ງານວາງສະແດງເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ

ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 22-26 ມິຖຸນານີ້, ງານວາງສະແດງ ເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4 ໄດ້ຈັດຂຶ້ນ ຢູ່ສູນວາງສະແດງສາກົນຈີນ ທີ່ນະຄອນ ຫລວງປັກກິ່ງ. ຈຳນວນ ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ ໄດ້ເພີ່ມຂຶ້ນ ຫລາຍ ເມື່ອທຽບໃສ່ຄັ້ງຜ່ານມາ, ລວມມີ ວິສາຫະກິດ ຊັ້ນນຳໃນຕ່ອງໂສ້ ການສະໜອງ, ວິສາຫະກິດ ທີ່ມີວິຊາສະເພາະ ມີຄວາມລະອຽດ, ເອກະລັກພິ ເສດ ແລະ ໃໝ່ອ່ຽມ, ລວມທັງ ອົງການຂະແໜງການຈີນ ແລະຕ່າງປະເທດ ທັງໝົດ 676 ແຫ່ງຈາກ 85 ປະເທດ ແລະ ເຂດແຄວ້ນ, ພ້ອມດ້ວຍ ອົງ ການຈັດຕັ້ງສາກົນ ຢືນຢັນເຂົ້າຮ່ວມງານແລ້ວ, ໃນນັ້ນ ອັດຕາສ່ວນ ຂອງ ຫົວ ໜ່ວຍ ທຸລະກິດທຶນຕ່າງປະເທດກວມເອົາ 36,5%, ອັດຕາສ່ວນ ຂອງວິ ສາຫະກິດ ທີ່ນອນຢູ່ໃນ 500 ວິສາຫະກິດ ສຸດຍອດ ຂອງໂລກ ແລະ ວິສາ ຫະກິດທີ່ນຳໜ້າ ດ້ານຂະແໜງການຕ່າງໆ ກວມເອົາ ຫລາຍກວ່າ 65%. ລວມທັງ ວິສາຫະກິດຄູ່ຮ່ວມມືຕົ້ນນ້ຳ ແລະ ປາຍນ້ຳຂອງ ຕ່ອງໂສ້ ການ ຜະລິດແລະຕ່ອງໂສ້ການ ສະໜອງ ທີ່ນຳມາໂດຍ ວິສາຫະກິດ ທີ່ເຂົ້າຮ່ວມ ການວາງສະແດງ ວິສາຫະກິດ ທີ່ໄດ້ເຂົ້າຮ່ວມການວາງ ສະແດງ ຕົວຈິງ ອາດຈະຫລາຍກວ່າ 1.200 ແຫ່ງ.
ຂ່າວໂດຍ: ສະໄຫວ ລາດປາກດີ