ຂົວຫ້ວຍປະຊວນຫັກ ຍ້ອນໂຄງສ້າງຊຸດໂຊມ-ອາຍຸໃຊ້ງານກວ່າ 42 ປີ ແລະຂາດການຄວບຄຸມນ້ຳໜັກ"

ວັນທີ 25 ມິຖຸນາ 2026 ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຈາກພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບຂົວຫ້ວຍປະຊວນ ຕາມເສັ້ນທາງເລກທີ 9 ເຂດບ້ານດົງ ເມືອງເຊໂປນ ຫຼັງຈາກຂາງຂົວໄດ້ຮັບຄວາມເປ່ເພ ແລະ ຫັກ ໃນວັນທີ 20 ມິຖຸນາ 2026.
 
ຕາມການລາຍງານຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃຫ້ຮູ້ວ່າ ສາເຫດຫຼັກທີ່ພາໃຫ້ຂາງຂົວຫັກ ໃນເວລາປະມານ 15:00 ໂມງ ຂອງວັນທີ 20 ມິຖຸນາ 2026 ແມ່ນເນື່ອງມາຈາກອາຍຸການໃຊ້ງານຂອງຂົວທີ່ຍາວນານກວ່າ 42 ປີ, ຂາດການບຳລຸງຮັກສາຢ່າງເປັນລະບົບ ແລະ ໂຄງສ້າງມີການຊຸດໂຊມສະສົມມາເປັນເວລາດົນ.
 
ຜົນການສຳຫຼວດຮ່ວມກັບຊ່ຽວຊານຍີ່ປຸ່ນ ໃນປີ 2024 ແລະ ການປະເມີນດ້ານວິຊາການ ພົບວ່າ ຂາງຂົວເປັນເບຕົງເທກັບທີ່ (ບໍ່ແມ່ນເບຕົງອັດແຮງເຊັ່ນໃນປັດຈຸບັນ), ມີການແຕກຮ້າວຂອງເບຕົງ, ບາງຈຸດມີເຫຼັກໂຜ່ອອກ ແລະ ໝອນຂົວເກີດຄວາມເສຍຫາຍ.
ຫຼັງຈາກການສຳຫຼວດໃນປີ 2024 ພົບຄວາມເປ່ເພແລ້ວ ແຕ່ຍັງບໍ່ທັນມີມາດຕະການຄວບຄຸມການນຳໃຊ້ຂົວຢ່າງເໝາະສົມ ເຊັ່ນ ການຈຳກັດນ້ຳໜັກລົດ ແລະ ຄວາມໄວໃນການຜ່ານຂົວ ໃຫ້ສອດຄ່ອງກັບສະພາບການຮັບນ້ຳໜັກຂອງໂຄງສ້າງ.
 
ສຳລັບມາດຕະການແກ້ໄຂສຸກເສີນ ຫຼັງຈາກໄດ້ຮັບແຈ້ງເຫດໃນວັນທີ 20 ມິຖຸນາ 2026, ຄະນະທີມງານພະແນກ ຍທຂ ແຂວງ ໄດ້ສົມທົບກັບບໍລິສັດກໍ່ສ້າງທາງເລກ 8 ຮີບຮ້ອນສ້າງທາງອ້ອມຊົ່ວຄາວ ໂດຍລະດົມກຳລັງຄົນ ແລະ ເຄື່ອງຈັກຢ່າງເຕັມທີ່. ມາຮອດຕອນເຊົ້າວັນທີ 22 ມິຖຸນາ 2026 ສາມາດເປີດໃຫ້ນຳໃຊ້ທາງອ້ອມໄດ້ ເພື່ອລະບາຍການສັນຈອນທີ່ຕິດຂັດ ແລະ ຮັບປະກັນການໄປ-ມາຂອງປະຊາຊົນ ພ້ອມທັງການຂົນສົ່ງສິນຄ້າ ໃຫ້ສາມາດດຳເນີນຕໍ່ໄປໄດ້ຊົ່ວຄາວ.
 
ສຳລັບແຜນການແກ້ໄຂໃນໄລຍະຕໍ່ໄປ ເພື່ອຮັບປະກັນການສັນຈອນໃນລະດູຝົນນີ້, ພະແນກ ຍທຂ ຈະສົມທົບກັບບໍລິສັດກໍ່ສ້າງທາງເລກ 8 ເພື່ອສຶກສາການນຳຂາງເຫຼັກມາຕິດຕັ້ງທົດແທນເປັນການຊົ່ວຄາວ ກ່ອນດຳເນີນການສ້ອມແປງຢ່າງຖາວອນໂດຍໄວ.
ຂ່າວ: ແຂວງສະຫວັນນະເຂດ