ການປັບປຸງເມືອງບູຮານໄດ້ນຳຜົນປະໂຫຍດມາໃຫ້ປະຊາຊົນ

ຢູ່ນະຄອນຢາງໂຈ່ວ ທີ່ເປັນເມືອງບູຮານຂອງແຂວງຈ່ຽງຊູ່ຈີນ, ຮ່ອມນ້ອຍຕ່າງໆພວມດຳເນີນການປະຕິສັງຂອນພາຍໃນບັນຍາກາດງຽບສະຫງັດ. ຢູ່ທາງເບື້ອງຫຼັງຂອງການປັບປຸງເມືອງບູຮານຢ່າງງຽບສະຫງັດນີ້, ເປັນການສ່ອງແສງເຖິງພຶດຕິກຳຢ່າງມີຊີວິດຊີວາຢູ່ພາຍໃຕ້ການນຳພາຂອງທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານຢູ່ທ້ອງຖິ່ນແຫ່ງນັ້ນ.
ເຂດເມືອງບູຮານກວາງຫຼິງ ຂອງນະຄອນຢາງໂຈ່ວທີ່ກວມເນື້ອທີ່ປະມານ 5 ກິໂລຕາແມັດ, ແມ່ນເທດສະບານເມືອງບູຮານທີ່ຮັກສາໄວ້ໄດ້ຂ້ອນຂ້າງຄົບຖ້ວນ. ເມື່ອຍ່າງຫຼິ້ນຢູ່ແຫ່ງນີ້, ນັກທ່ອງທ່ຽວຈະໄດ້ເຫັນເຮືອນເກົ່າແກ່ທີ່ກໍ່ດ້ວຍດິນຈີ່ຂຽວກັບດິນຂໍສີເຖົ່າ, ຮ້ານຄ້າທີ່ມີສິນຄ້າຫຼາກຫຼາຍຊະນິດ, ແຕ່ບໍ່ຄ່ອຍສັງເກດເຫັນການປ່ຽນແປງຢູ່ໃຕ້ດິນ, ຄື ຕານ່າງທໍ່ ແລະ ສາຍທີ່ຝັງເລິກຢູ່ໃຕ້ດິນ, ສິ່ງກໍ່ສ້າງທີ່ຖືກປິດບັງໄວ້ ແລະອື່ນໆ, ພວມຮັບການປັບປຸງຢ່າງລະອຽດປານີດ.
ປີ 2022, ນະຄອນຢາງໂຈ່ວໄດ້ເຜີຍແຜ່ແຜນລວມກ່ຽວກັບການອະນຸລັກ ແລະ ປັບປຸງເມືອງປະຫວັດສາດວັດທະນະທຳທີ່ມີຊື່ສຽງ, ເມືອງກວາງຫຼິງໄດ້ນຳສະເໜີແຜນການດຳເນີນງານລະອຽດ, ໂດຍປະຕິສັງຂອນສະຖາປັດຕະຍະກຳປະຫວັດສາດ, ປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ປັບປຸງສະພາບຖະໜົນຫົນທາງໃຫ້ງາມຂຶ້ນ, ຮອດທ້າຍປີ 2025, ນັກທ່ອງທ່ຽວທີ່ໄປທ່ຽວເມືອງບູຮານແຫ່ງນີ້ໄດ້ເພີ່ມຂຶ້ນ 8 ເທົ່າເມື່ອທຽບໃສ່ທ້າຍປີ 2022.
ປັດຈຸບັນ, ຢູ່ຫຼາຍທ້ອງຖິ່ນຂອງຈີນໄດ້ກຳນົດ ແລະ ປະກາດໃຊ້ລະບຽບການອະນຸລັກເມືອງວັດທະນະທຳປະຫວັດສາດ ທີ່ມີຊື່ສຽງ, ໄດ້ສ້າງຄະນະກຳມະການຊ່ຽວຊານທີ່ໃຫ້ຄຳປຶກສາ, ດຳເນີນການພິຈາລະນາຢ່າງເຂັ້ມງວດຕໍ່ໂສມໜ້າ ຄວາມສູງ ແລະ ສີສັນຂອງໂຄງການກໍ່ສ້າງ, ທັງສົ່ງເສີມໃຫ້ປະຊາຊົນຕິດຕາມກວດກາ. ນອກນັ້ນຍັງໄດ້ສ້າງກົນໄກການລະດົມທຶນທີ່ “ນຳພາໂດຍພາກລັດ, ປະຕິບັດໂດຍລັດວິສາຫະກິດ ແລະ ມີສ່ວນຮ່ວມຂອງທົ່ວສັງຄົມ”, ໝູນໃຊ້ພັນທະບັດສະເພາະກິດ, ເງິນກູ້ຈາກທະນາຄານ ແລະອື່ນໆເພື່ອຊຸກຍູ້ການປັບປຸງເມືອງບູຮານຢ່າງມີປະສິດທິພາບສູງ.
ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ, ການປັບປຸງເມືອງບູຮານຢ່າງສຳເລັດຜົນບໍ່ພຽງແຕ່ເປັນການປະຕິສັງຂອນພື້ນທີ່ເທົ່ານັ້ນ, ຍິ່ງເປັນໂຄງການທີ່ເຊື່ອມໂຍງການສືບທອດວັດທະນະທຳ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດຢ່າງເປັນເອກະພາບກັນ, ເຮັດໃຫ້ເມືອງບູຮານເປັ່ງພະລັງຊີວິດອັນໃໝ່ໃນຊີວິດທັນສະໄໝ.