ອົງການແຄປະຈຳສປປລາວ ແລະຂະແໜງການກ່ຽວຂ້ອງພາກລັດຢ້ຽມຢາມສູນຜະລິດກາເຟບ້ານດາກຢອຍ

ໃນຕອນເຊົ້າວັນທີ 23 ມິຖຸນາ 2026 ທ່ານ ນາງ ແກ້ວອຳພອນ ສຸວັນນະພາບ ອຳນວຍການອົງການແຄ ປະຈຳ ສປປ ລາວ, ທ່ານ ນາງ ດໍເທ ເວກເກີ ອຸປະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມສູນຜະລິດກາເຟບ້ານດາກຢອຍ ເມືອງດາກຈຶງ ແຂວງເຊກອງ ໂດຍມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ພະນັກງານອົງການແຄ ປະຈຳແຂວງເຊກອງ, ຜູ້ປະສານງານໂຄງການສຸເປີວີຄອບຟີ ( Super we coffee)ແລະກຸ່ມຜະລິດກາເຟບ້ານດາກຢອຍເຂົ້າຮ່ວມຕ້ອນຮັບ.
ທ່ານ ນາງ ລອຍມະນີ ໄຊຍະອິ້ວ ຄະນະບໍລິຫານງານສະຫະກອນກາເຟພູດອຍດາກຈຶງ ປະທານກຸ່ມຜະລິດກາເຟບ້ານດາກຢອຍ ກ່າວວ່າ: ກຸ່ມຜະລິດກາເຟ
ບ້ານດາກຢອຍ ແມ່ນໜຶ່ງໃນ 17 ກຸ່ມການຜະລິດກາເຟປອດສານພິດ ເປັນມິດຕໍ່ສິ່ງແວດລ້ອມ ທີ່ນອນໃນໂຄງການ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໂດຍຜ່ານລະບົບຕ່ອງໂສ້ມູນຄ່າເພີ່ມຂອງຜະລິດຕະພັນກາເຟທີ່ມີຈັນຍາບັນ ແລະ ເປັນມິດຕໍ່ສິ່ງແວດລ້ອມ ( Super we coffee ) ແລະຂຶ້ນກັບສະຫະກອນກາເຟພູດອຍດາກຈຶງ ເຊິ່ງສາມາດສ້າງລາຍຮັບເພີ່ມຂຶ້ນຈາກໄລຍະຜ່ານມາ ແລະ ເປັນອາຊີບທີ່ຍືນຍົງໃຫ້ແກ່ຄອບຄົວປະຊາຊົນພາຍໃນບ້ານ ເຊິ່ງມີອາຊີບປູກຝັງ, ລ້ຽງສັດເປັນຫຼັກ ແລະ ມີຫລາຍຄອບຄົວຖືການປູກກາເຟ ເພື່ອເປັນສິນຄ້າ ເຊິ່ງໂຄງການສຸເປີວີຄອບຟີ ໄດ້ເຂົ້າມາຊ່ວຍໂດຍການສ້າງຕັ້ງກຸ່ມຜະລິດກາເຟຢູ່ບ້ານດາກຢອຍແຕ່ປີ 2017 ເປັນຕົ້ນມາ, ໂຄງການນີ້ໄດ້ຍົກເຕັກນິກການຜະລິດກາເຟປອດສານພິດ, ຮັກສາສິ່ງແວດລ້ອມ ແລະ ສະໜອງອຸປະກອນການຜະລິດ ເຮັດໃຫ້ໄດ້ຮັບຜົນຜະລິດຫລາຍຂຶ້ນ, ມີຄຸນນະພາບດີຂຶ້ນ, ຂາຍໄດ້ລາຄາສູງ ສາມາດສ້າງລາຍຮັບໄດ້ເພີ່ມຂຶ້ນກວ່າເກົ່າ.
ຫລັງຈາກໄດ້ຢ້ຽມຊົມອາຄານສະຖານທີ່ຂອງກຸ່ມຜະລິດແລ້ວ ກໍໄດ້ໄປເບິ່ງສວນປູກກາເຟ ຂອງປະຊາຊົນບ້ານດາກຢອຍ.
.
ຂ່າວ: ອັດສະວິນ