ວັນທີ 24 ມິຖຸນາ ມອບ-ຮັບຫ້ອງການສະຫະກອນກາເຟພູດອຍດາກຈຶງ

ພິທີມອບ-ຮັບ #ຫ້ອງການສະຫະກອນກາເຟພູດອຍດາກຈຶງ ໄດ້ມີຂຶ້ນໃນຕອນບ່າຍວັນທີ 23 ມິຖຸນາ 2026 ນີ້ ທີ່ #ສູນຜະລິດກາເຟບ້ານດາກວໍ #ເມືອງດາກຈຶງ #ແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ດູສິດ ມະນີລັດ ຮອງປະທານຄະນະກຳມະການປົກຄອງເມືອງດາກຈຶງ, ທ່ານ ນາງ ດໍເທ ເວກເກີ,ອຸປະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ ບຸນສົງ ລໍາມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ພ້ອມດ້ວຍບັນດາທ່ານຕາງໜ້າຈາກຂະແໜງການກ່ຽວຂ້ອງພາກລັດ, ຄູ່ຮ່ວມພັດທະນາ, ແລະ ສະມາຊິກສະຫະກອນເຂົ້າຮ່ວມ.
 
ໃນພິທີ, ທ່ານ ດູສິດ ມະນີລັດ ຮອງປະທານຄະນະກຳມະການປົກຄອງເມືອງດາກຈຶງໄດ້ກ່າວມອບວ່າ: ເມືອງດາກຈຶງຂອງພວກເຮົາ ມີທ່າແຮງບົ່ມຊ້ອນອັນມະຫາສານໃນການພັດທະນາກາເຟຄຸນນະພາບສູງ ແລະ ບໍ່ພຽງແຕ່ແມ່ນການເຕົ້າໂຮມກຳລັງການຜະລິດຂອງພໍ່ແມ່ປະຊາຊົນເທົ່ານັ້ນ, ແຕ່ຍັງແມ່ນຈຸດເລີ່ມຕົ້ນທີ່ສໍາຄັນໃນການຍົກລະດັບຕ່ອງໂສ້ມູນຄ່າກາເຟໃຫ້ມີຄວາມຍືນຍົງ, ຍົກສູງບົດບາດຂອງຊາວກະສິກອນ ໂດຍສະເພາະແມ່ນເອື້ອຍນ້ອງແມ່ຍິງໃນຂະແໜງການນີ້ ແລະທັງສ້າງລາຍຮັບທີ່ໝັ້ນຄົງ ເຊິ່ງການມອບອາຄານຫ້ອງການ ແລະ ອຸປະກອນໃນມື້ນີ້, ແມ່ນໝາກຜົນແຫ່ງການຮ່ວມມືແລະ ການສະໜັບສະໜູນອັນລໍ້າຄ່າຈາກ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ, ພະແນກກະສິກຳ ແລະສິ່ງແວດລ້ອມ ພ້ອມດ້ວຍຄູ່ຮ່ວມງານທຸກພາກສ່ວນທັງພາຍໃນ ແລະ ສາກົນ ທີ່ໄດ້ຮ່ວມກັນຊຸກຍູ້ຜ່ານໂຄງການພັດທະນາຕ່າງໆ ຈະເປັນເຄື່ອງມືອັນສໍາຄັນໃນການບໍລິຫານຈັດການ ແລະການປັບປຸງຄຸນນະພາບການຜະລິດກາເຟໃຫ້ໄດ້ມາດຕະຖານສາກົນ; ໃນນາມອໍານາດການປົກຄອງເມືອງ, ຂໍມອບອາຄານ ແລະ ອຸປະກອນທັງໝົດນີ້ ໃຫ້ແກ່ຄະນະບໍລິຫານງານສະຫະກອນເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ ແລະຂໍໃຫ້ພ້ອມກັນປົກປັກຮັກສາ, ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດແລະຜັກດັນໃຫ້ສະຫະກອນແຫ່ງນີ້ກາຍເປັນກໍາລັງຫຼັກໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງດາກຈຶງຢ່າງແທ້ຈິງ.
 
ນະໂອກາດນີ້, ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ສະຫະພາບເອີຣົບ ປະຈໍາ ສປປ ລາວ, ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄູ່ຮ່ວມງານທຸກພາກສ່ວນທັງພາຍໃນ ແລະ ສາກົນ ທີ່ຍາມໃດກໍຢູ່ຄຽງຂ້າງ ແລະໃຫ້ການຊ່ວຍເຫຼືອເມືອງດາກຈຶງຕະຫຼອດມາ.
 
ພ້ອມນີ້, ທ່ານ ວຽງດາວເພັດ ຈັນທະມາດ ປະທານສະຫະກອນກາເຟພູດອຍດາກຈຶງ ກໍໄດ້ກ່າວຮັບ ພ້ອມທັງໃຫ້ຄຳໝັ້ນວ່າ: ຈະຕັ້ງຫນ້າຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ອັນສຳຄັນນີ້, ເອົາໃຈໃສ່ນຳພາສະມາຊິກພັດທະນາສະຫະກອນກາເຟພູດອຍດາກຈຶງໃຫ້ເຕີບໃຫຍ່ເຂັ້ມແຂງກາຍເປັນແຫຼ່ງຜະລິດກາເຟທີ່ດີທີ່ສຸດ.
.
ຂ່າວ: ອັດສະວິນ