ສຳຫລວດ “ຫ້ວຍໂຕະໂໝະ” ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງນ້ຳ ແລະຜະຈົນໄພ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ກິ່ງແກ້ວ ນະວະພົມ ປະທານປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງບ້ານຄອນນ້ອຍ ແລະ ຜູ້ຕາງໜ້າສວນນ້ຳທິດາເພັດ ໄດ້ຮ່ວມກັນລົງສຳຫລວດເສັ້ນທາງລ່ອງເຮືອຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫລັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ໃນວັນທີ 20 ມິຖຸນາ 2026 ເພື່ອປະເມີນຄວາມເປັນໄປໄດ້ໃນການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວທາງທຳມະຊາດ ແລະ ເຊີງຜະຈົນໄພແຫ່ງໃໝ່ຂອງເມືອງ.
ການສຳຫລວດດັ່ງກ່າວ, ໄດ້ເນັ້ນໃສ່ການສຶກສາທ່າແຮງຕົວຈິງ ທັງດ້ານທັດສະນີຍະພາບ, ຄວາມປອດໄພໃນການສັນຈອນທາງນ້ຳ ແລະ ການກຳນົດຈຸດເດັ່ນທາງທຳມະຊາດ ເພື່ອພັດທະນາເປັນກິດຈະກຳການທ່ອງທ່ຽວທີ່ມີຄຸນນະພາບ. ພ້ອມດຽວກັນນີ້, ຍັງເປັນການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໂດຍນຳໃຊ້ສວນນ້ຳທິດາເພັດເປັນຈຸດເລີ່ມຕົ້ນ ເພື່ອຊຸກຍູ້ທ່າແຮງດ້ານການທ່ອງທ່ຽວທ້ອງຖິ່ນ ໃຫ້ກາຍເປັນແຫລ່ງສ້າງລາຍໄດ້ ແລະ ເສີມຂະຫຍາຍເສດຖະກິດ-ສັງຄົມ.
ທ່ານ ກິ່ງແກ້ວ ນະວະພົມ ໄດ້ກ່າວວ່າ: ເມືອງປະທຸມພອນ ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດທີ່ອຸດົມສົມບູນ, ຊຶ່ງຫ້ວຍໂຕະໂໝະ ຖືເປັນພື້ນທີ່ ທີ່ມີຄວາມໂດດເດັ່ນ ມີທິວທັດງົດງາມ ແລະ ບັນຍາກາດທີ່ສະຫງົບຮົ່ມເຢັນ, ເໝາະສົມຢ່າງຍິ່ງໃນການພັດທະນາເສັ້ນທາງລ່ອງເຮືອທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ການພັດທະນາຈະຕ້ອງດຳເນີນໄປຢ່າງຍືນຍົງ ໂດຍຖືເອົາການອະນຸລັກສິ່ງແວດລ້ອມ ແລະ ການຮັກສາຮ່ອງຮອຍປະຫວັດສາດ-ວັດທະນະທຳເປັນສຳຄັນ.
ສຳລັບເສັ້ນທາງການລົງສຳຫລວດໃນຄັ້ງນີ້ ມີໄລຍະທາງປະມານ 7 ກິໂລແມັດ, ເລີ່ມຈາກທ່າສວນນ້ຳທິດາເພັດ ໄປຈົນເຖິງປາກຫ້ວຍໂຕະໂໝະ ທີ່ໄຫລອອກສູ່ແມ່ນ້ຳຂອງ (ບ້ານໂຕະໂໝະທ່າ). ຕະຫລອດເສັ້ນທາງ ຍັງມີຈຸດທີ່ໜ້າສົນໃຈທາງປະຫວັດສາດ ເຊັ່ນ: “ຈຸດຫີນສິ່ວ” ທີ່ມີປະຫວັດເລົ່າຂານກ່ຽວກັບການສະກັດຫີນໄປກໍ່ສ້າງວັດພູຈຳປາສັກ ແລະ “ຂັ້ນໄດມ້າ” ຊຶ່ງເປັນຂັ້ນໄດຫີນໂບຮານທີ່ເຊື່ອມຕໍ່ຈາກວັດພູອາສາລົງສູ່ທ່ານ້ຳ.
ການລົງພື້ນທີ່ຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການວາງຮາກຖານພັດທະນາ ເພື່ອຍົກລະດັບເມືອງປະທຸມພອນ ໃຫ້ກາຍເປັນປາຍທາງການທ່ອງທ່ຽວທາງທຳມະຊາດທີ່ສຳຄັນອີກແຫ່ງໜຶ່ງຂອງແຂວງຈຳປາສັກ, ທັງເປັນການປ່ຽນທຶນທາງທຳມະຊາດ ແລະ ວັດທະນະທຳ ໃຫ້ເກີດມູນຄ່າທາງເສດຖະກິດຢ່າງເປັນຮູບປະທຳ.
ຂ່າວ-ພາບ: ສີສົມບູນ ວົງວຽງຄຳ