3 ສະຫະກອນຮ່ວມງານວາງສະແດງເພື່ອຍົກລະດັບການພັດທະນາ ແລະ ຂະຫຍາຍການຮັບຮູ້ສູ່ສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ສະຫະກອນ ກຸ່ມ ແລະ ຜູ້ປະກອບການ ສະເຫຼີມສະຫຼອງວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ທີ່ນະຄອນ ຫຼວງວຽງຈັນ ທ່ານ ພູທອງ ພົນວິໄຊ ປະທານສະຫະກອນອັດສະລິຍະ ແລະ ທີ່ປຶກສາສະຫະກອນພັນເພັດ ໃຫ້ສຳພາດວ່າ ປັດຈຸບັນກຸ່ມຂອງຕົນມີ 3 ສະຫະກອນຫຼັກປະ ກອບມີ ສະຫະກອນພັນເພັດທີ່ດຳເນີນວຽກດ້ານກະສິກຳ ແລະ ປ່າໄມ້ ສະຫະກອນອັດສະລິຍະທີ່ໃຫ້ບໍລິການດ້ານໄອທີ ເຕັກໂນໂລຊີ ລວມທັງການບໍລິຫານບຸກຄະລາກອນ ແລະ ບັນຊີການເງິນໃຫ້ແກ່ສະຫະກອນຕ່າງໆທົ່ວປະເທດ ແລະ ສະຫະກອນລ້ອງແວ່ນ ຈາກເມືອງຊຳເໜືອ ແຂວງຫົວພັນ ທີ່ເນັ້ນການຜະລິດເຫຼົ້າຂາວສູດດັ່ງເດີມ ແລະ ການປູກເຂົ້າໄກ່ນ້ອຍປອດສານພິດ.
ກ່ອນໜ້ານີ້ກິດຈະການຂອງກຸ່ມໄດ້ດຳເນີນໃນຮູບແບບບໍລິສັດຈຳກັດຄຽງຄູ່ກັບການສຶກສາ ແລະ ຄົ້ນຄວ້າຮູບແບບການບໍລິຫານສະຫະກອນຈາກຕ່າງປະເທດເປັນເວລາຍາວນານເຖິງ 14 ປີ ຫຼັງຈາກກົດໝາຍວ່າດ້ວຍສະຫະກອນສະບັບໃໝ່ມີຜົນບັງຄັບໃຊ້ຈຶ່ງໄດ້ຫັນປ່ຽນຮູບແບບມາເປັນສະຫະກອນຢ່າງເຕັມຕົວໃນທ້າຍປີ 2025 ປັດຈຸ ບັນ ທັງ 3 ສະຫະກອນມີສະມາຊິກລວມຫຼາຍກວ່າ 100 ຄົນໂດຍຜູ້ທີ່ຈະເຂົ້າເປັນສະ ມາຊິກຕ້ອງເປັນຜູ້ມີແບບຢ່າງທີ່ດີ ແລະ ຜ່ານການເຝິກອົບຮົມຕາມມາດຕະຖານທີ່ກຳນົດ ນອກຈາກນັ້ນສະຫະກອນພັນເພັດຍັງມີເມັດພັນເຂົ້າຄຸນນະພາບຈຳໜ່າຍສູ່ຕະຫຼາດ ຂະນະທີ່ສະຫະກອນລ້ອງແວ່ນ ມີຜະລິດຕະພັນເຫຼົ້າຂາວສູດດັ່ງເດີມ ແລະ ເຂົ້າໄກ່ນ້ອຍປອດສານພິດທີ່ມີຄວາມເປັນເອກະລັກ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຢ່າງຕໍ່ເນື່ອງ.
ສຳລັບການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ເຫັນວ່າເປັນໂອກາດສຳຄັນໃນການປະ ຊາສຳພັນກິດຈະກຳ ແລະ ຜົນງານຂອງສະຫະກອນໃຫ້ສັງຄົມຮັບຮູ້ຫຼາຍຂຶ້ນ ພ້ອມທັງເປັນເວທີໃນການແລກປ່ຽນປະສົບການ ແລະ ບົດຮຽນກັບສະຫະກອນອື່ນໆ ເພື່ອນຳໄປສູ່ການພັດທະນາການບໍລິຫານ ແລະ ການຜະລິດໃຫ້ດີຍິ່ງຂຶ້ນ ສະນັ້ນ ໃນໄລຍະຕໍ່ໜ້າ ທັງ 3 ສະຫະກອນ ຈະສືບຕໍ່ພັດທະນາລະບົບການບໍລິຫານ ຍົກລະດັບຄຸນນະ ພາບຜະລິດຕະພັນ ແລະ ຂະຫຍາຍເຄືອຂ່າຍສະມາຊິກເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສະຫະກອນຂອງລາວ ແລະ ສ້າງລາຍໄດ້ທີ່ຍືນຍົງໃຫ້ແກ່ສະມາຊິກ.