6 ເດືອນຕົ້ນປີ ໄຊຍະບູລີ ມີອາຊະຍາກໍາທົ່ວໄປເກີດຂຶ້ນ 125 ລາຍ

ໃນໄລຍະ 6 ເດືອນຜ່ານມາ ຢູ່ແຂວງໄຊຍະບູລີ ມີອາຊະຍາກໍາທົ່ວໄປເກີດຂຶ້ນ 125 ລາຍ (ບໍ່ນັບຄະດີຢາເສບຕິດ), ຊຶ່ງສາມາດແກ້ໄຂໄດ້ 86 ລາຍ, ກັກຕົວຜູ້ກະທໍາຜິດໄດ້ 208 ຄົນ, ຍິງ 35 ຄົນ (ຄົນຕ່າງປະເທດ 66 ຄົນ).
ທ່ານ ພັນເອກ ສຸກສົມພອນ ທອງຄໍາ ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ໄຊຍະບູລີ ໄດ້ລາຍງານໃນກອງປະຊຸມ ສະຫລຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ໃນວັນທີ 25 ມິຖຸນາ 2026 ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີຢູ່ນອກຊາຍແດນ ແລະ ບໍລິເວນຊາຍແດນລາວ-ໄທ, ເປັນເຈົ້າການຊີ້ນໍາວຽກງານປ້ອງກັນ ເປົ້າໝາຍຍຸດທະສາດ, ຊຸກຍູ້ບັນດາໂຄງການກໍ່ສ້າງກິດຈະການປ້ອງກັນຊາດ ໃຫ້ດໍາເນີນໄປຕາມແຜນການ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ພ້ອມດຽວກັນ, ຄະນະກໍາມະການ ປກຊ-ປກສ ແຂວງ ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາກໍາລັງ ປກຊ-ປກສ ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ຕາມຈຸດສຸມຂອງແຂວງ, ຊຶ່ງທົ່ວແຂວງສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ໄດ້ 97 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນ 74 ກຸ່ມ, ປກສ ກຸ່ມບ້ານ 73 ກຸ່ມ, ມີກອງຫລອນ 8.766 ຄົນ, ຍິງ 80 ຄົນ, ມີ ປກສ ບ້ານ 3.763 ຄົນ, ຍິງ 12 ຄົນ, ມີບ້ານປ້ອງກັນຊາດເຂັ້ມແຂງ 427 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 425 ບ້ານ, ບ້ານປອດຢາເສບຕິດ 300 ບ້ານ.
ນອກນັ້ນ, ຍັງໄດ້ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ຢູ່ພາຍໃນແຂວງ ເປັນຕົ້ນ ໄດ້ຈັດຕັ້ງປະຕິບັດວະລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມ 6 ວຽກຈຸດສຸມ ໃນນີ້, ໄດ້ແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນການຄອບຄອງໄດ້ 93 ລາຍ, ກັກຕົວຜູ້ກະທໍາຜິດໄດ້ 111 ຄົນ, ຍິງ 08 ຄົນ, ຢຶດຂອງກາງຢາບ້າໄດ້ 12.688.010 ເມັດ, ຢາບ້າປຽກນໍ້າ 249,6 ກຣາມ, ຢາເຄ 19 ຖົງ, ຄໍລະເຈນ 19 ຊອງ, ຄາຄູ 06 ຖົງ, ໃບກະທ່ອມ 5,2 ກິໂລກະກຣາມ, ນໍ້າຢາຫົວເຊື້ອ 57 ຂວດ, ຢາສູບໄຟຟ້າ 221 ອັນ, ປືນສັ້ນ ຍີ່ຫຍໍ້ ຫັນລີ 01 ກະບອກ ພ້ອມດ້ວຍລູກປືນ 14 ລູກ, ປືນລົມ 01 ກະບອກ, ປືນດັດແປງ 01 ກະບອກ, ປືນເບີ 1 ກະບອກ, ປືນແວ່ງ 1 ກະບອກ, ລູກປືນກາມ້າ 13 ລູກ, ລົດໃຫຍ່ 4 ຄັນ, ລົດຈັກ 6 ຄັນ, ເງິນກີບ 54 ລ້ານກວ່າກີບ, ເງິນບາດເກືອບ 4 ແສນບາດ, ວັດຖຸຄ້າຍຄືຄໍາ 7 ບາດ ແລະ ໂທລະສັບມືຖື 22 ເຄື່ອງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