ປກສ ແຂວງຊຽງຂວາງ ກວາດລ້າງແກ້ງເປີດເວັບພະນັນອອນລາຍເຖື່ອນ

ໃນວັນທີ 24 ມິຖຸນາ 2026, ເຈົ້າໜ້າທີ່ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ສົມທົບກັບກອງບັນຊາການ ປກສ ເມືອງແປກ ຈັດຕັ້ງກຳລັງລົງເຄື່ອນໄຫວເຂົ້າກວດກາຈຸດເປົ້າໝາຍທີ່ຕັ້ງ ຢູ່ບ້ານໂພນສະຫວ່າງ ເມືອງແປກ ແຂວງຊຽງຂວາງ ເຊິ່ງເປັນສະຖານທີ່ເຄື່ອນໄຫວຂອງກຸ່ມແກ້ງເປີດເວັບພະນັນອອນລາຍທີ່ບໍ່ຖືກຕ້ອງກົດໝາຍ.
 
ຜ່ານການເຂົ້າກວດກາ, ເຈົ້າໜ້າທີ່ກວດພົບ ແລະ ຄວບຄຸມຕົວຜູ້ຕ້ອງຫາ ພ້ອມທັງຢຶດຂອງກາງໄດ້ເປັນຈຳນວນຫຼວງຫຼາຍ ໃນນີ້ກັກຕົວຊາວຫວຽດນາມ ທັງໝົດ10 ຄົນ ຜ່ານການກວດກາເອກະສານເດີນທາງ ພົບວ່າມີໜັງສືຜ່ານແດນແຈ້ງເຂົ້າເມືອງຜ່ານດ່ານສາກົນນໍ້າກັນ ຖືກຕ້ອງ ຈຳນວນ 4 ຄົນ, ລັກລອບເຂົ້າເມືອງຜິດກົດໝາຍ 6 ຄົນ, ຢຶດອຸປະກອນເຕັກນິກ ທີ່ນຳໃຊ້ເຂົ້າໃນການກະທຳຜິດມີ ໂທລະສັບມືຖື 25 ໜ່ວຍ, ຄອມພິວເຕີຕັ້ງໂຕ້ 15 ໜ່ວຍ, ລົດຈັກຍີ່ຫໍ້ ຮອນດ້າ (Honda) ປ້າຍທະບຽນປະເທດຫວຽດນາມ 1 ຄັນພ້ອມດ້ວຍອຸປະກອນຮັບໃຊ້ອື່ນໆ ອີກຈໍານວນໜຶ່ງ.
 
ປັດຈຸບັນ, ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ນຳຕົວຜູ້ຕ້ອງຫາທັງ 10 ຄົນ ພ້ອມດ້ວຍຂອງກາງທັງໝົດ ມາຄວບຄຸມຕົວ ແລະ ເກັບຮັກສາໄວ້ ຢູ່ກອງບັນຊາການ ປກສ ແຂວງ ເພື່ອດຳເນີນການສືບສວນ-ສອບສວນ ຢ່າງລະອຽດ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.
ຂ່າວ: ປກສ ແຂວງຊຽງຂວາງ