ຫຼາຍໂຮງຮຽນຮ່ວມເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ

ໃນວັນທີ 8 ພຶດສະພາ 2019 ທີ່ໂຮງຮຽນປະຖົມສົມສະນຸກເມືອງຍົມມະລາດແຂວງຄຳມ່ວນໄດ້ເປີດບັ້ນຂະບວນການຈັດຕັ້ງປະຕິບັດວັນສັກຢາກັນພະຍາດແຫ່ງຊາດ(ວສຊ) ເພື່ອຕອບໂຕ້ການລະບາດຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃຫ້ກຽດເປັນປະ ທານໂດຍທ່ານຄູນສີແສງດາລາ ຮອງເຈົ້າເມືອງໆຍົມມະລາດ, ທ່ານສົມຈິດ ອໍ່າພິລາວົງ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງຄຳມ່ວນຊຶ່ງມີບັນດາທ່ານຫົວໜ້າ ຫ້ອງການ, ຄະນະກຳມະທິການ ເພື່ອແມ່ ແລະເດັກ,ພະນັກງານວິຊາການແພດ, ໝໍ ແລະນ້ອງນັກ ຮຽນເຂົ້າຮ່ວມ.

ໃນການເປີດບັ້ນຂະບວນການຈັດຕັ້ງປະຕິບັດວັນສັກຢາກັນພະ ຍາດແຫ່ງຊາດ (ວສຊ) ກໍ່ເພື່ອ ຕອບໂຕ້ການລະບາດຂອງພະຍາດ ໝາກແດງໃຫຍ່ ແລະໝາກແດງ ນ້ອຍໃຫ້ແກ່ເດັກນ້ອຍອາຍຸ 6 ເດືອນຫາລຸ່ມ 10 ປີ ເລີ່ມແຕ່ວັນທີ 8 ຫາ 25 ພຶດສະພາ 2019 ແມ່ນໃຫ້ສຳເລັດໃນທົ່ວເມືອງ ແລະຕ້ອງປະຕິບັດການສັກຢາກັນພະຍາດ ໝາກແດງໃຫຍ່ ແລະໝາກແດງນ້ອຍໃຫ້ບັນລຸເຖິງ 95% ຂຶ້ນໄປ.

ທ່ານ ຄູນສີ ແສງດາລາຮອງເຈົ້າເມືອງໆຍົມມະລາດ ໄດ້ມີຄຳເຫັນວ່າ: ວັນສັກຢາກັນພະຍາດ ແຫ່ງຊາດ (ວສຊ)ຫຼື ບັ້ນປຸກລະດົມການຕອບໂຕ້ການລະບາດຂອງ ພະຍາດໝາກແດງໃຫຍ່ ແລະໝາກ ແດງນ້ອຍຄັ້ງນີ້ແມ່ນມີຄວາມແຕກຕ່າງຈາກການສັກຢາຮອບປົກກະຕິໂດຍສະເພາະເປົ້າໝາຍເອົາມາສັກຢາກັນພະຍາດໝາກແດງຄັ້ງນີ້ ແມ່ນກຳນົດເອົາເດັກນ້ອຍໃນເກນ ອາຍຸ 6 ເດືອນຫາລຸ່ມ 10 ປີ ຊຶ່ງ ເດັກນ້ອຍເປົ້າໝາຍເຫຼົ່ານີ້ແມ່ນສັງ ກັດຢູ່ໃນພາກສ່ວນໂຮງຮຽນເຊັ່ນ: ໂຮງຮຽນອານຸບານ, ໂຮງຮຽນປະ ຖົມເປັນສ່ວນຫຼາຍ ແລະອີກຈຳ ນວນໜຶ່ງແມ່ນຢູ່ກັບບ້ານ ຫຼື ຜູ້ປົກ ຄອງຂອງເດັກ.ເພື່ອສ້າງພູມຄຸ້ມກັນຊຸມຊົນໃຫ້ສູງ, ໝັ້ນຄົງ ແລະ ຕັດຕ່ອງໂສ້ການຕິດຕໍ່ພະຍາດໝາກແດງໃຫຍ່ ແລະໝາກແດງນ້ອຍທີ່ກຳລັງລະບາດໃນບາງທ້ອງຖິ່ນໃຫ້ທັນເວລາ ແລະເພື່ອປ້ອງ ກັນປະຊາຊົນໃນເຂດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໝາກ ແດງໃຫຍ່ແລະໝາກແດງນ້ອຍ.ນອກຈາກນີ້ກອງປະຊຸມຍັງໄດ້ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮ່ວມແຮງຮ່ວມໃຈ ແລະສຸມກຳລັງສະຕິປັນຍາເຂົ້າໃສ່ການຈັດຕັ້ງປະຕິບັດວັນສັກຢາແຫ່ງຊາດ (ວສຊ) ໃນຄັ້ງນີ້ໃຫ້ ບັນລຸຕາມຄາດໝາຍ.

ໂດຍ: ຄຳພູວາ