ບໍ່ແກ້ວ ຈັດຂະບວນແຫ່ພຣະໄຕຣປິດົກ ຢ່າງຍິ່ງໃຫຍ່ອະລັງການ ທີ່ບ້ານໃຫຍ່ສີ ເມືອງງາມ ເມືອງຕົ້ນເຜິ້ງ

ຖືເປັນອີກໜຶ່ງພາບປະຫວັດສາດແຫ່ງຄວາມເຫຼື້ອມໃສສັດທາໃນພຣະພຸດທະສາສະໜາ ຂອງພີ່ນ້ອງຊາວເມືອງຕົ້ນເຜິ້ງ ເມື່ອບໍ່ດົນມານີ້ ໄດ້ມີການຈັດງານບຸນມະຫາກຸສົນອັນຍິ່ງໃຫຍ່ "ຂະບວນແຫ່ພຣະໄຕຣປິດົກ" ຂຶ້ນຢູ່ທີ່ວັດບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໂດຍມີຄະນະສົງ, ອົງການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ພຸດທະສາສະນິກະຊົນທັງໃກ້ ແລະ ໄກ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມສິຣິມຸງຄຸນ ແລະ ຄວາມເບີກບານມ່ວນຊື່ນໃນບຸນກຸສົນ ໂດຍມີຂະບວນແຫ່ຄຳພີພຣະໄຕຣປິດົກໂດຍມີຄະນະພຣະພິກສຸສົງ ແລະ ສາມະເນນ. ຂະບວນດັ່ງກ່າວໄດ້ເຄື່ອນຜ່ານໃຈກາງໝູ່ບ້ານ ເພື່ອໃຫ້ປະຊາຊົນໄດ້ຮ່ວມອະນຸໂມທະນາສາທຸການ ແລະ ກາບໄຫວ້ບູຊາ ເພື່ອຄວາມເປັນສິຣິມຸງຄຸນ, ຄວາມສະຫງົບສຸກຮົ່ມເຢັນຂອງຄອບຄົວ ກໍ່ຄືຂອງບ້ານເມືອງ. "ການແຫ່ ແລະ ພິມພຣະໄຕຣປິດົກ ຖືເປັນການສືບທອດອາຍຸພຣະພຸດທະສາສະໜາ ໃຫ້ຍືນຍົງຄົງຕົວຄູ່ຊາດລາວຕະຫຼອດໄປ"
ການຈັດຂະບວນແຫ່ໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງອອກເຖິງຄວາມສາມັກຄີອັນແໜ້ນແຟ້ນ ແລະ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນເທົ່ານັ້ນ ແຕ່ຍັງເປັນການຮ່ວມແຮງຮ່ວມໃຈກັນໃນການປົກປັກຮັກສາ ຄຳສອນອັນບໍລິສຸດຂອງອົງສົມເດັດພຣະສຳມາສຳພຸດທະເຈົ້າ ໃຫ້ຄົງຢູ່ຄູ່ກັບສັງຄົມລາວສືບໄປ.