ຜູ້ທຸກຍາກຮັບທຶນຈາກເຢຍລະມັນ ແລະອົດສະຕຣາລີ

 ລັດຖະບານ ສ.ເຢຍລະມັນ ແລະ ອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນແຫຼ່ງທຶນມູນຄ່າທັງໝົດ 4,5 ລ້ານໂດລາ ແກ່ລັດຖະບານແຫ່ງ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນໂຄງການແຜນງານໂຄງການການເງິນຈຸລະພາກການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດ AFP ໄລຍະທີ V ໂຄງການດັ່ງກ່າວໄດ້ ຮັບການຈັດຕັ້ງປະຕິບັດໂດຍທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບອົງການ GIZ .

  ໃນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ມີການເຊັນສັນຍາການຈັດຕັ້ງປະຕິບັດໂຄງການລະຫວ່າງ ທຫລ ໂດຍແມ່ນ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທຫລ, ອົງການ GIZ ໂດຍແມ່ນທ່ານ ໂວຟກັງ ຮັນນິກ ຜູ້ອໍານວຍການອົງການ GIZ ປະຈຳລາວ ແລະ ທ່ານ ທອດ ສະເທັນ ຟຸກສ໌ ຫົວໜ້າແຜນງານໂຄງການ GIZ-AFP ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ , ທ່ານ ເຢັນສ ລຸກເຄັນແຮມ ເອກອັກຄະລັດຖະທູດ ສ.ເຢຍລະມັນ ປະຈຳ ລາວ, ທ່ານ ຈ໋ອງ-ເບີນາລ໌ ຄາຣາສໂກເອກອັກຄະລັດຖະ ທູດອົດສະຕຣາລີ ປະຈຳ ສປປ ລາວ, ບັນດາທ່ານຜູ້ຕາງໜ້າຈາກອົງການຄູ່ຮ່ວມພັດທະນາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ສໍາລັບການຊ່ວຍເຫຼືອດັ່ງກ່າວຊຶ່ງໃນທ້າຍເດືອນມີນາ 2019 ລັດຖະບານອົດສະຕາລີ ໄດ້ຕົກລົງເຫັນດີເພີ່ມທຶນສະໜັບສະໜູນໃຫ້ແກ່ແຜນງານໂຄງການ ການເງິນຈຸລະພາກການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດ (MRA- AFP) ໄລຍະທີ V ຈໍານວນ 3,23 ລ້ານໂດລາ (ອົດສະຕາລີ) ຊຶ່ງເທົ່າ ກັບ 2 ລ້ານເອີໂຣ; ທຶນສະໜັບສະໜູນຈາກລັດຖະບານ ສ. ເຢຍ ລະມັນ ໂດຍຜ່ານກະຊວງເສດຖະກິດການຮ່ວມມື ແລະການພັດທະນາ (BMZ) ຈໍານວນ 2 ລ້ານເອີໂຣ ລວມທຶນສະໜັບສະໜູນ ທັງໝົດຈໍານວນ 4 ລ້ານເອີໂຣ ຫຼື ປະ ມານ 35 ຕື້ກີບ (4,5 ລ້ານ ໂດລາສະຫະ ລັດ) ແລະໂຄງການ AFP ໄລຍະທີ V ນີ້ໄດ້ເລີ່ມຕົ້ນໃນເດືອນກຸມພາ 2019 ແລະ ຈະດໍາເນີນຮອດເດືອນກັນຍາ 2021.

  ມາຮອດປະຈຸບັນນີ້; ໂຄງການດັ່ງກ່າວ, ໄດ້ສ້າງຕັ້ງທະນາຄານບ້ານຫຼາຍກວ່າ 680 ແຫ່ງໂດຍຜ່ານອົງການຈັດຕັ້ງສະໜັບສະໜູນເຄືອຂ່າຍ 7 ແຫ່ງຊຶ່ງໃນນັ້ນ 98% ຂອງຈໍານວນທະນາຄານບ້ານ ແລະດໍາເນີນງານຢ່າງມີຜົນກໍາໄລສາມາດຕອບສະໜອງການບໍລິການທາງດ້ານການເງິນທີ່ສົມເຫດສົມຜົນໃຫ້ແກ່ສະມາຊິກຂອງຕົນໄດ້ຫຼາຍກວ່າ1,5 ແສນຄົນ, ມີຫຼາຍກວ່າ 3 ພັນບ້ານ ໃນລາວໄດ້ສະໜອງການເຂົ້າເຖິງແຫຼ່ງທຶນຜ່ານກອງທຶຶນບ້ານ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ

ໝາຍເຫດ: ແຊຣໄດ້ ແຕ່ຫ້າມກັອບປີ້ຂ່າວ