6 ເດືອນຕົ້ນປີ ຫຼວງພະບາງມີບ້ານປ້ອງກັນຊາດເຂັ້ມແຂງເພີ່ມຂຶ້ນ 14 ບ້ານ

ໃນວັນທີ 24 ມິຖຸນາຜ່ານມາ, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ (ປກສ) 6 ເດືອນຕົ້ນປີ ທີ່ສະໂມສອນກອງບັນຊາການທະຫານແຂວງ, ມີຄະນະບັນຊາກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດລາຍງານ ຍົກໃຫ້ເຫັນວຽກງານຫຼາຍດ້ານທີ່ຜົ້ນເດັ່ນ ເປັນຕົ້ນ ໄດ້ເອົາໃຈໃສ່ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ປະເມີນຄອບຄົວບ້ານປ້ອງກັນຊາດເຂັ້ມແຂງໃນ 11 ເມືອງ-ນະຄອນ-ຫຼວງພະບາງ, ປະກາດຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນທົ່ວແຂວງໄດ້ 2 ເມືອງ, ມີ 14 ບ້ານ 1,095 ຄອບຄົວ, ເຄື່ອນໄຫວຊຸກຍູ້ພະນັກງານກໍ່ສ້າງຮາກຖານບ້ານຫຼໍ່ແຫຼມ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ຕິດພັນກັບການກວດກາ ຕິດຕາມ, ຂຶ້ນສະຖິຕິເກັບກຳບັນດາເປົ້າໝາຍທີ່ກໍ່ອາດສະຍາກໍາ ໃນເຂດເທສະບານ ນະຄອນ-ຫຼວງພະບາງ, ເມືອງນໍ້າບາກ, ເມືອງໂພນທອງ, ຕິດຕາມກຳແໜ້ນກຸ່ມເປົ້າໝາຍເລື່ອນ ລອຍຢູ່ປ່າອອກມາສ້າງຊີວິດໃໝ່ໄດ້ 109 ຄອບຄົວ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີທັງໝົດ 83 ບ້ານ, 11,955 ຄອບຄົວ, ຕິດຕາມກຸ່ມຄົນບໍ່ຫວັງດີ ທີ່ສວຍໃຊ້ສາສະໜາຕ່າງປະເທດ, ຄຸ້ມຄອງອາຊີບ-ພາ ຫະນະພິເສດໃຫ້ເຄື່ອນໄຫວຕາມລະບຽບກົດໝາຍ, ສໍາເລັດການເປີດອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ຢູ່ກຸ່ມທອງສີ ເມືອງໂພນທອງມີ 6 ບ້ານ 178 ຄົນ ຍິງ 8 ຄົນ, ອົບຮົມ-ຫັດແອບໃຫ້ກໍາລັງກອງຫຼອນທົ່ວໄປໄດ້ 1 ກອງຮ້ອຍ 164 ຄົນ, ອົບຮົມ-ຫັດແອບວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງເປົ້າ ໝາຍ 3 ຊຸດທີ 6 ໄດ້ 1 ຊຸດມີ 29 ຄົນ ຍິງ 5 ຄົນ, ອົບຮົມ-ຫັດແອບໃຫ້ນັກສຶກສາມະຫາວິທະຍາໄລສຸພານຸວົງ, ວິທະຍາໄລຄູຫຼວງພະບາງ ແລະ ສະຖາບັນຍຸຕິທຳແຫ່ງຊາດ ສາຂາຫຼວງພະບາງ ສົກຮຽນ 2025-2026 ມີ 1,452 ຄົນ ຍິງ 470 ຄົນ, ອົບຮົມ-ຫັດແອບວິຊາສຶກສາພື້ນຖານປ້ອງກັນຕົວ ໃຫ້ນັກຮຽນມັດທະຍົມຕອນປາຍ, ພ້ອມນີ້, ໄດ້ສຸມໃສ່ວຽກງານຄຸ້ມຄອງຄົນຕ່າງປະເທດ, ອອກໃບອະນຸຍາດພັກເຊົາໃຫ້ຊາວຕ່າງປະເທດ 2,782 ຄົນ ຍິງ 576 ຄົນ, ຜູ້ເຖົ້າ 94 ຄົນ, ເດັກ 58 ຄົນ, ກວດກາເອກະສານແຕ່ງດອງ 190 ຄູ່, ມີ 20 ສັນຊາດ, ແຕ່ງງານນອກດິນແດນ 98 ຄູ່, ແຕ່ງງານໃນດິນແດນ 92 ຄູ່, ຄົນຕ່າງປະເທດມາອອກແຮງງານ-ດໍາເນີນທຸລະກິດທັງໝົດ 1,701 ຄົນ ຍິງ 440 ຄົນ ມີ 39 ສັນຊາດ, ມ້າງກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ 85 ລາຍ, ກັກຕົວຜູ້ຖືກຫາ 117 ຄົນ ຍິງ 15 ຄົນ, ຕ່າງປະເທດ 8 ເລື່ອງ, ຜູ້ຖືກຫາ 8 ຄົນ, ຍຶດຂອງກາງຢາເສບຕິດປະ ເພດພາຫະນະ ແລະ ເຄື່ອງສື່ສານອີກຈໍານວນໜຶ່ງ, ເອົາໃຈໃສ່ວຽກງານລ້ຽງສັດ: ຜ່ານມາທັງສອງກໍາລັງມີສັດລ້ຽງປະເພດງົວ-ຄວາຍ 769 ໂຕ, ເພີ່ມຂຶ້ນ 215 ໂຕ ລວມທັງໝົດ 984 ໂຕ, ໝູ-ແບ້ 633 ໂຕ, ລ້ຽງສັດປີກ 9,761 ໂຕ, ລ້ຽງປາ-ກົບທັງໝົດ 143,888 ໂຕ. ຕອນທ້າຍພິທີ, ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງມອບຄອມພີວເຕີຈໍານວນ 2 ຊຸດ ແລະ ເງິນສົດຈໍານວນ 60 ລ້ານກີບໃຫ້ສອງກໍາລັງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມ. ຂ່າວ: ບຸນເພັງ ວົງແກ້ວມະນີ; ພາບ: ລີໂດ ດວງສະຫວັນ+ທອງລິດ ແກ້ວທຸມມາ