ແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການອະນາໄມ

ໃນຕອນເຊົ້າວັນທີ 9 ມິຖຸນາ 2026, ຄະນະນຳ, ພະນັກງານລັດຖະກອນ ແນວລາວສ້າງຊາດ ແລະສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນແຂວງເຊກອງຄື: ຊາວໜຸ່ມ, ກຳມະບານ ແລະແມ່ຍິງ ຈາກຮາກຖານ-ໜ່ວຍພະແນກການ-ກົມກອງອ້ອມຂ້າງແຂວງ ໄດ້ສາມັກຄີກັນສ້າງຂະບວນການອອກແຮງງານລວມ (ວັນເສົາແດງ).
ທ່ານ ນາງ ຄໍາເສັງ ທຸມມະວົງສາ ປະທານແນວລາວສ້າງຊາດແຂວງ ເວົ້າວ່າ: ການສ້າງຂະບວນການອອກແຮງງານລວມ (ວັນເສົາແດງ) ໃນຄັ້ງນີ້ ກໍເພື່ອເປັນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 51 ປີ, ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 106 ປີ ແລະວັນສ້າງຕັ້ງພັກປະຊາຊົນ ປະຕີວັດລາວ ຄົບຮອບ 71 ປີ ແລະ ທັງເປັນການສ້າງຂະບວນການກະກຽມໃຫ້ແກ່ການສ້າງຕັ້ງຕາແສງຕາເວັນອອກລອຍເມກ ຕື່ມອີກ.
ເຊິ່ງການສ້າງຂະບວນການອອກແຮງງານອະນາໄມນີ້ ໄດ້ມີການຖາງຫຍ້າ, ເກັບເສດຂີ້ເຫຍື່ອ ຕາມແຄມທາງ ເລີ່ມແຕ່ສວນຫຼັກເມືອງ ໄປທາງ 3 ແຍກ ປກສ ເມືອງະມາມ ແລ້ວໄປຕາມເສັ້ນທາງ16 ບີ ( ທາງຂົວເຊກອງ-ດາກຈຶງ ) ຈົນຮອດໂຮງຮຽນປະຖົມບ້ານປາກໂທນ (ຟາກເຊ) ເຮັດໃຫ້ຕາມເສັ້ນທາງ ຂອງຕົວເມືອງ ມີຄວາມສະອາດ, ສວຍງາມ ຕາມທິດສີຂຽວ ແລະ ຍືນຍົງ.
ຂ່າວ: ພຸດທະສອນ