ຊຽງຂວາງ ຕີລາຄາຄືນຜົນການປະຕິບັດວຽກກີລາ-ກາຍະກໍາ

ພະແນກສຶກສາທິການ ແລະກີລາແຂວງ(ສກຂ) ຊຽງຂວາງ ຈັດກອງປະຊຸມຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານກີລາ-ກາຍະກໍາປະຈໍາສົກປີ  2018- 2019 ແລະວາງແຜນຈຸດສຸມ ເຄື່ອນໄຫວ 2019-2020  ໃນວັນທີ 9 ພຶດສະພາ ຜ່ານມາທີ່ຫ້ອງ ປະຊຸມພະແນກ (ສກຂ) ພາຍໃຕ້ ການເປັນປະທານຂອງທ່ານ ບົວລີ ພັນນາວົງ ຫົວໜ້າພະແນກ ສກຂ ແລະໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງຜີວ ສີປັນຍາ ຮອງຫົວໜ້າພະແນກ ສກຂ ຜູ້ຊີ້ນໍາວຽກງານ ກີລາ, ມີບັນດາທ່ານຮອງເຈົ້ເມືອງ, ຮອງຫົວໜ້າຫ້ອງການສຶກ ສາທິການເມືອງ, ຂະແໜງການ ທີ່ກ່ຽວຂ້ອງຂອງພະແນກ, ໂຮງ ຮຽນອ້ອມຂ້າງ ແລະໜ່ວຍງານທີ່ກ່ຽວຂ້ອງຂອງຫ້ອງການສຶກສາທິການເມືອງເຂົ້າຮ່ວມ.

ທ່ານ ຄໍາພອນ ຍອຍສາຍຄໍາ ຫົວໜ້າຂະແໜງກີລາມວນຊົນໄດ້ຂຶ້ນຜ່ານບົດສະຫຼຸບຜົນການຈັດ ຕັ້ງປະຕິບັດວຽກງານກີລາ-ກາຍະກໍາຂອງພະແນກ  ສກຂ ຊຽງຂວາງ ໃນໄລຍະສົກປີ 2018-2019 ໄດ້ ຍົກໃຫ້ເຫັນເຖິງຜົນງານຫຼາຍດ້ານ ທີ່ສາມາດປະຕິບັດໄດ້, ເປັນຕົ້ນ ແມ່ນການບໍລິຫານຄຸ້ມຄອງ  ແລະ ຈັດຕັ້ງນໍາພາການເຂົ້າຮ່ວມເຄື່ອນ ໄຫວແຂ່ງຂັນກີລາລະດັບຕ່າງໆ ທີ່ທາງຂັ້ນເທິງຈັດຂຶ້ນໄດ້ສໍາເລັດ ເຊັ່ນ: ການຈັດການແຂ່ງຂັນກີລາ ສະເຫຼີມສະຫຼອງວັນກີລາ-ກາຍະ ກໍາຄົບຮອບ 52 ປີ, ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນ ບຸນກິນຈຽງເຜົ່າມົ້ງ, ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70  ປີ, ຂະບວນການຍ່າງເພື່ອສຸຂະພາບສະຫຼອງວັນກີລາ-ກາຍະກໍາ ແຫ່ງຊາດຄົບຮອບ  52 ປີ, ຂະບວນ ການຍ່າງເພື່ອສຸຂະພາບສະຫຼອງ ວັນກໍາມະບານລາວຄົບຮອບ 62 ປີ, ຝຶກເຕັ້ນແອໂຣບິກໃຫ້ຄູພະລະ-ສິລະປະໂຮງຮຽນ ມຕ, ມປ ພາຍ ໃນເທສະບານແຂວງ 1 ຄັ້ງ, ນໍາ ພານັກກີລາບານເຕະຄົນພິການ ທາງສາຍຕາເຂົ້າຮ່ວມແຂ່ງຂັນຢູ່ ນະຄອນຫຼວງວຽງຈັນ 1 ຄັ້ງ, ນໍາພານັກກີລາລອຍນໍ້າຄົນພິການເຂົ້າຮ່ວມແຂ່ງຂັນກີລາລອຍນໍ້າທົ່ວປະ ເທດຄັ້ງທີ 1 ຢູ່ນະຄອນຫຼວງວຽງ ຈັນ ສາມາດຍາດໄດ້ 3 ຫຼຽນວາງ ວັນ, ກໍ່ສ້າງກໍາມະການຕັດສິນກີລາ ບານເຕະຂັ້ນພື້ນຖານໄດ້ 50 ຄົກໍ່ສ້າງຄູເຝິກກີລາບານເຕະ, ແລ່ນລານຂັ້ນພື້ນຖານໃຫ້ບັນດາເມືອງໄດ້ 140 ຄົນ, ຈັດການແຂ່ງຂັນກີ ລາບານເຕະ, ບານສົ່ງ, ແລ່ນ-ລານ, ເປຕັ໋ງ, ດອກປີກໄກ່, ເທ ຄັວນໂດ໋, ກ໊ອບ, ໂບລິ້ງ, ກະຕໍ້, ເຮືອຊ່ວງ, ໝາກຂ່າງ, ໜ້າເກັກ, ເພື່ອຄັດເລືອກເອົານັກກີລາກະ ກຽມເຂົ້າຮ່ວມແຂ່ງຂັນງານມະຫາກໍາກີລາແຫ່ງຊາດຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ, ຈັດຕັ້ງການຮຽນວິຊາພະລະ-ສິ ລະປະຢູ່ໃນໂຮງຮຽນສາມັນຕາມ ຫຼັກສູດໂຄງການທີ່ກະຊວງສຶກ ສາທິການວາງອອກ (ຊັ້ນປະຖົມ 425 ແຫ່ງ, ມັດທະຍົມ 95 ແຫ່ງ), ຈັດການຮຽນ-ການສອນວິຊາ ປກຊ-ປກສ ໄດ້ 29 ແຫ່ງ ໂຮງຮຽນ, ຊຸກຍູ້ການສ້າງໂຮງ ຮຽນປອດຢາເສບຕິດພາຍໃນໂຮງ ຮຽນລວມທັງພາກລັດ ແລະ ເອກະ ຊົນປະຈຸບັນສາມາດປະກາດໄດ້ ແລ້ວ 93 ແຫ່ງໂຮງຮຽນເປັນໂຮງ ຮຽນປອດຢາເສບຕິດ, ບັນດາເມືອງໄດ້ນໍາເອົາທິດທາງແຜນການ-ການເຄື່ອນໄຫວວຽກງານກີລາ-ກາຍະກໍາຈາກຂັ້ນແຂວງໄປຈັດຕັ້ງຜັນຂະຫຍາຍຢ່າງເປັນຂະ ບວນຟົດຟື້ນ ແລະບັນລຸຕາມຄາດ ໝາຍທີ່ກໍານົດ.ນອກຈາກນີ້ຍັງອີກຫຼາຍໆຜົນງານທີ່ທາງພະແນກ ສກຂ ຊຽງຂວາງ ຍາດມາໄດ້ອັນ ໄດ້ສ້າງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ສັງຄົມ ແລະປະເທດ ຊາດ, ທັງນີ້ກໍເພື່ອແນໃສ່ສ້າງໃຫ້ທຸກຄົນໃນທົ່ວສັງຄົມມີສຸຂະພາບສົມບູນແຂງແຮງ, ມີຈິດໃຈປອດ ໂປ່ງກຽມພ້ອມຮັບໃຊ້ວຽກງານປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມແຂງ ແກ່ງຈະເລີນກ້າວໜ້າ.

