ລົດຈັກຈີນ ສະແດງໃຫ້ເຫັນເຖິງການຜະລິດຂອງຈີນ ທີ່ໂດດເດັ່ນ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ໃນການແຂ່ງຂັນລົດຈັກທາງລຽບຊີງແຊ້ມໂລກ (WSBK) ທີ່ເອມີເລຍ-ໂຣແມກນາ ປະເທດອີຕາລີ, “ລົດຈັກຈ່າງເສ” ໄດ້ແຊ້ມໃນການແຂ່ງຂັນສະໜາມທຳອິດຂອງການແຂ່ງຂັນລົດຈັກທາງລຽບຊີງແຊ້ມໂລກ ປະເພດຊຸເປີສະປອດ ຫລື World SSP ເຮັດໃຫ້ລວມໄຊຊະນະຂອງທີມໃນລະດູການແຂ່ງຂັນ ປີ 2026 ເພີ່ມຂຶ້ນເປັນ 6 ຄັ້ງ. ຈາກການໄດ້ແຊ້ມຄັ້ງທຳອິດແລ້ວຖືກວົງການພາຍນອກສົງໄສວ່າ ເປັນຄວາມສຳເລັດຊົ່ວຄາວ ເຖິງການໄດ້ແຊ້ມ 6 ຄັ້ງ, ທີມລົດຈັກຈ່າງເສຂອງຈີນ ໄດ້ທັບມ້າງຄວາມເຫັນທີ່ເປັນອະຄະຕິດ້ວຍຜົນງານທີ່ໂດດເດັ່ນ. ນີ້ບໍ່ພຽງແຕ່ເປັນໄຊຊະນະຂອງຍີ່ຫໍ້ຈ່າງເສ ເທົ່ານັ້ນ, ຍິ່ງໄດ້ສະແດງໃຫ້ເຫັນວ່າ: ອຸດສາຫະກຳລົດຈັກຂອງຈີນ ໄດ້ຍຶດໝັ້ນການປະດິດສ້າງໃໝ່ ແລະ ພົ້ນເດັ່ນຂຶ້ນໃນທົ່ວຕ່ອງໂສ້ອຸດສາຫະກຳ ແລະ ໄດ້ສະແດງໃຫ້ເຫັນເຖິງອຸດສາຫະກຳການຜະລິດຂອງຈີນ ໄດ້ນຳພາການຜະລິດຢ່າງເປັນເຈົ້າຕົນເອງ.
ຢູ່ເບື້ອງຫລັງຂອງການໄດ້ແຊ້ມ ທັງ 6 ຄັ້ງແມ່ນຍ້ອນຕ່ອງໂສ້ອຸດສາຫະກຳຈີນ ທີ່ສົມບູນແບບ ແລະ ການເຮັດວຽກແບບຊ່ວຍຊູຍູ້ໜູນກັນ. ປັດຈຸບັນ, ອຸດສາຫະກຳລົດຈັກຂອງຈີນ ໄດ້ປະຖິ້ມຮູບແບບເກົ່າຂອງການປະກອບລົດ ແລະ ຮັບຈ້າງຜະລິດຕາມທີ່ໄດ້ຮັບມອບໝາຍຈາກລູກຄ້າ ຫລື OEM, ຫາກໄດ້ພັດທະນາກ້າວຂຶ້ນ ໂດຍໄດ້ສ້າງເຄືອຂ່າຍຕ່ອງໂສ້ການສະໜອງໃນຂອບເຂດທົ່ວປະເທດຈີນ ຄື: ລະບົບຜະລິດລົດທີ່ສົມບູນແບບຂອງນະຄອນຈຸ່ງກິ່ງ, ການຜະລິດໂສ້ ແລະ ເພົາລົດ ຂອງແຂວງຊ່ານຕຸ່ງ, ຊິ້ນສ່ວນສຳຄັນໃນເຄື່ອງຈັກ ຂອງແຂວງຈ່ຽງຊູ່, ລະບົບທໍ່ໄອເສຍ ຂອງແຂວງກວາງຕຸ້ງ, ໂຄງສ້າງລົດຂອງແຂວງເຈີ້ຈ່ຽງ, ຫົວກະບອກສູນເຄື່ອງຈັກຂອງແຂວງອ່ານຮຸ່ຍ ແລະ ອື່ນໆ, ວິສາຫະກິດ ແລະ ອຸດສາຫະກຳຕ່າງໆໄດ້ຮັບຜິດຊອບຕ່ອງໂສ້ທີ່ກ່ຽວຂ້ອງ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ. ໂດຍອີງໃສ່ເຄືອຂ່າຍອຸດສາຫະກຳທີ່ສົມບູນແບບດັ່ງກ່າວ, ລົດຈັກຈ່າງເສ ໄດ້ບັນລຸການຜະລິດຊິ້ນສ່ວນສຳຄັນ 3 ຢ່າງຂອງລົດຈັກ ຄື: ເຄື່ອງຈັກ, ລະບົບຄວບຄຸມເອເລັກໂຕຣນິກ ແລະ ໂຄງສ້າງລົດດ້ວຍຕົນເອງ ເຊິ່ງໄດ້ທຳລາຍການຜູກຂາດດ້ານເຕັກໂນໂລຊີ ມາເປັນເວລາຫລາຍສິບປີ ຂອງຍີ່ຫໍ້ສາກົນຕ່າງໆ ເຊັ່ນ: ດູກາດີ, ກາວາຊາກິ, ຢາມາຮາ ແລະອື່ນໆຢ່າງສິ້ນເຊີງ. ມີຮູບອອກແບບແລ້ວສາມາດຜະລິດເປັນຜະລິດຕະພັນທີ່ຍອດຍິ່ງ, ນີ້ແມ່ນກຳລັງຕົວຈິງທີ່ໂດດເດັ່ນຂອງອຸດສາຫະກຳການຜະລິດຂອງຈີນ ທີ່ໄດ້ສະສົມມາເປັນເວລາຫລາຍປີ ແລະ ກໍແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ລົດຈັກຈີນ ໄດ້ແຊ້ມລະດັບສາກົນຫລາຍຄັ້ງ.
ການໄດ້ແຊ້ມໃນການແຂ່ງຂັນລະດັບສາກົນ ເປັນເຄື່ອງພິສູດຕໍ່ຄຸນຄ່າທີ່ໄດ້ຍຶດໝັ້ນ ກໍຄືຄວາມມຸ່ງໝັ້ນມາເປັນເວລາດົນນານ ແລະ ຍຶດໝັ້ນການປະດິດສ້າງໃໝ່ດ້ວຍຕົນເອງ. ໃນການແຂ່ງຂັນກິລາ, ການໄດ້ແຊ້ມຄັ້ງດຽວ ອາດເກີດຂຶ້ນຍ້ອນໂຊກຊ່ວຍ, ແຕ່ການໄດ້ແຊ້ມເຖິງ 6 ຄັ້ງ ແມ່ນເກີດຂຶ້ນໄດ້ຍ້ອນກຳລັງຕົວຈິງທີ່ໂດດເດັ່ນເທົ່ານັ້ນ. ກຳລັງຕົວຈິງແບບນີ້ແມ່ນມາຈາກວິສາຫະກິດທີ່ກ່ຽວຂ້ອງໄດ້ຍຶດໝັ້ນການຄົ້ນຄວ້າພັດທະນາເຕັກໂນໂລຊີມາເປັນເວລາຫລາຍສິບປີ, ແມ່ນຍ້ອນການລົງທຶນແບບຖືກຕ້ອງແມ່ນຢຳຈາກທຶນລັດຖະບານ ຈຳນວນ 90 ລ້ານຢວນ ແລະ ຍິ່ງໄປກວ່ານັ້ນແມ່ນຍ້ອນທົ່ວອຸດສາຫະກຳລົດຈັກຈີນ ທີ່ໄດ້ຄົ້ນຄວ້າພັດທະນາມາເປັນເວລາດົນນານ. ແຕ່ກ່ອນ, ການຜະລິດຂອງຈີນ ຈະຖືກເອີ້ນວ່າເປັນ “ການຜະລິດຂະໜາດໃຫຍ່ແຕ່ບໍ່ເຂັ້ມແຂງ” ແລະ ຖືກຫລຸດສູ່ລະດັບຕ່ຳສຸດຂອງຕ່ອງໂສ້ຄຸນຄ່າຂອງທົ່ວໂລກ. ແຕ່ວິສາຫະກິດຈີນ ຊຸດໜຶ່ງທີ່ຖືລົດຈັກຈ່າງເສ ເປັນຕົວແທນ ໄດ້ຍຶດໝັ້ນກຳເຕັກໂນໂລຊີຫລັກໄວ້ໃນມື, ຕັ້ງໃຈດຳເນີນການບຸກທະລຸດ້ານເຕັກໂນໂລຊີມາເປັນເວລາຫລາຍສິບປີ ຈິ່ງສາມາດພັດທະນາຄັ້ງຍິ່ງໃຫຍ່ຈາກ “ການຜະລິດຂອງຈີນ” ມາເປັນ “ການຄົ້ນຄວ້າຜະລິດຂອງຈີນ”.
ຄວາມຈິງແລ້ວ, ຖ້າຫາກພວກເຮົາເບິ່ງຈາກສະພາບໂດຍລວມທົ່ວປະເທດຈີນ ໃນປັດຈຸບັນ, ການພັດທະນາຂອງອຸດສາຫະກຳລົດຈັກ ບໍ່ແມ່ນກໍລະນີສະເພາະ. ຕ່ອງໂສ້ອຸດສາຫະກຳການບິນອະວະກາດການຄ້າ ເມືອງຢີ້ຈ່ວງ ນະຄອນຫລວງປັກກິ່ງ ໄດ້ພົ້ນເດັ່ນຂຶ້ນຢ່າງວ່ອງໄວ, ຫຸ່ນຍົນມະນຸດ ເມືອງໜານຊ່ານ ນະຄອນເສິນເຈິ້ນ ໄດ້ມີການປະດິດສ້າງໃໝ່ຢ່າງຫລວງຫລາຍ, ວິສາຫະກິດອັດສະລິຍະຫຸ່ນຍົນ ນະຄອນຫາງໂຈ່ວ ຫລາຍແຫ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ຕ່ອງໂສ້ອຸດສາຫະກຳຕ່າງໆໄດ້ພັດທະນາຂຶ້ນມາ ໂດຍມີ “ແຊ້ມໃນອະນາຄົດ” ທີ່ນັບບໍ່ຖ້ວນໄດ້ພັດທະນາແບບຄຽງບ່າຄຽງໄຫລ່ກັບວິສາຫະກິດປະດິດສ້າງໃໝ່ ເຊິ່ງໄດ້ເຕົ້າໂຮມເຂົ້າກັນຈົນກາຍເປັນຄື້ນແຫ່ງການຍົກລະດັບການຜະລິດຂອງຈີນ. ການໄດ້ແຊ້ມ 6 ຄັ້ງຕິດຕໍ່ກັນຂອງລົດຈັກຈ່າງເສ ໄດ້ສະແດງໃຫ້ເຫັນເຖິງການບຸກບືນສູ້ຊົນຂອງວິສາຫະກິດການຜະລິດຂອງຈີນ ທີ່ນັບບໍ່ຖ້ວນ, ການແຊງໜ້າທຸກຄັ້ງໃນການແຂ່ງຂັນ ລ້ວນແຕ່ເປັນບາດກ້າວທີ່ໜັກແໜ້ນຂອງອຸດສາຫະກຳການຜະລິດຂອງຈີນ.
