ແຜນການສຳຄັນສະບັບນີ້ຂອງຈີນ ຈະຊ່ວຍດຶງດູດການລົງທຶນຈາກຕ່າງປະເທດໄດ້ດີກວ່າເກົ່າ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ພາຍຫລັງຈີນ ໄດ້ເຜີຍແຜ່ “ແຜນປະຕິບັດງານເພື່ອສົ່ງເສີມຄວາມໝັ້ນທ່ຽງ ແລະ ຊຸກຍູ້ການນຳໃຊ້ປະໂຫຍດຈາກທຶນຕ່າງປະເທດໃຫ້ດີກວ່າເກົ່າ” ໃນວັນທີ 22 ມິຖຸນານີ້, ທ່ານ ໄຊແຢນ ຮອງຜູ້ອຳນວຍການໃຫຍ່ທົ່ວໂລກ ທັງເປັນຜູ້ອຳນວຍການໃຫຍ່ປະຈຳເຂດຈີນໃຫຍ່ ຂອງບໍລິສັດໂນໂວ ນໍດິສ (Novo Nordisk) ຂອງດານມາກ ທີ່ກຳລັງເຂົ້າຮ່ວມງານວາງສະແດງເພື່ອຊຸກຍູ້ຕ່ອງໂສ້ສະໜອງສາກົນ ຄັ້ງທີ 4 ທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງຂອງຈີນ ໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: “ການສະໜັບສະໜູນການລົງທຶນຈາກຕ່າງປະເທດຂອງຈີນ ບໍ່ແມ່ນເວົ້າລ້າໆ, ຫາກແມ່ນການເຮັດແທ້ທຳຈິງ ແລະ ແກ້ໄຂບັນຫາຕົວຈິງ ເຮັດໃຫ້ພວກເຮົາມີຄວາມໝັ້ນໃຈຢ່າງເຕັມປ່ຽມໃນການພັດທະນາຢູ່ຈີນ.”
 
ແຜນປະຕິບັດງານສະບັບນີ້ ໄດ້ສະເໜີ 15 ມາດຕະການ ທີ່ກວມເອົາ 5 ດ້ານ ຄື: ການຂະຫຍາຍການເຂົ້າເຖິງຕະຫລາດ, ການເພີ່ມຄວາມສະດວກໃຫ້ແກ່ການລົງທຶນຕ່າງປະເທດ, ການຍົກລະດັບການສົ່ງເສີມການລົງທຶນ, ການປັບປຸງລະບົບຮັບປະກັນການບໍລິການການລົງທຶນຕ່າງປະເທດໃຫ້ສົມບູນຂຶ້ນ ແລະ ການປັບປຸງການຄຸ້ມຄອງທຶນຕ່າງປະເທດໃຫ້ດີຂຶ້ນ ເຊິ່ງສາມາດຕອບສະໜອງຕາມຄວາມຕ້ອງການຂອງຈີນ ແລະ ຄວາມຄອງຄອຍຂອງໂລກ ພ້ອມທັງໄດ້ສ້າງໂອກາດການພັດທະນາທີ່ສຳຄັນໃຫ້ແກ່ການພັດທະນາຮ່ວມກັນຂອງປະເທດຕ່າງໆ.
 