ສໍາລັບວຽກຈຸດສຸມປີ 2019-2020 ຈະເອົາໃຈໃສ່ຊຸກຍູ້ໃຫ້ມີ ການອອກກໍາລັງກາຍ-ຫຼິ້ນກີລາຢູ່ແຕ່ລະເມືອງໃຫ້ຫຼາຍຂຶ້ນຕື່ມ, ຈັດ ການແຂ່ງຂັນກີລາປະເພດຕ່າງໆ ຂັ້ນພື້ນຖານ ໂດຍຕິດພັນກັບການ ສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງຊາດ, ລົງຊຸກຍູ້, ຕິດຕາມ ກວດກາເກັບກໍາຂໍ້ມູນການອອກ ກໍາລັງກາຍ, ຫຼິ້ນກີລາຢູ່ບັນດາ ເມືອງ, ສວນສາທາລະນະພາຍໃນເທສະບານແຂວງ ແລະສະໂມສອນກີລາຕ່າງໆໃຫ້ໄດ້ຢ່າງໜ້ອຍ2 ຄັ້ງ, ຈັດກອງປະຊຸມເຜີຍແຜ່ພາ ລະບົດບາດ, ສິດໜ້າທີ່ໃຫ້ແກ່ບັນ ດາສະຫະພັນກີລາປະເພດຕ່າງໆ ພາຍໃນແຂວງໃຫ້ສໍາເລັດ, ກະກຽມນັກກີລາຂອງແຂວງຈໍານວນ 28 ປະເພດກີລາໃນ 705 ຄົນເຂົ້າສູນຝຶກຊ້ອມເພື່ອກຽມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫາກໍາກີ ລາແຫ່ງຊາດຄັ້ງທີ XI, ລົງຊຸກຍູ້ ໂຮງຮຽນປອດສິ່ງເສບຕິດຄືນໃໝ່ ໂດຍສະເພາະແຫ່ງໂຮງຮຽນທີ່ຍັງ ບໍ່ທັນໄດ້ປະກາດພ້ອມທັງສົມທົບ ກັບເມືອງໃນການຊຸກຍູ້ການຮຽນ-ການສອນວິຊາພະລະ-ສິລະປະຢູ່ ໃນໂຮງຮຽນ ແລະຍັງອີກບາງໜ້າ ວຽກສໍາຄັນທີ່ຈະຕ້ອງໄດ້ຈັດຕັ້ງ ປະຕິບັດໃນຕໍ່ໜ້າເພື່ອໃຫ້ບັນລຸຕາມ ເປົ້າໝາຍທີ່ວາງໄວ້.

ໂດຍ: ສີອຳພອນ