ເມືອງໂຂງ ເປີດສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2025-2026

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເປີດຫົວບົດສອບເສັງຈົບຊັ້ນ ມັດທະຍົມຕອນຕົ້ນ (ມ4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ທີ່ສູນສອບເສັງ ມສ ຫ້ວຍ ເມືອງໂຂງ ແຂວງຈຳປາສັກ ໂດຍມີ ທ່ານ ສີລອງ ໄຊຍະສິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂຂງ, ທ່ານ ນາງ ທິບພະຈັນ ແກ້ວສະຫວັນ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສັນຕິ ສິງເສລີ ຮອງປະທານຄະນະກຳມະການຕາແສງດອນໂຂງ, ພ້ອມດ້ວຍຄະນະກຳມະການ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ສີລອງ ໄຊຍະສິດ ໄດ້ກ່າວວ່າ: ການສອບເສັງຈົບຊັ້ນ ມ4 ແມ່ນບາດກ້າວ ແລະ ເປັນຂີດໝາຍທີ່ສໍາຄັນໃນເສັ້ນທາງການສຶກສາຂອງນ້ອງໆນັກຮຽນທຸກຄົນ. ມັນບໍ່ພຽງແຕ່ເປັນການວັດ ແລະ ປະເມີນຜົນການຮຽນ-ການສອນ ຕະຫລອດໄລຍະ 4 ປີ ຜ່ານມາເທົ່ານັ້ນ, ແຕ່ຍັງເປັນຂັ້ນໄດໃໝ່ທີ່ຈະພາໃຫ້ນ້ອງໆກ້າວໄປສູ່ການສຶກສາໃນລະດັບທີ່ສູງຂຶ້ນ ໂດຍສະເພາະ ການຮຽນຕໍ່ສາຍສາມັນສຶກສາ (ມປາຍ) ຫລື ສາຍອາຊີບ ຕາມຄວາມມຸ່ງໝັ້ນປາດຖະໜາ. ເພື່ອຮັບປະກັນໃຫ້ບັ້ນການສອບເສັງຄັ້ງນີ້ ດຳເນີນໄປດ້ວຍຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ ແລະ ຍຸຕິທຳ ຮຽກຮ້ອງມາຍັງຄະນະກໍາມະການທຸກທ່ານ ໃຫ້ຍົກສູງຄວາມຮັບຜິດຊອບ, ປະຕິບັດໜ້າທີ່ກວດກາ ແລະ ຍາມຫ້ອງເສັງຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍໄດ້ຕັກເຕືອນ ແລະ ໃຫ້ກໍາລັງໃຈແກ່ນ້ອງໆນັກຮຽນທຸກຄົນ ໃຫ້ນຳໃຊ້ຄວາມຮູ້, ຄວາມສາມາດ ທີ່ໄດ້ສຶກສາຮ່ຳຮຽນ ມາຜັນຂະຫຍາຍລົງໃນເຈ້ຍຄຳຕອບຢ່າງສຸດຄວາມສາມາດ, ມີຄວາມຊື່ສັດບໍລິສຸດ ແລະ ປະຕິບັດກົດລະບຽບຂອງຫ້ອງເສັງຢ່າງເຄັ່ງຄັດ.
ສຳລັບການຈັດຕັ້ງການສອບເສັງຈົບຊັ້ນ ມ4 ຢູ່ເມືອງໂຂງໃນສົກຮຽນນີ້ ມີນ້ອງນັກຮຽນເຂົ້າຮ່ວມສອບເສັງທັງໝົດ 444 ຄົນ, ຍິງ 238 ຄົນ, ໄດ້ແບ່ງອອກເປັນ 3 ສູນສອບເສັງ (ລວມມີ 20 ໂຮງຮຽນເຂົ້າຮ່ວມ) ແບ່ງເປັນ 21 ຫ້ອງສອບເສັງເປັນຕົ້ນ ສູນ ມສ ຫ້ວຍ: ມີ 10 ຫ້ອງສອບເສັງ, ມີນັກຮຽນເຂົ້າເສັງລວມ 202 ຄົນ, ຍິງ 97 ຄົນ (ປະກອບມີ 9 ໂຮງຮຽນອ້ອມຂ້າງ); ສູນ ມສ ໂພນສະອາດ: ມີ 3 ຫ້ອງສອບເສັງ, ມີນັກຮຽນເຂົ້າເສັງລວມ 67 ຄົນ, ຍິງ 34 ຄົນ (ປະກອບມີ 4 ໂຮງຮຽນອ້ອມຂ້າງ); ສູນ ມສ ຂີ້ນາກ: ມີ 8 ຫ້ອງສອບເສັງ, ມີນັກຮຽນເຂົ້າເສັງລວມ 175 ຄົນ, ຍິງ 107 ຄົນ (ປະກອບມີ 7 ໂຮງຮຽນອ້ອມຂ້າງ).
ສຳລັບດ້ານການກຽມຄວາມພ້ອມ ແລະ ບຸກຄະລາກອນ, ຄະນະກຳມະການໄດ້ຈັດຕັ້ງກຳມະການຍາມຫ້ອງສອບເສັງທັງໝົດ 42 ທ່ານ, ຍິງ 21 ທ່ານ ພ້ອມທັງມີກຳລັງປ້ອງກັນຄວາມສະຫງົບປະຈຳແຕ່ລະສູນສອບເສັງ 1 ສະຫາຍ ແລະ ແພດປະຈຳສູນລະ 1 ທ່ານ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