ເຈົ້າໜ້າທີ່ ຈັບຕົວຜູ້ຄ້າ-ຂາຍຢາເສບຕິດ ລາຍຍ່ອຍ ພ້ອມຂອງກາງຢາບ້າ ແລະອາວຸດປືນ 5 ກະບອກ

ຂ່າວເມືອງກວັນ ແຂວງ ຫົວພັນ ລາຍງານວ່າ: ວັນທີ 19 ມິຖຸນາ 2026 ເຈົ້າໜ້າທີ່ ປກສ ເມືອງກວັນ ສົມທົບກັບອໍານາດການປົກຄອງບ້ານຍອດປ້າວ ເຂົ້າກວດຄົ້ນຕົວ ແລະ ເຮືອນ ທ້າວ ກ່າປໍ້ຮົວ ຊົ່ງ ອາຍຸ 49 ປີ ເຜົ່າມົ້ງ ອາຊີບປະຊາຊົນ ຢູ່ບ້ານຍອດປ້າວ ຕາແສງທ່າຄວາຍ ເມືອງກວັນ ແຂວງຫົວພັນ ທີ່ສົງໄສວ່າ ຄ້າ-ຂາຍຢາເສບຕິດ.
ຜ່ານການກວດຄົ້ນ ພົບເຫັນຂອງກາງຢາບ້າ 57 ເມັດ, ຢາຝີ່ນ 1 ຫໍ່ນ້ອຍ ຊຸກເຊື່ອງໄວ້ຢູ່ໃນກະເປົາຮັດແອວຂອງຜູ້ກ່ຽວ, ປືນຍິງລູກແມັກ 3 ກະບອກ, ປືນແກັບ 2 ກະບອກ, ລູກປືນຍິງລູກແມັກ 35 ລູກ ແລະ ອຸປະກອນເສບຢາບ້າອີກຈໍານວນໜຶ່ງ ຢູ່ພາຍໃນເຮືອນຂອງຜູ້ກ່ຽວ. ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງກວັນຈື່ງຢຶດຂອງກາງທັງໝົດ ແລະ ຈັບໂຕຜູ້ກ່ຽວ ມາດໍາເນີນການສືບສວນ - ສອບສວນ.
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າ, ຢາຝີ່ນ, ປືນຍິງລູກ ແລະ ປືນແກັບ ແມ່ນຂອງຜູ້ກ່ຽວແທ້, ຜູ້ກ່ຽວໄດ້ເສບຢາເສບຕິດມາແຕ່ ປີ 2006, ຢາທີ່ນໍາມາເສບໃນແຕ່ລະຄັ້ງແມ່ນຊື້ນໍາປະຊາຊົນຢູ່ບ້ານໃກ້ຄຽງ ໃນລາຄາເມັດລະ 5,000 ກີບ ຊື້ແຕ່ລະຄັ້ງແມ່ນຄັ້ງລະ 1-2 ຖົງ ແລ້ວນໍາມາເສບ ແລະ ຂາຍໃຫ້ຜູ້ຕິດຢາເສບຕິດພາຍໃນບ້ານ ໃນລາຄາ ເມັດລະ 10,000 ກີບ. ມາຮອດວັນທີ 15 ມິຖຸນາ 2026 ໄດ້ມີຄົນບໍ່ຮູ້ຊື່ 2 ຄົນຂັບຂີ່ລົດຈັກຮອນດາສີຂາວ ບໍ່ມີປ້າຍທະບຽນ ມາຂາຍໃຫ້ຢູ່ລະຫວ່າງທາງໄປບ້ານຫົວຊຽງ ເມືອງຊໍາໃຕ້ ແຂວງຫົວພັນ ຈໍານວນ 1 ຖົງ ລາຄາ 1,000,000 ກີບ ແລ້ວນໍາມາເສບ ແລະ ຂາຍໃຫ້ຊາວໜຸ່ມພາຍໃນບ້ານ ຍັງເຫລືອ 57 ເມັດ ຈຶ່ງຖືກ ເຈົ້າໜ້າທີ່ ເຂົ້າກວດຄົ້ນ ແລະ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.