ຕ້ອງສ້າງຕາແສງໃຫ້ກາຍເປັນຕົວແບບ ແລະ ພັດທະນາການຜະລິດ

ໃນໂອກາດທີ່ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ພ້ອມດ້ວຍພະແນກການຂອງແຂວງ ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມວຽກງານຢູ່ເມືອງເຊບັ້ງໄຟ ໃນວັນທີ 11 ມິຖຸນາ 2026, ຊຶ່ງໄດ້ຊີ້ນໍາໃຫ້ການນໍາເມືອງ ແລະ ຕາແສງ ສືບຕໍ່ນໍາພາ-ຊີ້ນໍາ ສ້າງຕາແສງໃຫ້ກາຍເປັນຕາແສງຕົວແບບ ເພື່ອໃຫ້ບັນດາຕາແສງອື່ນໄດ້ມາຖອດຖອນບົດຮຽນ ໂດຍສະເພາະ ຕາແສງແສນຄໍາສົມ, ພ້ອມທັງເນັ້ນໜັກ ໃຫ້ສ້າງສູນກາງຈັດກິດຈະກໍາຂອງປະຊາຊົນ, ຈັດຕັ້ງຕະຫລາດນັດປະຈໍາອາທິດ, ສົ່ງເສີມກິດຈະກໍາກິລາ ແລະ ສິລະປະ-ວັດທະນະທໍາ ແລະ ອື່ນໆ ທີ່ເປັນປະໂຫຍດ ເພື່ອສ້າງຄວາມສາມັກຄີ ແລະ ຄວາມເຂັ້ມແຂງໃນຊຸມຊົນ.
ພ້ອມທັງຮຽກຮ້ອງໃຫ້ປະຊາຊົນສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການຜະລິດ, ພັດທະນາການປູກເຂົ້າ, ພືດຜັກ, ໄມ້ກິນໝາກ ແລະ ການລ້ຽງສັດ ໃຫ້ກາຍເປັນສິນຄ້າ ເພື່ອຍົກລະດັບລາຍຮັບ ແລະ ຄຸນນະພາບຊີວິດຂອງຄອບຄົວ. ພ້ອທນີ້, ຍັງມອບເງິນຈໍານວນໜຶ່ງ ແລະ ປຸ໋ຍຊີວະພາບ 10 ໂຕນ ໃຫ້ແກ່ກະສິກອນ 3 ບ້ານຄື : ບ້ານສົ້ມ, ບ້ານຍາງໃຫຍ່ ແລະ ບ້ານດົງໝາກບ້າ ເພື່ອນໍາໄປໃຊ້ໃນການຜະລິດ.
ຕາແສງແສນຄໍາສົມ ຢູ່ບ້ານຍາງໃຫຍ່, ຫ່າງຈາກສໍານັກງານເມືອງເຊບັ້ງໄຟ 23 ກິໂລແມັດ, ມີ 14 ບ້ານຂຶ້ນກັບ, ມີພົນລະເມືອງ 10.643 ຄົນ, ຍິງ 4.962 ຄົນ, ມີຫລາຍກວ່າ 2.000 ຄອບຄົວ. ພາຍໃນຕາແສງມີໂຮງຮຽນມັດທະຍົມສົມບູນ 2 ແຫ່ງ, ໂຮງຮຽນປະຖົມ 11 ແຫ່ງ ແລະ ສຸກສາລາ 3 ແຫ່ງ. ໃນການລົງຊຸກຍູ້ຄັ້ງນີ້, ຄະນະໄດ້ມອບຄອມພິວເຕີ 2 ຊຸດ ພ້ອມເງິນສົດ 20 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານຂອງຕາແສງ.
ຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມຢາມຄອບຄົວຕົວແບບດ້ານການປູກເຫັດ ແລະ ພົບປະປະຊາຊົນບ້ານສົ້ມ ເພື່ອຮັບຟັງສະພາບຂອງບ້ານ, ດ້ານວຽກງານເສດຖະກິດ, ກະສິກໍາ ແລະ ຄວາມຕ້ອງການຂອງປະຊາຊົນ. ໃນການພົບປະ, ຕາງໜ້າການຈັດຕັ້ງຕາແສງ ແລະ ບ້ານສົ້ມ ໄດ້ສະເໜີຕໍ່ການນໍາແຂວງ ໃຫ້ພິຈາລະນາຊ່ວຍເຫລືອການສ້າງຫ້ອງການຕາແສງ, ຫໍພັກພະນັກງານ, ການກໍ່ສ້າງເສັ້ນທາງປູຢາງຈາກທາງເລກ 13 ເຂົ້າຫາບ້ານ, ການຂະຫຍາຍຕາຂ່າຍໄຟຟ້າ ແລະ ການສ້າງຄອງສົ່ງນໍ້າເພື່ອຮັບໃຊ້ການຜະລິດກະສິກໍາໃນລະດູແລ້ງ.
ພ້ອມນີ້, ຄະນະຍັງສືບຕໍ່ລົງກວດກາໂຄງການຈົກໜອງບົວ ຢູ່ບ້ານດົງໝາກບ້າ ແລະ ປະຕູເປີດນໍ້າຫ້ວຍສາຍພາຍ. ໂຄງການດັ່ງກ່າວມີເນື້ອທີ່ 25 ເຮັກຕາ ເລີ່ມດໍາເນີນການກໍ່ສ້າງແຕ່ຕົ້ນປີ 2026, ປັດຈຸບັນສໍາເລັດແລ້ວປະມານ 90%. ຄາດວ່າຈະສໍາເລັດພາຍໃນເດືອນກໍລະກົດ 2026. ເມື່ອໂຄງການສໍາເລັດ ຈະສາມາດສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງໄດ້ປະມານ 85 ເຮັກຕາຕໍ່ປີ, ຊ່ວຍສ້າງເງື່ອນໄຂໃຫ້ປະຊາຊົນຂະຫຍາຍການຜະລິດ ແລະ ຍົກສູງລາຍຮັບໃນອະນາຄົດ.