ແຂວງຫລວງພະບາງ ມີນັກສອບເສັງຈົບຊັ້ນ ມ7 ຫລາຍກວ່າ 2.400 ຄົນ

ໃນສົກຮຽນ 2025-2026 ນີ້, ທົ່ວແຂວງຫລວງພະບາງ ມີນັກສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ທັງໝົດ 2.480 ຄົນ, ຍິງ 1.121 ຄົນ, ຊຶ່ງການສອບເສັງຈົບຊັ້ນ ມ7 ຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026, ມີ 5 ວິຊາສອບເສັງຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ກຸ່ມວິທະຍາສາດທຳມະຊາດ, ກຸ່ມວິທະຍາສາດສັງຄົມ ແລະ ພາສາອັງກິດ, ຊຶ່ງເອກະພາບກັນໃນທົ່ວປະເທດ.
 
ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງ ແຂວງຫລວງພະບາງ ລາຍງານໃນກອງປະຊຸມແນະນຳທາງດ້ານວິຊາການ ໃຫ້ຄະນະຊີ້ນຳສູນສອບເສັງຈົບຊັ້ນມັດທະຍົມສຶກສາ ມ7 ປະຈໍາສົກຮຽນ 2025-2026 ໃນວັນທີ 14 ມິຖຸນາ 2026 ຜ່ານມາວ່າ: ທົ່ວແຂວງຫລວງພະບາງມີໂຮງຮຽນຊັ້ນມັດທະຍົມສຶກສາຕອນປາຍ 48 ແຫ່ງ, ແບ່ງອອກເປັນ 33 ສູນສອບເສັງ ພ້ອມທັງຊີ້ນຳໃຫ້ແຕ່ລະສູນສອບເສັງ ຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ປະຕິບັດລະບຽບຢ່າງເຂັ້ມງວດ, ຕ້ານທຸກປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂື້ນໃນບັ້ນສອບເສັງ, ປະສານສົມທົບກັບຄະນະການປົກຄອງເມືອງ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຜູ້ອໍານວຍການ, ຄູສອນ ແລະ ພໍ່ແມ່ຜູ້ປົກຄອງ ໃຫ້ພ້ອມກັນສົ່ງລູກຫລານນັກຮຽນ ມາເຂົ້າຮ່ວມການສອບເສັງ ໃຫ້ທັນຕາມວັນເວລາທີ່ໄດ້ກຳນົດໄວ້, ພ້ອມທັງເປັນເຈົ້າການຮ່ວມກັນໃນການຕິດຕາມ, ຊຸກຍູ້ໃຫ້ກໍາລັງໃຈ ແກ່ລູກຫລານຂອງຕົນ ໃຫ້ສາມາດສອບເສັງໄດ້ຄະແນນສູງ ແລະ ກຽມຄວາມພ້ອມໃນການສອບເສັງ ເຂົ້າຮຽນຕໍ່ໃນສາຍວິຊາຊີບ ຢູ່ພາຍໃນ ແລະ ຕ່າງປະເທດ.
 
ໃນກອງປະຊຸມ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ປະທານຄະນະກຳມະການປົກຄອງ ແຂວງຫລວງພະບາງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການກວດກາສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນບັ້ນການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ7) ສົກຮຽນ 2025-2026, ຜ່ານຂໍ້ຕົກລົງຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍ ການແຕ່ງຕັ້ງອະນຸກໍາມະການລົງຊີ້ນຳສູນສອບເສັງ ຈົບຊັ້ນ ມ7 ແຂວງຫລວງພະບາງ ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ, ທັງມີການແນະນຳຄູ່ມືທາງດ້ານວິຊາການ.
ຂ່າວ-ພາບ: ສອນອາຄົມ ແກ້ວຄຳເພັດ