ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາ ມະຊາດທີ່ຕ້ອງໄປສຳຜັດ

ທ່າມກາງພູເຂົາຫີນປູນສີຂຽວສົດ ແລະ ສາຍນໍ້າອັນຍິ່ງໃຫຍ່ ຂອງຕາດເຕີ້ທຽນ ຫລື ບານຢົກ (Detian-Ban Gioc Waterfall) ໄດ້ສ້າງ ພາບຄວາມງົດງາມອັນຕື່ນຕາຈົນກາຍເປັນໜຶ່ງໃນນໍ້າຕົກຂ້າມຊາຍແດນ ທີ່ມີຊື່ສຽງ ແລະ ງົດງາມທີ່ສຸດແຫ່ງໜຶ່ງຂອງໂລກ.
ນ້ຳຕົກຕາດແຫ່ງນີ້ຕັ້ງຢູ່ລະຫວ່າງ ແຂວງກວາງຊີ ຂອງ ສປ ຈີນ ແລະ ແຂວງ ກາວບັງ (Cao Bang) ຂອງ ສສ ຫວຽດນາມ ຊຶ່ງມີຄວາມສູງ ປະມານ 70 ແມັດ ແລະ ກວ້າງເປັນພິເສດ ຈົນໄດ້ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນ ນ້ຳຕົກຂ້າມຊາຍແດນທີ່ໃຫຍ່ທີ່ສຸດ ແລະ ກາຍເປັນໜຶ່ງໃນຈຸດໝາຍປາຍ ທາງທີ່ນັກທ່ອງທ່ຽວຈາກທົ່ວໂລກຢາກໄປສຳຜັດດ້ວຍຕົນເອງ. ສິ່ງທີ່ດຶງດູດ ນັກທ່ອງທ່ຽວ ຄື ຄວາມສວຍສົດງົດງາມຂອງສາຍນ້ຳທີ່ໄຫລລົງຜ່ານຊັ້ນ ຫີນຫລາຍລະດັບ ເກີດເປັນມ່ານນ້ຳສີຂາວຂະໜາດໃຫຍ່ ຕັດກັບສີຂຽວ ຂອງພູເຂົາ ແລະ ທົ່ງຫຍ້າ ສ້າງບັນຍາກາດອັນຕື່ນຕາຕື່ນໃຈໃຫ້ກັບຜູ້ພົບ ເຫັນຈົນເບິ່ງຄ້າຍຄືພາບແຕ້ມຈາກທຳມະຊາດ, ໂດຍສະເພາະໃນລະດູຝົນ ປະລິມານນ້ຳຈະເພ່ີ່ມຂຶ້ນ ເຮັດໃຫ້ນ້ຳຕົມມີຄວາມຍິ່ງໃຫຍ່ ແລະ ງົດງາມ ຫລາຍຂຶ້ນ.
ນອກຈາກການຊົມທິວທັດທຳມະຊາດທັງສອງຝາກຝັ່ງແລ້ວ, ນັກທ່ອງ ທ່ຽວຍັງສາມາດຂີ່ແພໄມ້ໄຜ່ ເຂົ້າໄປໃກ້ສາຍນໍ້າຕົກ ເພື່ອສຳຜັດລະອອງນ້ຳ ແລະ ບັນຍາກາດອັນສົດຊື່ນຈາກທຳມະຊາດ. ສຽງນ້ຳທີ່ກະທົບໃສ່ໂງ່ນຫີນ ຄວບຄູ່ກັບລະອອງນ້ຳທີ່ກະຈາຍໄປທົ່ວສ້າງຄວາມຮູ້ສຶກຜ່ອນຄາຍ ແລະ ເຮັດໃຫ້ເຮົາໃກ້ຊິດກັບທຳມະຊາດຢ່າງແທ້ຈິງ. ສ່ວນບໍລິເວນອ້ອມຮອບ ນໍ້າຕົກຍັງປະກອບມີພູເຂົາ, ທົ່ງນາ, ປ່າໄມ້ທີ່ອຸ ດົມສົມບູນ ແລະ ຊຸມຊົນ ທ້ອງຖິ່ນທີ່ຍັງຄົງມີວິຖີຊີວິດອັນລຽບງ່າຍ ອັນເຮັດ ໃຫ້ສະຖານທີ່ແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທ່ີດຶງດູດທ່ອງທ່ຽວຈາກທົ່ວໂລກຢາກເຂົ້າມາ ສຳຜັດ.
ດ້ວຍຄວາມສວຍສົດງົດງາມທີ່ໂດດເດັ່ນທາງພູມສັນຖານ ແລະ ຄວາມສົມບູນຂອງລະບົບນິເວດ ຕາດເຕີ້ທຽນ-ບານຢົກ ຈຶ່ງເປັນອີກໜຶ່ງ ສະຫວັນແຫ່ງທຳມະຊາດ ທີ່ຄວນໄປສຳຜັດຢ່າງໜ້ອຍຄັ້ງໜຶ່ງໃນຊີວິດ.