ເມັກຊິກ ຄາດວ່າຈະຕ້ອນຮັບນັກທ່ອງທ່ຽວ10 ລ້ານຄົນ ໃນການແຂ່ງຂັນເຕະບານໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມິຖຸນາ ຜ່ານມາວ່າ: ທ່ານ ໂຈເຊຟີນາ ໂຣດຣິເກສ ຊາໂມຣາລັດຖະມົນຕີກະຊວງທ່ອງທ່ຽວຂອງເມັກຊິກ ຄາດຄະເນວ່າເມັກຊິກຈະຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນປະມານ 10 ລ້ານຄົນໃນລະຫວ່າງການແຂ່ງຂັນເຕະບານໂລກ ຫຼື FIFA World Cup 2026 ຊຶ່ງໄດ້ເລີ່ມຕົ້ນໃນວັນ11 ມິຖຸນາ ຜ່ານມາ. ໂດຍຄາດວ່ານັກທ່ອງທ່ຽວປະມານ 3 ລ້ານຄົນຈະໄປຢ້ຽມຢາມເມືອງເຈົ້າພາບສາມແຫ່ງຂອງເມັກຊິກຄື: ນະຄອນຫຼວງເມັກຊິກຊິຕີ, ເມືອງກວາດາລາຮາຣາແລະ ເມືອງມອນເຕີເຣ.
ຂ່າວລະບຸວ່າ: ເມັກຊິກໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 9 ລ້ານຄົນໃນເດືອນເມສາພຽງຢ່າງດຽວ ຊຶ່ງຢືນຢັນການຄາດຄະເນກ່ຽວກັບການເພີ່ມຂຶ້ນຢ່າງຫຼວງຫຼາຍໃນລະຫວ່າງການແຂ່ງຂັນເຕະບານ ໂລກ 2026. ໂດຍສະເລ່ຍແລ້ວ, ນັກທ່ອງທ່ຽວທີ່ເດີນທາງມາຊົມການແຂ່ງຂັນເຕະບານໂລກ 2026 ມີການໃຊ້ຈ່າຍຫຼາຍກວ່ານັກທ່ອງທ່ຽວປົກກະຕິ 48%.
ທ່ານ ໂຣດຣິເກສເປີດເຜີຍວ່າ: ໃນນະຄອນຫຼວງເມັກຊິກຊີດີ ມີປະມານ 400,000 ຄົນໄດ້ເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບເຕະບານໂລກ, ໂດຍໃນຈຳນວນນີ້ມີປະມານ 300,000 ຄົນໄດ້ໄປຢ້ຽມຢາມພື້ນທີ່ຈັດກິດຈະກຳສຳລັບແຟນບານເຊັ່ນ: FIFA Fan Fest ແລະ ເທດສະການອື່ນໆອີກຫຼາຍລາຍການ.
ໃນວັນທີ 12 ມິຖຸນາ ຜ່ານມາ, ທ່ານ ຄລາວເດຍ ໄຊເນບັມ ປະທານາທິບໍດີເມັກຊິກ ໄດ້ຍ້ອງຍໍບັນຍາກາດການສະເຫຼີມສະຫຼອງທັງພາຍໃນ ແລະ ພາຍນອກສະໜາມກິລາ ໃນໄລຍະເປີດການແຂ່ງຂັນ ເຕະບານໂລກ 2026.
ນອກຈາກນັ້ນ, ເມັກຊິກ ຊຶ່ງເປັນເຈົ້າພາບຮ່ວມກັບ ສະຫະລັດ ອາເມຣິກາ ແລະ ການາດາ ໃນປີນີ້, ໄດ້ກາຍເປັນປະເທດທຳອິດໃນໂລກທີ່ເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກເຖິງ 3 ຄັ້ງ, ຫຼັງຈາກປີ 1970 ແລະ 1986.