ຈີນ ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເມື່ອບໍ່ດົນມານີ້, ຄະນະລັດຖະບານຈີນໄດ້ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝໃນໄລຍະປະຕິບັດແຜນພັດທະນາ 5 ປີຄັ້ງທີ 15 ຊຶ່ງໄດ້ອະທິບາຍແນວຄິດ, ກຳນົດເປົ້າໝາຍ, ໜ້າທີ່ສຳຄັນ ແລະ ມາດຕະການນະໂຍບາຍເພື່ອເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝໃນໄລຍະແຜນພັດທະນາດັ່ງກ່າວ ຊຶ່ງໄດ້ເນັ້ນໜັກວ່າ, ຕ້ອງຊຸກຍູ້ການສ້າງຄວາມທັນສະໄໝແບບຈີນໃຫ້ດີກວ່າເກົ່າດ້ວຍການເລັ່ງລັດການຫັນກະສິກຳ ແລະ ຊົນນະບົດໃຫ້ທັນສະໄໝ.
ແຜນການດັ່ງກ່າວໄດ້ລະບຸວ່າ: ເມື່ອຮອດປີ 2030, ຮາກຖານຄວາມໝັ້ນຄົງດ້ານສະບຽງອາຫານໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງການແຂ່ງຂັນຂອງກະສິກຳໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນສຳເລັດໃນບັ້ນລຶບລ້າງຄວາມທຸກຍາກໄດ້ຮັບການປັບປຸງ ແລະ ການເສີມຂະຫຍາຍຢ່າງຕໍ່ເນື່ອງ, ຄວາມເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີກະສິກຳໄດ້ຮັບການຍົກສູງຂຶ້ນ, ການສ້າງກະສິກຳໃຫ້ກາຍເປັນອຸດສາຫະກຳຂະໜາດໃຫຍ່ທີ່ທັນສະໄໝໄດ້ຮັບຄວາມຄືບໜ້າອັນສຳຄັນ, ລາຍຮັບຂອງຊາວກະສິກອນເພີ່ມຂຶ້ນຂ້ອນຂ້າງໄວ ແລະ ຕໍ່ເນື່ອງ, ການສ້າງຊົນນະບົດທີ່ໜ້າຢູ່ ມີວຽກເຮັດຢ່າງເໝາະສົມ ແລະ ສວຍງາມໄດ້ມີຄວາມຄືບໜ້າໄວກວ່າເກົ່າ, ການພັດທະນາຢ່າງກົມກຽວກັນຂອງຕົວເມືອງ ແລະ ຊົນນະບົດໄດ້ບັນລຸການບຸກທະລຸໃໝ່, ການພັດທະນາທີ່ມີຄຸນນະພາບສູງຂອງກະສິກຳ ແລະ ຊົນນະບົດໄດ້ຮັບປະສິດທິຜົນຢ່າງຊັດເຈນ. ໃນຂະນະດຽວກັນ, ແຜນພັດທະນາດັ່ງກ່າວຍັງໄດ້ວາງວິໄສທັດສຳລັບເປົ້າໝາຍການພັດທະນາຮອດປີ 2035.