ປັດຈຸບັນ, ຈີນ ໄດ້ຍົກເລີກມາດຕະການຈຳກັດຕໍ່ທຶນຕ່າງປະເທດໃນຂົງເຂດອຸດສາຫະກຳການຜະລິດ. ແຜນການດັ່ງກ່າວໄດ້ສຸມໃສ່ການເປີດກວ້າງການຂະຫຍາຍການເຂົ້າເຖິງຕະຫລາດໃນຂົງເຂດການບໍລິການ, ການທະນາຄານ ແລະ ອຸດສາຫະກຳຢາ ແລະ ການແພດ ເຊິ່ງບໍ່ພຽງແຕ່ສອດຄ່ອງກັບຄວາມຕ້ອງການຂອງຈີນ ໃນການຍົກລະດັບການພັດທະນາເສດຖະກິດເທົ່ານັ້ນ, ຍັງໄດ້ “ເປີດຊ່ອງທາງໃໝ່” ໃຫ້ແກ່ທຶນຕ່າງປະເທດອີກດ້ວຍ.
ໃນຂະນະດຽວກັນ, ແຜນການສະບັບນີ້ ຍັງໄດ້ສຸມໃສ່ເພີ່ມຄວາມສະດວກໃຫ້ແກ່ທຶນຕ່າງປະເທດໃນການລົງທຶນຢູ່ຈີນ ໂດຍສະເໜີມາດຕະການຕ່າງໆ ເຊັ່ນ: ວາງລະບຽບການປັບປຸງການຄຸ້ມຄອງການຄວບລວມ ແລະ ຊື້ກິດຈະການຂອງທຶນຕ່າງປະເທດໃຫ້ສົມບູນຂຶ້ນ, ປັບປຸງການຄຸ້ມຄອງການໄຫລວຽນຂ້າມຊາດຂອງຕົວເລກຂໍ້ມູນໃຫ້ດີຂຶ້ນ, ຊຸກຍູ້ການລົງທຶນຢູ່ຈີນ ເພີ່ມອີກຂອງທຶນຕ່າງປະເທດ, ອອກແຮງດຶງດູດວິສາຫະກິດທຶນຕ່າງປະເທດມາສ້າງຕັ້ງສູນຄົ້ນຄວ້າພັດທະນາຢູ່ຈີນ ແລະອື່ນໆ.
 
ນອກນີ້, ແຜນການສະບັບນີ້ຍັງໄດ້ສຸມໃສ່ການປັບປຸງລະບົບຮັບປະກັນການບໍລິການການລົງທຶນຕ່າງປະເທດໃຫ້ສົມບູນຂຶ້ນ ໂດຍໄດ້ສະເໜີມາດຕະການຕ່າງໆຢ່າງຮອບດ້ານ ເຊັ່ນ: ເຮັດໃຫ້ວິສາຫະກິດທຶນຕ່າງປະເທດມີຄວາມສະເໝີພາບເທົ່າທຽມກັບວິສາຫະກິດຈີນ, ສະໜັບສະໜູນການມີສ່ວນຮ່ວມຂອງວິສາຫະກິດທຶນຕ່າງປະເທດເຂົ້າໃນກິດຈະກຳຊຸກຍູ້ສົ່ງເສີມການບໍລິໂພກ, ປັບປຸງສະພາບແວດລ້ອມທາງທຸລະກິດໃຫ້ດີຂຶ້ນ ແລະ ອື່ນໆ. ທັງໝົດນີ້ຈະຊ່ວຍປົກປ້ອງການແຂ່ງຂັນທີ່ຍຸຕິທຳຂອງວິສາຫະກິດທຶນຕ່າງປະເທດ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດເຫລົ່ານີ້ຢ່າງແທ້ຈິງ.
 
ຕາມສະຖິຕິທີ່ຍັງບໍ່ຄົບຖ້ວນ, ປີ 2025, ມີວິສາຫະກິດທຶນຕ່າງປະເທດ 8.000 ກວ່າແຫ່ງ ໄດ້ເພີ່ມການລົງທຶນຢູ່ຈີນ, ເພີ່ມຂຶ້ນຫລາຍກວ່າ 10% ເມື່ອທຽບໃສ່ປີ 2024; 5 ເດືອນຕົ້ນປີນີ້, ມີວິສາຫະກິດທຶນຕ່າງປະເທດເກືອບ 4.000 ແຫ່ງ ໄດ້ເພີ່ມການລົງທຶນຢູ່ຈີນ.
ຄຽງຄູ່ກັບຈີນ ໄດ້ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຢ່າງຕໍ່ເນື່ອງ, ທຶນຕ່າງປະເທດຈະພັດທະນາຢູ່ຈີນ ໄດ້ “ດີກວ່າເກົ່າ”, “ກວ້າງຂວາງກວ່າເກົ່າ”, “ເລິກເຊິ່ງກວ່າເກົ່າ” ແລະ “ສະດວກກວ່າເກົ່າ”. ເຊັ່ນດຽວກັນກັບຄຳເວົ້າຂອງຜູ້ຮັບຜິດຊອບບໍລິສັດຂ້າມຊາດຫລາຍທ່ານ ທີ່ວ່າ: ທຶນຕ່າງປະເທດພວມສ້າງອະນາຄົດທີ່ດີງາມກວ່າເກົ່າກັບຈີນ ໂດຍຜ່ານຈາກການເຊື່ອມໂຍງເຂົ້າສູ່ຕະຫລາດຈີນ ຢ່າງເລິກເຊິ່ງ.