດນໍາໃຊ້ຂົວເບຕົງເສີມເຫຼັກ ມູນຄ່າ 10 ຕື້ກວ່າກີບ

ເສັ້ນທາງ PR-6303 ແຕ່ບ້ານນາຄູ ເຂົ້າຫາແກ້ງກອກ ເປັນເສັ້ນທາງຍຸດທະສາດ ຂອງຊາວເມືອງຈໍາພອນ ແຂວງສະຫວັນນະເຂດ ທີ່ສັນຈອນແຕ່ ຫຼັກ35 ຫາ ຕົວເມືອງຈໍາພອນ ອອກສູ່ເມືອງຊົນນະບູລີ ເຊິ່ງໄລຍະຜ່ານມາ ການນໍາແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ແກ້ໄຂຢ່າງຕໍ່ເນື່ອງ ແຕ່ການສັນຈອນ ກໍຍັງບໍ່ຖາວອນ ເພາະເປັນຂົວເຫຼັກ ເຂດດັ່ງກ່າວ ເປັນພື້ນທີ່ຕໍ່າ ນໍ້າອັ່ງເປັນຈໍານວນຫຼາຍ ສົ່ງຜົນໃຫ້ສົ້ນຂົວຫຼຸບລົງ ການໄປມາ ຈຶ່ງພົບຄວາມບໍາບາກ ໂດຍສະເພາ ລະດູຝົນ;
ສະນັ້ນ ເລີ່ມແຕ່ຕົ້ນປີ 2026 ການນໍາແຂວງ ແລະ ເມືອງ ຈຶ່ງຕັດສີນໃຈ ສ້າງຂົວເບຕົງເສີມເຫຼັກ ໃນ2ບ້ານ ເປັນຈຸດໄກ້ຄຽງກັນ.ສະນັ້ນ ດ້ວຍຜົນງານຂອງທຸກພາກສ່ວນ ໃນຕອນເຊົ້າວັນທີ 24 ມິຖຸນາ 2026 ຢູ່ທີ່ບໍລິເວນກາງຂົວ ຫ້ວຍຕະໂອຍ ບ້ານນາຄູ ໄດ້ຈັດພິທີເປີດການນໍາໃຊ້ ຂົວເບຕົງເສີມເຫຼັກ 2ແຫ່ງ ຄື:ຂົວຫ້ວຍຕະໂອຍ ບ້ານາຄູ ແລະ ຂົວຫ້ວຍເລີງທົ່ມ ບ້ານພະແລງ ເມືອງຈໍາພອນ,ເຂົ້າຮ່ວມໃນພິທີສໍາຄັນຄັ້ງນີ້ ມີທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ທ່ານຄໍາຜຸຍ ສີບຸນເຮືອງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານເສດຖະກິດ,ທ່ານ ສີໂທ ທໍລະທາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຈໍາພອນ,ມີທ່ານ ປາຊັນ ວອນມະຫາໄຊ ປະທານບໍລິສັດ ຊັນໄຊ ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາ.
ທ່ານ ຄໍາຕາ ສິນນະສອນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈໍາພອນ ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທໍ່ຫຼ່ຽມຫ້ວຍເລິງທົ່ມ ແລະ ຫ້ວຍຕະໂອຍ ເຊິ່ງເປັນການຈັດຕັ້ງປະຕິບັດໂຄງການ ທີ່ນອນໃນແຜນມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ9 ຂອງອົງຄະນະພັກເມືອງວາງອອກ ແຕ່ປີ2025-2029 ແລະ ຄວາມຮຽກຮ້ອງຕ້ອງການ ຂອງພໍ່ແມ່ປະຊາຊົນ,ສັງຄົມ ເພື່ອໃຫ້ການໄປມາສະດວກສະບາຍ,ການຂົນສົ່ງສິນຄ້າການບໍລິການຕ່າງໆໃຫ້ມີຄວາມຮັບປະກັນ ສ້າງທ່າແຮງໃນການພັດທະນາບ້ານເມືອງ.