ແນ່ນອນວ່າ, ການໄດ້ແຊ້ມໃນການແຂ່ງຂັນບໍ່ໝາຍຄວາມວ່າຈະມີອະນາຄົດທີ່ສະວ່າງສະໄຫວ, ການຄົ້ນຄວ້າເຕັກໂນໂລຊີຍັງເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ. ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ສະເໜີອອກມາຢ່າງຈະແຈ້ງວ່າ: ຈະເພີ່ມທະວີການປັບປຸງພື້ນຖານອຸດສາຫະກຳໃຫ້ເຂັ້ມແຂງຂຶ້ນຕື່ມອີກ ແລະ ພັດທະນາອຸປະກອນເຕັກໂນໂລຊີສຳຄັນໃຫ້ມີຄວາມກ້າວໜ້າແບບກ້າວກະໂດດ ເຊິ່ງໄດ້ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາອຸດສາຫະກຳການຜະລິດຂອງຈີນ ໃນອະນາຄົດ. ການພັດທະນາຈຸດບົກຜ່ອງດ້ານເຕັກໂນໂລຊີ, ການສ້າງພື້ນຖານອຸດສາຫະກຳທີ່ໜັກແໜ້ນ ແລະ ການຍົກສູງກຳລັງແຂ່ງຂັນໃນທົ່ວໂລກຈະແມ່ນພາລະກິດຕົ້ນຕໍສຳລັບອຸດສາຫະກຳການຜະລິດຂອງຈີນ ໃນຂັ້ນຕອນຕໍ່ໄປ.
ການໄດ້ແຊ້ມຄັ້ງດຽວອາດແມ່ນໂຊກຊ່ວຍ ຫລື ເປັນເລື່ອງໜ້າປະຫລາດໃຈ ແລະ ໜ້າຕື່ນເຕັ້ນ, ແຕ່ການໄດ້ແຊ້ມເຖິງ 6 ຄັ້ງແມ່ນຍ້ອນກຳລັງຕົວຈິງ. ການໄດ້ແຊ້ມຄັ້ງຕໍ່ໄປຈະຕ້ອງການຄວາມຮັບຜິດຊອບ ແລະ ການພັດທະນາຕໍ່ໄປ. ລົດຈັກຈ່າງເສ ຊີງໄດ້ແຊ້ມໃນການແຂ່ງຂັນລະດັບສາກົນ ໄດ້ເປັນແບບຢ່າງໃຫ້ແກ່ວິສາຫະກິດການຜະລິດທັງໝົດ, ນັ້ນຄື: ຍຶດໝັ້ນຄວາມຮັກມັກ, ຮັກສາຄວາມອົດທົນ ແລະ ຍຶດໝັ້ນການປະດິດສ້າງໃໝ່, ຈະສາມາດທຳລາຍກຳແພງຂວາງກັ້ນ ແລະ ໄດ້ຮັບຄວາມເຄົາລົບນັບຖືຢ່າງແນ່ນອນ. ຈາກການແຂ່ງຂັນລົດຈັກ ເຖິງອຸດສາຫະກຳຕ່າງໆ, ບັນດາວິສາຫະກິດຂອງຈີນ ພວມບຸກບືນສູ້ຊົນຢ່າງບໍ່ຢຸດຢັ້ງ. ເຊື່ອໝັ້ນວ່າ: ຄຽງຄູ່ກັບພື້ນຖານອຸດສາຫະກຳຂອງຈີນ ໄດ້ຮັບການປັບປຸງຂຶ້ນເລື້ອຍໆ ແລະ ເຕັກໂນໂລຊີສຳຄັນເປັນຫົວໃຈໄດ້ມີການບຸກທະລຸເລື້ອຍໆ, ການຜະລິດຂອງຈີນ ຍ່ອມຈະສາມາດຄອງແຊ້ມໃນການແຂ່ງຂັນລະດັບສາກົນນັບມື້ນັບຫລາຍກວ່າເກົ່າ ແລະ ຈະສາມາດຂຽນປະຫວັດສາດອຸດສາຫະກຳຂອງຈີນ ທີ່ໂດດເດັ່ນນັບມື້ນັບຫລາຍຂຶ້ນ.