24 ຮ້ານເສຍຫາຍຈາກເຫດໄຟໃໝ້ສູນການຄ້າລາວ-ໄອເຕັກ

  ໃນວັນທີ 10 ພຶດສະພາ 2019 ໄດ້ເກີດເຫດໄຟໄໝ້ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ຊຶ່ງເປັນມື້ເປີດງານວາງສະແດງຜະລິດຕະພັນລາວເຫດການດັ່ງກ່າວໄດ້ເຮັດໃຫ້ເກີດຜົນເສຍຫາຍ 24 ຮ້ານ ສ່ວນສາເຫດ ແລະມູນຄ່າການເສຍຫາຍຍັງຢູ່ຂັ້ນພາກສ່ວນບໍລິສັດປະກັນປະເມີນຜົນ.

  ທ່ານ ສີບຸນທຳ ສີບຸນມີ ອຳນວຍການໃຫຍ່ບໍລິສັດລາວເວິນມະຫາຊົນ ໄດ້ຈັດຖະແຫຼ່ງຂ່າວຕໍ່ມວນໃຫ້ຮູ້ຊົນວ່າ: ໃນເວລາ 8:30 ໂມງ ໃນໂອກາດມື້ເປີດງານ ວາງສະແດງຜະລິດຕະພັນລາວພະນັກງານພ້ອມດ້ວຍຄະນະຮັບຜິດຊອບໄດ້ລົງກວດກາສິນຄ້າບັນດາຫ່າງຮ້ານຈາກນັ້ນເຈົ້າໜ້າທີ່ໄຟຟ້າກໍ່ໄດ້ເລີ່ມເປີດໄຟຟ້າ ເພື່ອລໍຖ້າຕ້ອນຮັບເອົາລູກຄ້າເຂົ້າຮ່ວມງານວາງສະແດງດັ່ງກ່າວໃນເລາ 9:30 ໂມງ ຂະນະເຈົ້າໜ້າທີ່ກຳລັງໄປເປີດໄຟຟ້ານັ້ນປາກົດເຫັນວ່າຢູ່ແຈຂ້າງທິດຕາ ເວັນຕົກມີແປວໄຟລຸກຂຶ້ນຢູ່ໃນຂອບເຂດຮ້ານປະດັບຍົນຈາກນັ້ນມີພະນັກງານ 5 ຄົນ ພາກັນມາຊ່ວຍດັບມອດແຕ່ກໍ່ບໍ່ສາມາດມອດໄດ້ເພາະວ່າໃນທີ່ເກີດເຫ ດແປວໄຟລຸກນັ້ນມີເຊື່ອເພີງຫຼາຍຈົນເຮັດໃຫ້ໄຟລຸກລາມໄປຮ້ານອື່ນຢ່າງກະທັນຫັນຈາກນັ້ນໄດ້ໂທແຈ້ງເຈົ້າໜ້າທີ່ລົດມອດໄຟນະຄອນຫຼວງວຽງຈັນຈຳນວນ 7 ຄັນມາດັບມອດຊ່ວຍໂດຍໃຊ້ເວລາ 45 ນາທີ ດັບມອດໄດ້.

 ຈາກເຫດການດັ່ງກ່າວຜ່ານການສຳຫຼວດຜົນການເສຍໃນເບື້ອງຕົ້ນມີຮ້ານທີ່ເສຍຫາຍ ແລະ ບໍ່ສາມາດເກັບກູ້ເອົາສິນຄ້າຄືນໄດ້ມີ 24 ຮ້ານ ຈາກຮ້ານທີ່ເຂົ້າ ຮ່ວມການວາງສະແດງທັງໝົດມີ 382 ຮ້ານ ສ່ວນມູນຄ່າການເສຍຫາຍຍັງຢູ່ລະຫວ່າງພາກສ່ວນບໍລິສັດປະກັນໄພພ້ອມດ້ວຍໜ່ວຍງານຮັບຜິດຊອບກຳລັງ ລວບລວມປະເມີນຜົນການເສຍຫາຍ ແລະ ທົດແທນຄ່າເສຍຫາຍບັນຫ່າງຮ້ານ, ປົວແປງອາຄານຊຶ່ງຄາດວ່າເດືອນກໍລະກົດຈິ່ງສາມາດເປີດໄດ້ປົກກະຕິ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ

ໝາຍເຫດ: ແຊຣໄດ້ ແຕ່ຫ້າມກັອບປີ້ຂ່າວ