ສະຫະກອນຊາ ຜະລິດຊາທຳມະຊາດຄຸນນະພາບດີສູ່ຕະຫຼາດ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ສະຫະກອນ ກຸ່ມ ແລະ ຜູ້ປະກອບການ ສະເຫຼີມສະຫຼອງວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ທີ່ຈັດຂຶ້ນໃນວັນທີ 4 ມິຖຸນາ 2026 ຢູ່ສູນການຄ້າລາວ-ໄອເຕັກ ທ່ານ ບຸນຈັນ ຕາງໜ້າສະຫະກອນຊາກໍແມນໃຫ້ສຳພາດວ່າ ສະຫະກອນຊາກໍແມນໄດ້ສ້າງຕັ້ງຂຶ້ນໃນປີ 2024 ໂດຍມີສະມາຊິກຈຳນວນ 22 ຄອບຄົວ ຮ່ວມກັນຜະລິດ ແລະ ພັດທະນາຜະລິດຕະພັນຊາທຳມະຊາດຈາກສວນຊາທີ່ຕັ້ງຢູ່ເມືອງຜົ້ງສາລີ ແຂວງຜົ້ງສາລີ ປັດຈຸບັນ ສະຫະກອນສາມາດຜະລິດຊາໄດ້ຫຼາຍຊະນິດປະກອບມີ ຊາແດງ ຊາຂຽວ ຊາຂາວ ຊານ້ຳເຕົ້າ ແລະ ຊາວ້າງ ເຊິ່ງລ້ວນແຕ່ເປັນຜະລິດຕະພັນຈາກໃບຊາທຳມະຊາດທີ່ໄດ້ຮັບການດູແລ ແລະ ຜະລິດຕາມຂະບວນການທີ່ເນັ້ນຄຸນນະພາບ ແລະ ຄວາມປອດໄພຕໍ່ຜູ້ບໍລິໂພກ.
ທ່ານ ບຸນຈັນ ກ່າວຕື່ມວ່າ ປັດຈຸບັນຜະລິດຕະພັນຂອງສະຫະກອນໄດ້ວາງຈຳໜ່າຍຢູ່ໃນ ແຂວງຜົ້ງສາລີ ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕອບຮັບຈາກຜູ້ບໍລິໂພກເປັນຢ່າງດີ ໃນອະນາຄົດຖ້າຫາກມີຄວາມຕ້ອງການຈາກຕະຫຼາດຕ່າງປະເທດສະຫະກອນກໍມີແຜນຈະຂະຫຍາຍການຜະລິດ ແລະ ສົ່ງອອກຜະລິດຕະພັນໄປຍັງຕ່າງປະເທດ ແນວໃດກໍຕາມການຕະຫຼາດຂອງຊາໃນປະເທດຍັງບໍ່ກວ້າງຂວາງເທົ່າທີ່ຄວນ ເນື່ອງຈາກປະຊາຊົນລາວສ່ວນໃຫຍ່ຍັງບໍ່ນິຍົມດື່ມຊາຫຼາຍປານໃດ ດັ່ງນັ້ນ ສະຫະກອນຈຶ່ງຂໍເຊີນຊວນຜູ້ບໍລິໂພກໃຫ້ຫັນມາສົນໃຈ ແລະ ລອງຊີມຜະລິດຕະພັນຊາຂອງສະຫະກອນຊາກໍແມນເນື່ອງຈາກເປັນຊາທີ່ຜະລິດຈາກທຳມະຊາດ ປອດຈາກສານເຄມີ ແລະ ແຕ່ລະຊະນິດຍັງມີຄຸນປະໂຫຍດດີຕໍ່ສຸຂະພາບ ພ້ອມກັນນີ້ ການອຸດໜູນຊາທີ່ຜະລິດໃນປະເທດຍັງເປັນການຊ່ວຍສົ່ງເສີມສິນຄ້າລາວໃຫ້ມີຄວາມເຂັ້ມແຂງສາມາດພັດທະນາໄດ້ຢ່າງຍືນຍົງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນກັບຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ.