ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ ເຂດນາກະສັງ, ດອນເດດ-ດອນຄອນ

ກອງປະຊຸມເຜີຍແຜ່ ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ ເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ (2026-2036) ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ຢູ່ເມືອງໂຂງ ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ(ວທ), ມີຫົວໜ້າພະແນກ ວທ ແຂວງຈຳປາສັກ, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງ ການອ້ອມຂ້າງເມືອງ, ນາຍບ້ານ ແລະ ຜູ້ປະກອບການທຸລະກິດການທ່ອງທ່ຽວພາຍໃນທ້ອງຖິ່ນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຍົກໃຫ້ເຫັນໂດຍສັງເຂບວ່າ: ພັກ-ລັດຖະ ບານ ຍາມໃດກໍຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫລມ ທີ່ມີສ່ວນຮ່ວມສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍສະເພາະໃນແຜນພັດທະນາ 5 ປີ (2026-2030) ແມ່ນໄດ້ກຳນົດທິດທາງພັດທະນາການທ່ອງທ່ຽວ ໃຫ້ເປັນອຸດສາຫະກຳທີ່ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ. ເມືອງໂຂງ ໂດຍສະເພາະເຂດມະຫານະທີສີ່ພັນດອນ ຖືເປັນຈຸດຍຸດທະສາດຫລັກ ແລະ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນ ໃນລະດັບສາກົນຂອງ ສປປ ລາວ. ພ້ອມນີ້, ທ່ານລັດຖະມົນຕີຍັງໃຫ້ຮູ້ອີກວ່າ ແຜນແມ່ບົດ (2026-2036) ສະບັບນີ້ ຈະເປັນເຂັມທິດເຍືອງທາງ ແລະ ເປັນເຄື່ອງມືທາງກົດໝາຍອັນສຳຄັນ ທີ່ຊ່ວຍຮັບປະກັນຄວາມສົມດຸນລະຫວ່າງການເຕີບໂຕຂອງການລົງທຶນ ກັບການອະນຸລັກຮັກສາສິ່ງແວດລ້ອມ, ລະບົບນິເວດ ແລະ ວິຖີຊີວິດວັດທະ ນະທຳອັນດີງາມຂອງປະຊາຊົນທ້ອງຖິ່ນ ບໍ່ໃຫ້ການພັດທະນາເປັນໄປແບບກະແຈກກະຈາຍ ແລະ ບໍ່ມີທິດທາງ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ແລະ ຜ່ານເນື້ອໃນສຳຄັນຕ່າງໆ ເປັນຕົ້ນ ບົດສະຫລຸບຫຍໍ້ການນຳພາຈັດຕັ້ງປະຕິບັດ ແລະ ປະກາດໃຊ້ແຜນແມ່ບົດ ຊຶ່ງໄດ້ຮັບຟັງການລາຍງານກ່ຽວກັບຄວາມເປັນມາ, ຈຸດປະສົງ ແລະ ການຮັບຮອງປະກາດໃຊ້ແຜນແມ່ບົດຄຸ້ມຄອງການ ທ່ອງທ່ຽວໃນເຂດດັ່ງກ່າວ ໂດຍຄະນະຮັບຜິດຊອບລະດັບສູນກາງ ແລະ ທ້ອງຖິ່ນ; ການນຳສະເໜີແຜນຜັງການຈັດສັນ ເປັນການລາຍງານລາຍລະອຽດກ່ຽວກັບແຜນຜັງໃນການພັດທະນາ ແລະ ການຄຸ້ມຄອງພື້ນຖານໂຄງລ່າງໃນແຕ່ລະຈຸດ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ.
ໃນຕອນທ້າຍ, ທ່ານລັດຖະມົນຕີກະຊວງ ວທ ໄດ້ຮຽກຮ້ອງ ແລະ ໃຫ້ທິດຊີ້ນຳທີ່ສຳຄັນ ເພື່ອຮັບປະກັນໃຫ້ແຜນແມ່ບົດສະບັບນີ້ ຖືກຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ ເປັນຕົ້ນ ຍົກສູງຄວາມຮັບຜິດຊອບການເມືອງ ໂດຍໃຫ້ທຸກພາກສ່ວນ (ໂດຍສະເພາະເຂດຮາກຖານບ້ານ) ຮ່ວມກັນຕິດຕາມ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອແກ້ໄຂສິ່ງທ້າທາຍ; ສ້າງຄວາມເປັນເອກະພາບ ແລະ ຄວາມເຂົ້າໃຈໃຫ້ເລິກເຊິ່ງ, ກົມກຽວ, ມີການຮ່ວມມືຢ່າງແທ້ຈິງລະຫວ່າງ ອົງການປົກຄອງ, ພາກທຸລະກິດ ແລະ ປະຊາຊົນ; ຫັນເປັນແຜນງານຕົວຈິງ ແລະ ປະຕິບັດຢ່າງເຂັ້ມງວດ. ຫາກພົບເຫັນການພັດທະນາ ຫລື ການກໍ່ສ້າງໃດໆ ທີ່ລະເມີດແຜນແມ່ບົດ, ອົງການປົກຄອງ ແລະ ຫ້ອງການກ່ຽວຂ້ອງຕ້ອງເປັນເຈົ້າການຮີບຮ້ອນລົງກວດກາ ແລະ ແກ້ໄຂຕາມກົດໝາຍທັນທີ ໂດຍບໍ່ປ່ອຍປະລະເລີຍ.
ກອງປະຊຸມໃນຄັ້ງນີ້, ຖືເປັນບາດກ້າວອັນສຳຄັນຍິ່ງ ທີ່ຈະຊ່ວຍຍົກລະດັບການທ່ອງທ່ຽວຢູ່ເມືອງໂຂງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຍືນຍົງ, ສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມນັບມື້ນັບຫລາຍຂຶ້ນໃນອະນາ ຄົດ.
ຂ່າວ-ພາບ: ພຸດທະສິນ