ອິນໂດເນເຊຍ ຕັ້ງເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວ 19 ລ້ານກວ່າຄົນ ໃນປີ 2027

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ວີດີຍັນຕີ ປຸຕຣີ ວາຣທານາ ລັດຖະມົນຕີກະຊວງທ່ອງທ່ຽວອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຕັ້ງເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວສາກົນ 19.1 ລ້ານຄົນພາຍໃນປີ 2027 ເພື່ອສະໜັບສະໜູນການເຕີບໂຕທາງເສດຖະກິດ ແລະ ຂະແໜງການທ່ອງທ່ຽວ.
ທ່ານ ວີດີຍັນຕີ ກ່າວໃນກອງປະຊຸມສະພາຜູ້ແທນລາຊະດອນ ວ່າ: ອິນໂດນເຊຍມຸ່ງໝັ້ນທີ່ຈະໃຊ້ຊັບພະຍາກອນຂອງຕົນໃຫ້ເກີດປະໂຫຍດສູງສຸດ ເພື່ອຮັບປະກັນວ່າຂະແໜງການທ່ອງທ່ຽວມີບົດບາດສຳຄັນຫຼາຍຂຶ້ນໃນການຂັບເຄື່ອນເສດຖະກິດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບຈາກເງິນຕາຕ່າງປະເທດ ແລະ ສົ່ງເສີມສະຫວັດດີການສາທາລະນະ.
ລັດຖະບານອິນໂດເນເຊຍຕັ້ງເປົ້າໝາຍທີ່ຈະເພີ່ມລາຍຮັບຈາກເງິນຕາຕ່າງປະເທດຈາກນັກທ່ອງທ່ຽວສາກົນຂຶ້ນ 16% ເປັນ 28.6 ຕື້ໂດລາ. ໂດຍຄາດຄະເນວ່ານັກທ່ອງທ່ຽວຈະໃຊ້ຈ່າຍສະເລ່ຍ 1,497 ໂດລາ ຕໍ່ການເດີນທາງ 1 ຄັ້ງ ແລະ ຄາດວ່າພາຍໃນປີ 2027, ຂະແໜງການທ່ອງທ່ຽວຈະປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເຖິງ 4.8% ແລະ ດຶງດູດການລົງທຶນ 3.8 ຕື້ໂດລາ.