ເສດຖະກິດຂອງ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານປະຈຳເດືອນຈາກກະຊວງເສດຖະກິດ ແລະ ການເງິນຂອງ ສ ເກົາຫຼີ ຫຼື "Green Book" ລະບຸວ່າ, ເສດຖະກິດ ສ ເກົາຫຼີຍັງສືບຕໍ່ຟື້ນຕົວ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກທີ່ເຂັ້ມແຂງ ປະກອບກັບຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ພາກທຸລະກິດທີ່ດີຂຶ້ນ, ເຖິງວ່າຄວາມບໍ່ແນ່ນອນໃນຕາເວັນອອກກາງຈະສ້າງຄວາມສ່ຽງຕໍ່ຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ອັດຕາເງິນເຟີ້ ແລະ ການຊະລໍຕົວຂອງຕະຫຼາດແຮງງານ.
 
ກະຊວງດັ່ງກ່າວໄດ້ອະທິບາຍວ່າ: ຂໍ້ຂັດແຍ່ງໃນຕາເວັນອອກກາງເພີ່ມຄວາມຜັນຜວນໃນຕະຫຼາດການເງິນ ແລະ ພະລັງງານທົ່ວໂລກ ຊຶ່ງເຮັດໃຫ້ເກີດຄວາມກັງວົນກ່ຽວກັບການຢຸດສະງັກຂອງລະບົບຕ່ອງໂສ້ການສະໜອງ, ແຮງກົດດັນດ້ານອັດຕາເງິນເຟີ້ທີ່ເພີ່ມຂຶ້ນແລະ ການເຕີບໂຕທີ່ຊ້າລົງ. ໂດຍກະຊວງຈະຮັກສາລະບົບຮັບມືເຫດສຸກເສີນ, ນຳໃຊ້ງົບປະມານເພີ່ມເຕີມຢ່າງໄວວາແລະ ສຸມໃສ່ການຮັກສາສະຖຽນລະພາບການເປັນຢູ່ຂອງປະຊາຊົນເພື່ອຫຼຸດຜ່ອນຜົນກະທົບຂອງຂໍ້ຂັດແຍ່ງ.
 
ທັງນີ້, ລວມຍອດຜະລິດຕະພັນພາຍໃນປະເທດ (GDP)ທີ່ແທ້ຈິງຂອງ ສ ເກົາຫຼີໃນໄຕມາດທຳອິດ (ມັງກອນ-ມີນາ) ຊຶ່ງໄດ້ປັບໃຫ້ສອດຄ່ອງກັບອັດຕາເງິນເຟີ້, ເພີ່ມຂຶ້ນ 1.8% ເມື່ອທຽບກັບໄຕມາດກ່ອນຊຶ່ງສູງກວ່າອັດຕາການເຕີບໂຕ 1.7% ທີ່ປະກາດໃນເດືອນເມສາ ແລະ ເປັນການເຕີບໂຕທີ່ໄວທີ່ສຸດນັບຕັ້ງແຕ່ໄຕມາດທີສາມ (ກໍລະກົດ-ກັນຍາ) ຂອງປີ 2020.
 
ບົດລາຍງານຍັງໄດ້ລະບຸວ່າ: ການສົ່ງອອກໃນເດືອນພຶດສະພາເພີ່ມຂຶ້ນ 53.2% ເມື່ອທຽບກັບປີກ່ອນ ເນື່ອງຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນ. ຂະນະທີ່ດັດຊະນີລວມຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ (CCSI) ເພີ່ມຂຶ້ນ 6.9 ຈຸດເປັນ 106.1 ໃນເດືອນພຶດສະພາ, ໃນຂະນະທີ່ດັດຊະນີລວມຄວາມເຊື້ອໝັ້ນທາງທຸລະກິດ(CBSI) ໃນທຸກອຸດສາຫະກຳເພີ່ມຂຶ້ນ 4.0 ຈຸດເປັນ 98.9 ໃນເດືອນພຶດສະພາ.
 
ລາຄາຜູ້ບໍລິໂພກໃນເດືອນພຶດສະພາເພີ່ມຂຶ້ນ 3.1% ເມື່ອທຽບກັບປີກ່ອນ ຊຶ່ງເປັນການເພີ່ມຂຶ້ນຫຼາຍທີ່ສຸດໃນຮອບ 26 ເດືອນນັບຕັ້ງແຕ່ເດືອນມີນາ 2024. ໃນຂະນະດຽວກັນ, ການຈ້າງງານໃນເດືອນພຶດສະພາຫຼຸດລົງ 40,000 ຕຳແໜ່ງ ຊຶ່ງເປັນການຫົດຕົວຄັ້ງທຳອິດໃນ 17 ເດືອນນັບຕັ້ງແຕ່ເດືອນທັນວາ 2024.