ລັດວິສາຫະກິດນ້ຳປະປາແຂວງເຊກອງ ປູກໄມ້ຢູ່ເຂດປ່າຍອດນ້ຳ

‎ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ລັດວິສາຫະກິດນ້ຳປະປາແຂວງເຊກອງ ໄດ້ປູກຕົ້ນໄມ້ຢູ່ເຂດປ່າສະຫງວນ ຫ້ວຍລາງ, ບ້ານກົກໄຮ ເມືອງທ່າແຕງ, ແຂວງເຊກອງ ເພື່ອຟື້ນຟູປ່າໄມ້ເຂດຍອດນ້ຳ ໃຫ້ມີຄວາມອຸດົມສົມບູນ ໂດຍມີທ່ານ ບຸນເລີຍ ນັນທະວົງ ເລຂາພັກເມືອງທ່າແຕງ, ມີຄະນະນໍາພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ເມືອງລະມາມ ພ້ອມດ້ວຍພະນັກງານລັດວິສາຫະກິດນ້ຳປະປາແຂວງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມປູກ ໃນວັນທີ 3 ມິຖຸນາ 2026.
‎ທ່ານ ອິນພອນຮັກ ພັດທະຟອງ ອຳນວຍການລັດວິສາຫະກິດນ້ຳປະປາແຂວງເຊກອງ ເວົ້າວ່າ:
‎ເມື່ອກ່ອນ, ແຫຼ່ງນໍ້າແຫ່ງນີ້ ໄດ້ນໍາໃຊ້ເຂົ້າໃນການຜະລິດນໍ້າປະປາທົ່ວແຂວງເຊກອງ ມີຄວາມ ອຸດົມສົມບູນ ມີປ່າໄມ້ຂຽວສົດງົດງາມ ປະລິມານນໍ້າດິບ, ນໍ້າຫ້ວຍ ແລະ ນໍ້າອອກບໍ່ ມີປະລິມານຈໍານວນຫຼາຍ ສໍາລັບການຜະລິດນໍ້າປະປາ, ແຕ່ມາຮອດປະຈຸບັນ ແມ່ນມີປະລິມານນໍ້າຫລຸດໜ້ອຍລົງ ໂດຍສະເພາະ ໃນລະດູແລ້ງ ປະລິມານນ້ຳທີ່ໃຊ້ເຂົ້າໃນການຜະລິດນໍ້າປະປາ ແມ່ນບໍ່ພຽງພໍ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ການບຸກເບີກເນື້ອທີ່ປູກຝັງກະສິກຳ ຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ, ເຮັດໃຫ້ປ່າໄມ້ແຫ່ຼງຍອດນໍ້າ ບົກແຫ້ງ, ສະນັ້ນ, ລັດວິສາຫະກິດນໍ້າປະປາ ແຂວງເຊກອງ ຈຶ່ງໄດ້ຈັດໃຫ້ມີການປູກທົດແທນຕົ້ນໄມ້ທີ່ເສຍໄປຢູ່ບໍລິເວນເຂດປ່າສະຫງວນຍອດນໍ້າແຫ່ງນີ້ ເພື່ອປັບຄວາມສົມດູນໃຫ້ແກ່ທໍາມະຊາດ ມີຄວາມອຸດົມສົມບູນ, ມີສີຂຽວຫຼາຍຂຶ້ນ ທັງເປັນການຮັກສາແຫລ່ງນໍ້າ ບໍ່ໃຫ້ບົກແຫ້ງ ໂດຍເບ້ຍໄມ້ທີ່ປູກໃນມື້ນີ້ ປະເພດໄມ້ດູ່ນ້ຳ, ໄມ້ຈຳປາປ່າ ແລະ ໄມ້ຍາງ ຈຳນວນ 250 ເບ້ຍ.
‎ໂອກາດນີ້, ທ່ານ ບຸນເລີຍ ນັນທະວົງ ເລຂາພັກເມືອງທ່າແຕງ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດວິສາຫະກິດປ້ຳປະປາແຂວງ ທີ່ເຫັນຄວາມສຳຄັນຂອງປ່າໄມ້ ແລະ ພ້ອມກັນປູກທົດແທນ; ທັງນີ້ ເມື່ອປູກແລ້ວ ກໍຂໍການຮ່ວມມືຈາກພໍ່,ແມ່ປະຊາຊົນພາຍໃນບ້ານ ພ້ອມກັນເອົາໃຈໃສ່ໃນການປົກປັກຮັກສາ ໃຫ້ຕົ້ນໄມ້ເຕີບໃຫຍ່ ແຂງແຮງ ເພື່ອໃຫ້ພື້ນທີ່ເຂດຍອດນໍ້າ ປົກຫຸ້ມດ້ວຍປ່າໄມ້ແໜ້ນໜາຂຶ້ນ.
.....
ຂ່າວ: ອັດສະວິ