ເສັ້ນທາງແຕ່ຫຼັກ35 ຫາ ແກ້ງກອກ ເປັນເສັ້ນທາງຍຸດທະສາດທີ່ສໍາຄັນ ໃນການຂົນສົ່ງສິນຄ້າ,ການບໍລິການ ແລະ ການທ່ອງທ່ຽວ ເປັນເສັ້ນທາງເຊື່ອມຈອດ ລະຫວ່າງ ເມືອງຊົນນະບູລີ,ເມືອງຈໍາພອນ ອອກສູ່ເສັ້ນທາງເລກທີ 13 ທາງຫຼວງແຫ່ງຊາດ;ໂຄງການກໍ່ສ້າງຂົວຫ້ວຍເລິງທົ່ມ ຂະໜາດປະຕູນໍ້າ 4ຊ້ອງ,ກວ້າງ 5ແມັດ,ສູງ4ແມັດ ມູນຄ່າ 5 ຕື້1 ຮ້ອຍ 12 ລ້ານກີບ;ສ່ວນຂົວຫ້ວຍຕະໂອຍ ຂະໜາດປະຕູນໍ້າ 4ຊ້ອງ,ກວ້າງ 5ແມັດ,ສູງ 4ແມັດ ມູນຄ່າ5ຕື້ 3ຮ້ອຍ67ລ້ານກີບ ເຊິ່ງໄດ້ຈັດການປະມູນ ຢູ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.ຈາກນັ້ນ ບໍລິສັດ ຊັນໄຊ ກໍສ້າງຂົວທາງ ຈໍາກັດຜູ້ດຽວ ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ຕົ້ນປີ2026 ດ້ວຍຄວາມຮັບຜິດຊອບສູງ ມາຮອດປັດຈຸບັນ ແມ່ນສໍາເລັດກ່ອນກໍານົດເວລາ ແລະ ມີຄວາມພ້ອມໃນການເປີດການນໍາໃຊ້ ເພື່ອສາທາລະນະປະໂຫຍດທຸກພາກສ່ວນໃນສັງຄົມ.ຄຽງຄູ່ກັນນີ້ ບໍລິສັດ ຜູ້ຮັບເໝົາ ຍັງໄດ້ຕິດຕັ້ງໄຟໂຊລ້າເຊວ ຈໍານວນ 23 ຊຸດ ມູນຄ່າ 2ຮ້ອຍ64ລ້ານ5ແສນກີບ ແລະ ປູກໄມ້ປະດັບ ບໍລິເວນ 2 ຂອບທາງ 40 ຕົ້ນ.
ທ່ານສີໂທ ທໍລະທາ ກໍາມະການພັກແຂວງ ເລຂາພັກເມືອງຈໍາພອນ ກ່າວມີຄໍາເຫັນເປີດພິທີວ່າ:ໂຄງການກໍ່ສ້າງຂົວເບຕົງເສີມເຫຼັກ 2ແຫ່ງນີ້ ແມ່ນການຍົກລະດັບເພີ່ມຄວາມສາມາດ ໃນການຮັບນໍ້າໜັກລົດບັນທຸກ ທົດແທນຂົວເບເລ ຫຼື ຂົວເຫຼັກເກົ່າ ທີ່ເປ່ເພມາຫຼາຍປີ ຂົວ2ແຫ່ງ ເປັນໂຄງການກໍ່ສ້າງທໍ່ຫຼ໋ຽມ ມູນຄ່າທັງໝົດ 10ຕື້4ຮ້ອຍກວ່າລ້ານກີບ,ຍ້ອນຄວາມເອົາໃນໃສ່ ຂອງຜູ້ຮັບເໝົາກໍ່ສ້າງ ແລະ ຄະນະຮັບຜິດຊອບຕິດຕາມຊຸກຍູ້ໂຄງການຢ່າງໄດ້ຊິດຕິດແທດ.ຂົວແຫ່ງນີ້ ຈະເປັນຂົວທີ່ມີຄວາມແໜ້ນໜາທົນທານ,ນໍາໃຊ້ໄດ້ຫຼາຍປີ ເຮັດໃຫ້ການສັນຈອນໃຊ້ເວລາສັ້ນລົງ ມີຄວາມສະດວກໃນການເດີນທາງ ເປັນສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ ຕາມວົງຈອນການທ່ອງທ່ຽວ ທີ່ແຂວງ ແລະ ເມືອງກໍານົດ ສາມາດແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນຢ່າງຖືກຈຸດ ເພາະເປັນເສັນທາງຍຸດທະສາດ ໃນການພັດທະນາຂອງເມືອງຈໍາພອນ; ໃນໄລຍະຜ່ານມາ ການນໍາເມືອງ ແລະ ແຂວງ ໄດ້ເອົາໃຈໃສ່ຊອກທຸກວິທີທາງ ເພື່ອເຮັດໃຫ້ເສັ້ນທາງ ເຂົ້າຫາຕົວເມືອງ ໃຫ້ໄດ້ປູຢາງ ແລະ ກໍ່ສ້າງຂົວ ເພື່ອຮັບປະກັນໃນການສັນຈອນຄ້າຂາຍ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ ແລະ ສ້າງເມືອງຈໍາພອນ ໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ ໃນ ປີ 2028.
ໃນພິທີຄະນະນໍາຂອງແຂວງ ແລະ ເມືອງ ກໍໄດ້ຮ່ວມກັນຕັດແຖບຜ້າດປ່ອຍປຸ້ມເປົ້າ ແລະ ລັ່ນຄ້ອງ9ບາດ ເປັນສິລິມຸງຄັນ ຜົນສໍາເລັດ ການນໍາໃຊ້ຂົວ2ແຫ່ງ; ຈາກນີ້ ກໍໄດ້ຮ່ວມກັນ ປູກຕົ້ນໄມ້ໃຫຍ່ ແລະ ຕົ້ນໄມ້ນ້ອຍ ເພື່ອປະດັບສ້າງຄວາມສວຍງາມ ແລະ ຮົ່ມເຢັນ ບໍລິເວນ2ຂອບທາງ.