ບ້ານພັກຢູ່ເຂດກວາງຊີ ຊຸກຍູ້ການທ່ອງທ່ຽວອະນຸລັກ ແລະ ການຟື້ນຟູຊົນນະບົດ

ໂຄງການທ່ອງທ່ຽວ ອະນຸລັກ ແບບຫລາກຫລາຍ ຢູ່ໃນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ຂອງ ສປຈີນ ພວມສະແດງໃຫ້ເຫັນວ່າ ການບໍລິການ ລະດັບໄຮເອນ ສາມາດ ສະໜັບສະໜູນການຟື້ນຟູຊົນນະບົດ ໄດ້ແນວໃດ ໂດຍຜ່ານ ການສ້າງວຽກເຮັດງານທໍາ, ການເພີ່ມລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ການສົ່ງເສີມ ການທ່ອງທ່ຽວແບບຍືນຍົງ.
ໂຄງການດັ່ງກ່າວ ເປັນທີ່ຮູ້ຈັກໃນນາມ ກຸ່ມໂຮມສະເຕປ່າ ໄດ້ມອບປະສົບການ ໃຫ້ນັກທ່ອງທ່ຽວໄດ້ເຂົ້າເຖິງທໍາມະຊາດ ພ້ອມດ້ວຍ ສະຖານທີ່ພັກອັນທັນສະໄໝ ເພື່ອໃຫ້ເຂົ້າກັບພູມສັນຖານທໍາມະຊາດ ແລະ ມໍລະດົກ ທາງດ້ານກະສິກໍາ ໃນພາກພື້ນ.
ຕາມການໃຫ້ຂໍ້ມູນ ຂອງຕົວແທນໂຄງການ ລະບຸວ່າ, ແນວຄິດນີ້ ໄດ້ຖືກອອກແບບມາ ເພື່ອຕອບສະໜອງ ຄວາມຕ້ອງການທີ່ເພີ່ມຂຶ້ນ ຂອງ ຊາວເມືອງ ທີ່ ຊອກຫາບ່ອນພັກຜ່ອນ ຈາກຄວາມກົດດັນຂອງຊີວິດໃນຕົວເມືອງໃຫຍ່. ຣີສອດແຫ່ງນີ້ ມີທັງທີ່ພັກ, ຮ້ານອາຫານ ແລະ ກິດຈະກໍາພັກຜ່ອນຢ່ອນໃຈ ທ່າມກາງສະພາບແວດລ້ອມ ທີ່ສະຫງົບສຸກ ໂດຍເນັ້ນໃສ່ ຄວາມກົມກຽວກັນລະຫວ່າງ ມະນຸດ ແລະ ທໍາມະຊາດ.
ໂດຍສະເພາະເອກະລັກ ທີ່ໂດດເດັ່ນ ຂອງ ໂຄງການຄື: ວິນລາຮູບຊົງເຫັດ ທີ່ມີຄວາມແຕກຕ່າງ ເຊິ່ງຕັ້ງ ຢູ່ທ່າມກາງທິວທັດພູຫີນປູນ (Karst) ຂອງ ກວາງຊີ. ກຸ່ມໂຮມສະເຕນີ້ ໄດ້ຖືກແບ່ງອອກເປັນ 4 ເຂດ ທີ່ບໍລິຫານເປັນເອກະລາດຕໍ່ກັນ, ໂດຍແຕ່ລະເຂດ ມີຫ້ອງພັກປະມານ 11 ເຖິງ 12 ຫ້ອງ. ລາຄາຫ້ອງພັກ ຕໍ່ຄືນແມ່ນຢູ່ໃນລະຫວ່າງ 2.200 ເຖິງ 2.600 ຢວນ ຫລື ປະມານ 7 ລ້ານກີບ ຫາ 8 ລ້ານກີບ, ເຮັດໃຫ້ສະຖານທີ່ແຫ່ງນີ້ ຢູ່ໃນຕະຫຼາດການທ່ອງທ່ຽວ ອະນຸລັກລະດັບຟຣີນຽມ.
ນອກຈາກການທ່ອງທ່ຽວແລ້ວ, ໂຄງການນີ້ ຍັງໄດ້ກາຍເປັນກຳລັງຂັບເຄື່ອນທີ່ສຳຄັນຂອງເສດຖະກິດທ້ອງຖິ່ນ. ໂດຍກວມເອົາ ປະມານ 90 ສ່ວນຮ້ອຍ ຂອງ ກໍາລັງແຮງງານແມ່ນມາຈາກບັນດາ ບ້ານໃກ້ຄຽງ, ໃນຂະນະດຽວກັນ ໂອກາດການຈ້າງງານນີ້ ໄດ້ຊ່ວຍເພີ່ມລາຍຮັບປະຈໍາປີ ໃຫ້ແກ່ແຮງງານທ້ອງຖິ່ນ ລະຫວ່າງ 20.000 ຫາ 30.000 ຢວນ ຫລື ປະມານ 64 ລ້ານກີບ ຫາ 96 ລ້ານກີບ ຣີສອດແຫ່ງນີ້ ຍັງສົ່ງເສີມການທ່ອງທ່ຽວ ແບບກະສິກໍາ ໂດຍການເປີດໂອກາດ ໃຫ້ນັກທ່ອງທ່ຽວ ໄດ້ທ່ຽວຊົມສວນອ້ອຍ ແລະ ສວນກ້ວຍທີ່ຢູ່ໃກ້ຄຽງ, ພ້ອມກັນນັ້ນ ສາມາດຊີມຜົນຜະລິດທີ່ເກັບສົດໆ ຈາກສວນ ເຊິ່ງເປັນ ການສ້າງຄວາມຜູກພັນທີ່ແໜ້ນແຟ້ນ ລະຫວ່າງ ນັກທ່ອງທ່ຽວ ແລະ ວິຖີຊີວິດການຜະລິດກະສິກໍາ ຂອງ ທ້ອງຖິ່ນອີກດ້ວຍ.