ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດ ກ່ຽວກັບການໂຄສະນາຕ້ານການຄ້າມະນຸດ, ໃນວັນທີ 4 ມິຖຸນາ 2026, ໂດຍການເປັນປະທານຂອງສະຫາຍ ພັນໂທ ວັນປະດິດ ຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດ ເເລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ວັນປະດິດ ຈັນທະວົງ ກ່າວວ່າ: ກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບ ລາຍການປະຊາຮ່ວມໃຈຕ້ານ ໄພຄ້າມະນຸດ ກ່ຽວກັບວຽກງານໂຄສະນາຕ້ານການຄ້າມະນຸດ ໃນຄັ້ງນີ້, ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ທ້າທາຍ ໂດຍສະເພາະແມ່ນການໃຊ້ສື່ມວນຊົນໂຄສະນາຕ້ານການຄ້າມະນຸດ, ບຸກຄະລະກອນທີ່ຮັບຜິດຊອບ ຕ້ອງກຳໄດ້ບັນດາສະພາບການ ແລະ ນິຕິກຳທີ່ກ່ຽວຂ້ອງກັບການຄ້າມະນຸດໄດ້ເປັນຢ່າງດີ, ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍ ຂຶ້ນ ໂດຍສະເພາະແມ່ນ ສະພາບການຄ້າມະນຸດ (ສາກົນ, ພາກພື້ນ ແລະ ສປປລາວ), ຮູບການ, ວິທີການ, ເລ້ລ່ຽມທີ່ພວກຄ້າມະນຸດນໍາໃຊ້, ສາເຫດທີ່ພາໃຫ້ຕົກເປັນຜູ້ຖືກເຄາະຮ້າຍ, ຜົນກະທົບ ແລະ ວິທີປ້ອງກັນການຄ້າມະນຸດ, ເພື່ອນໍາໄປໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການທົບທວນຄືນບັນດາເນື້ອໃນການຝຶກອົບຮົມຜ່ານມາ ພ້ອມທັງ ສົນທະນາແລກປ່ຽນຄໍາຄິດເຫັນ ເພື່ອສ້າງຄວາມເປັນເອກະພາບໃນການຜັນຂະຫຍາຍວຽກງານໂຄສະນາຕ້ານການຄ້າມະນຸດ.
ຈາກນັ້ນ, ສະຫາຍ ພັນໂທ ຄໍາປານ ໄຊຍະວົງ ຫົວໜ້າພະແນກໂຄສະນາ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ທົບທວນຄືນບັນດາເນື້ອໃນການຝຶກອົບຮົມຜ່ານມາ ເປັນຕົ້ນບັນດາເນື້ອໃນສະພາບການຄ້າມະນຸດ, ສົນທິສັນຍາ, ກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ, ການດໍາເນີນຄະດີ, ການປ້ອງກັນການຄ້າມະນຸດ ແລະ ສົນທະນາແລກປ່ຽນຄໍາຄິດເຫັນ.
ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຂ້າມຊາດ. ເປັນອາຊະຍາກຳທີ່ລະເມີດສິດທິພື້ນຖານຂອງຄວາມເປັນມະນຸດຢ່າງຮ້າຍແຮງ, ຊຶ່ງສົ່ງຜົນກະທົບໂດຍກົງ ທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ເປັນປະກົດການຫຍໍ້ທໍ້ໜຶ່ງ ທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສັງຄົມກໍຄື ການພັດທະນາ ສ້າງສາປະເທດຊາດ. ພ້ອມນັ້ນ, ການຄ້າມະນຸດ ເປັນທຸລະກິດທີ່ຜິດກົດໝາຍ. ວິທີການຄ້າມະນຸດທີ່ພົ້ນເດັ່ນແມ່ນຮູບແບບຕົວະຍົວະ ຫຼອກລວງໄປອອກແຮງງານທີ່ໄດ້ຮັບຄ່າຕອບແທນສູງ ແລະ ຂົນຂວາຍເອົາແມ່ຍິງລາວໄປແຕ່ງດອງ ກັບຄົນຕ່າງປະເທດ ດ້ວຍຮູບການໝັ້ນໝາຍແອບແຝງ, ໄປທ່ອງທ່ຽວ, ໄປຕອບແຊັດ, ຮັບຈ້າງຖືພາ ຖືພາແທນ, ເຜີຍແຜ່ສິ່ງລາມົກຜ່ານທາງອອນລາຍ ແລະ ອື່ນໆ, ພັກ-ລັດຖະບານ ກໍໄດ້ມຸງໝັ້ນພະຍາຍາມໃນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢ່າງຕັ້ງໜ້າ ໂດຍຖືເອົາວຽກງານປ້ອງກັນ ສະກັດກັ້ນເປັນກົກ, ການແກ້ໄຂ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍເປັນບັນຫາສໍາຄັນ.