ລັດສັ່ງເຂັ້ມລົງໂທດເຈົ້າໝ້າທີ່ຜູ້ລະເມີດຄຳສັ່ງ 15 ນຍ ພ້ອມອອກຂ່າວຜ່ານສື່ສານຕ່າງ

   ຄຳສັ່ງເລກທີ 15/ນຍ ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາໃນຂອບເຂດທົ່ວປະເທດເຫັນວ່າໄດ້ຮັບຜົນສຳເລັດຫຼາຍດ້ານໂດຍສະເພາະເຮັດໃຫ້ໂຮງງານທີ່ບໍ່ໄດ້ມາດຕະຖານ ແລະທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວຖືກຍຸບເລີກ 2 ພັນກວ່າໂຮງງານ ແລະ ເຮັດໃຫ້ການຕັດໄມ້ທຳລາຍປ່າຫຼຸດລົງເທື່ອລະກ້າວຂະນະທີ່ໃນຕໍ່ໜ້າລັດໄດ້ເນັ້ນຄະນະສະເພາະກິດເຂັ້ມງວດປະຕິບັດຕໍ່ຜູ້ກະທຳຜິດລວມທັງເຈົ້າໜ້າ ທີ່ລັດທີ່ມີການສົມຮູ້ຮ່ວມຄິດ ແລະໃຫ້ມີການອອກຂ່າວຜ່ານສື່ຕ່າງໆເພື່ອໃຫ້ປະຊາຊົນຮັບຮູ້ ແລະຊ່ວຍເປັນຫູເປັນຕາໃຫ້ກັບລັດຖະບານ.

   ໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນທັນວາ 2018 ໄດ້ມີການປືກສາຫາລືກັນຫຼາຍບັນຫາທີ່ສຳຄັນໜຶ່ງໃນນັ້ນກອງປະຊຸມຍັງເປັນເອກະພາບກັນປະຕິບັດວຽກໃນຕໍ່ໜ້າຫຼາຍບັນຫາຊຶ່ງໜຶ່ງໃນນັ້ນໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 40/ນຍ ວ່າດ້ວຍການແຕ່ງຄະນະສະເພາະກິດເພື່ອລົງກວດກາ ແລະແນະນໍາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ໃນຂອບເຂດທົ່ວປະເທດສືບຕໍ່ປະຕິບັດໜ້າທີ່ຕາມການມອບໝາຍ, ສືບຕໍ່ປະຕິບັດໜ້າທີ່ຕາມການມອບໝາຍຂອງລັດຖະບານ ແລະເອົາໃຈໃສ່ຕິດຕາມ,ກວດກາ ແລະຊອກຮູ້ຂໍ້ມູນລະອຽດກ່ຽວກັບການກະທໍາຜິດຂອງຜູ້ປະກອບການ ແລະພະນັກງານ-ເຈົ້າໜ້າທີ່ທີ່ມີສ່ວນກ່ຽວຂ້ອງສົມຮູ້ຮ່ວມຄິດໃນການລັກລອບຕັດໄມ້-ທໍາລາຍປ່າໄມ້. ພ້ອມກັນນີ້, ກໍ່ໃຫ້ທັງປະຕິບັດວິໄນຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະມີການອອກຂ່າວໂດຍຜ່ານສື່ຕ່າງໆໃຫ້ປະຊາ ຊົນຮັບຮູ້ ແລະຊ່ວຍເປັນຫູເປັນຕາຊ່ວຍລັດຖະບານ. ມອບໃຫ້ຂະແໜງກະສິກໍາ ແລະປ່າໄມ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນກວດກາການປະຕິບັດຄໍາສັ່ງໃຫ້ຢຸດຕິການຂຸດຄົ້ນເຄື່ອງປ່າຂອງດົງໃນຂອບເຂດທົ່ວປະເທດຢ່າງຂາດຕົວ.

   ຂະນະທີ່ຂໍ້ມູນຈາກກົມອຸດສາຫະກຳ ແລະຫັດຖະກຳໃຫ້ຮູ້ວ່າ: ສະພາບການ ປັບປຸງ, ດັດສົມໂຮງງານເຟີນີເຈີໄມ້ມາຮອດປະຈຸບັນພາຍຫຼັງທີ່ມີຄຳສັ່ງເລກທີ 15/ນຍ ໂຮງງານປຸງແຕ່ງໄມ້ຖືກຍຸບເລີກ 989 ແຫ່ງຍັງເຫຼືອ 1.113 ແຫ່ງໃນນັ້ນໂຮງງານເລື່ອຍໄມ້ 8 ແຫ່ງ, ໂຮງງານປຸງແຕ່ງໄມ້ສຳເລັດຮູບ 405 ແຫ່ງ ແລະໂຮງງານເຟີນິເຈີ 700 ແຫ່ງ, ສ່ວນທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ ຖືກຍຸບເລີກ 1.211 ຫົວໜ່ວຍ ຍັງເຫຼືອ 141 ຫົວໜ່ວຍ, ສຳລັບການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບທັງໝົດ 1,22 ແສນແມັດກ້ອນມີມູນຄ່າ 64 ລ້ານກວ່າໂດລາ.