ຫຼາຍພາກສ່ວນ ຮ່ວມແຮງຮ່ວມໃຈ ປູກຕົ້ນໄມ້ປະດັບ ແລະຢູ່ສະຖານທີ່ທ່ອງທ່ຽວ ຕາດເລາະ - ຕາດຮັງ

ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງການພັດທະນາການທ່ອງທ່ຽວສີຂຽວ ໃຫ້ມີຄວາມຍືນຍົງ,ໃນວັນທີ 19 ມິຖຸນາ 2026 ຜ່ານມານີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສາລະວັນ ໄດ້ສົມທົບກັບ ພາກສ່ວນທຸລະກິດ, ຜູ້ປະກອບການ, ສະຖາບັນການສຶກສາ ແລະ ປະຊາຊົນ ພາຍໃນທ້ອງຖິ່ນ ຈັດກິດຈະກຳຮ່ວມແຮງຮ່ວມໃຈປູກຕົ້ນໄມ້ປະດັບ ແລະ ເກັບຂີ້ເຫຍື່ອ ຢູ່ບໍລິເວນເສັ້ນທາງເຂົ້າ-ອອກ ສະຖານທີ່ທ່ອງທ່ຽວທຳມະຊາດ ຕາດເລາະ - ຕາດຮັງ ແຂວງສາລະວັນ ຢ່າງເປັນຂະບວນຟົດຟື້ນ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສົມໃຈ ອຸ່ນຈິດ ພະນັກງານບໍານານ, ອະດີດຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ; ທ່ານ ຄຳໄພ ໄຊຍະເດດ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ; ມີຕາງໜ້າຈາກພາກສ່ວນນັກທຸລະກິດ, ຜູ້ປະກອບການຮ້ານອາຫານ, ເຮືອນພັກ, ໂຮງແຮມ, ຄະນະອຳນວຍການ, ຄູ-ອາຈານ, ນ້ອງນັກຮຽນ-ນັກສຶກສາ ຈາກໂຮງຮຽນປະຖົມເຊເສັດ, ໂຮງຮຽນມັດທະຍົມຕົ້ນ-ມັດທະຍົມປາຍ, ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງສາລະວັນ ພ້ອມດ້ວຍປະຊາຊົນບ້ານແບ່ງເຊເສັດ ເຂົ້າຮ່ວມ.
ກິດຈະກຳໃນຄັ້ງນີ້ ແມ່ນການຮ່ວມມືແບບມີສ່ວນຮ່ວມ ລະຫວ່າງ ພາກລັດ, ພາກເອກະຊົນ, ສະຖາບັນການສຶກສາ ແລະ ຊຸມຊົນທ້ອງຖິ່ນ ເພື່ອແນໃສ່ເຮັດໃຫ້ສະຖານທີ່ທ່ອງທ່ຽວ ຕາດເລາະ - ຕາດຮັງ ມີຄວາມສະອາດ, ຈົບງາມ ແລະ ເພີ່ມພື້ນທີ່ສີຂຽວໃຫ້ຫຼາຍຂຶ້ນໃນແຕ່ລະປີ. ສໍາລັບຈຸດທີ່ຮ່ວມກັນອະນາໄມ ແລະ ປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເລີ່ມຈາກທາງເຂົ້າຕາດຮັງ ເບື້ອງສູນຂໍ້ມູນຂ່າວສານການທ່ອງທ່ຽວໄປຫາຕາດເລາະຈົນຮອດສາມແຍກຈຸດແວ່ເຂົ້າຕາດສູງ. ສ່ວນແນວພັນໄມ້ທີ່ນໍາມາປູກໃນປີນີ້ ແມ່ນຕົ້ນດອກຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດລາວ ໂດຍໄດ້ປູກລຽງຕາມສາຍທາງເຂົ້າ-ອອກ ສະຖານທີ່ທ່ອງທ່ຽວ ມີໄລຍະຫ່າງລະຫວ່າງຕົ້ນປະມານ 1-2ແມັດ.
ທ່ານ ປໍ ຄ້າຍຄ່ຽມມະນີ ຕາງໜ້າຜູ້ປະກອບການຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມ ໃນເຂດດັ່ງກ່າວ ໄດ້ໃຫ້ສຳພາດວ່າ: ກິດຈະກຳປູກຕົ້ນໄມ້ປະດັບ ແລະ ເກັບຂີ້ເຫຍື່ອຢູ່ສະຖານທີ່ທ່ອງທ່ຽວ ຕາດເລາະ-ຕາດຮັງ ໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງແຜນການພັດທະນາສະຖານທີ່ທ່ອງທ່ຽວໃຫ້ສະຖານທີ່ທ່ອງທ່ຽວມີພື້ນທີ່ສີຂຽວເພີ່ມຂຶ້ນ. ໃນແຕ່ລະປີ ແມ່ນມີການລະດົມທຸກພາກສ່ວນ ໂດຍສະເພາະການສ້າງສ່ວນຮ່ວມລະຫວ່າງ ຊຸມຊົນ, ໂຮງຮຽນ ແລະ ຜູ້ປະກອບການ ເພື່ອຮ່ວມກັນອະນາໄມຮັກສາຄວາມສະອາດ, ສ້າງຄວາມສະອາດງາມຕາ ແລະ ພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງຕະຫຼອດໄປ.
ໂອກາດດັ່ງກ່າວ ທ່ານ ສິດທິເດດ ຈັນທະບຸດດີ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ແຂວງສາລະວັນ ກໍ່ໄດ້ສະແດງຄວາມດີໃຈ ທີ່ໄດ້ເປັນສ່ວນໜຶ່ງໃນການນຳພານັກສຶກສາເຂົ້າຮ່ວມກິດຈະກຳໃນຄັ້ງນີ້, ນອກຈາກຈະເປັນການປະກອບສ່ວນຮັກສາຄວາມສະອາດແລ້ວ ສິ່ງສຳຄັນແມ່ນການປູກຈິດສຳນຶກໃຫ້ແກ່ນ້ອງໆນັກຮຽນ-ນັກສຶກສາ ໃຫ້ມີຄວາມມັກຮັກໃນຄວາມສະອາດ ແລະ ຮັກທຳມະຊາດສີຂຽວ. ໃນໄລຍະຜ່ານມາຜູ້ປະກອບການໃນເຂດນີ້ ໄດ້ໃຫ້ການຊຸກຍູ້ສົ່ງເສີມການຮຽນ-ການສອນ ດ້ວຍການຮັບເອົານັກສຶກສາລົງຝຶກງານ ແລະ ປະຕິບັດຕົວຈິງ ເພື່ອຕອບສະໜອງຕາມ 5 ຫຼັກມູນຂອງການສຶກສາ.
ການຈັດກິດຈະກຳ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການຟື້ນຟູ ແລະ ຮັກສາສະພາບແວດລ້ອມໃຫ້ສະອາດງາມຕາ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເທົ່ານັ້ນ; ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນໃນສັງຄົມ ແນໃສ່ປົກປັກຮັກສາ, ອະນຸລັກ ແລະ ພັດທະນາແຫຼ່ງທ່ອງທ່ຽວ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວສີຂຽວແບບຍືນຍົງ.