ທລຍ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນປະຖົມ ເຂດສາມແຈ ເມືອງໝອກ

ເມື່ອບໍ່ດົນມານີ້ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ປະຈໍາລາວໄດ້ນໍາເອົາເຄື່ອງຊ່ວຍເຫຼືອຊຶ່ງປະກອບມີອຸປະກອນການຮຽນການສອນແລະອຸ ປະກອນກີລາຈໍານວນໜຶ່ງມອບໃຫ້ໂຮງຮຽນປະຖົມເຂດສາມແຈເມືອງໝອກແຂວງຊຽງຂວາງ ໂດຍເປັນກຽດມອບຂອງທ່ານ ເກົາວື່ໝອກພູເຂົາ ຕາງໜ້າ (ທລຍ)ປະຈໍາລາວແລະກ່າວຮັບຂອງທ່ານໄທວ່າງ ກ່າຊົວຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ ໝອກໂດຍຊ້ອງໜ້າສະມາຄົມພໍ່-ແມ່ຜູ້ປົກຄອງນັກຮຽນ ແລະຄູ-ອາ ຈານ.

ທ່ານ  ເກົາວື່ໝອກພູເຂົາ ໃຫ້ຮູ້ ວ່າ: ອຸປະກອນທີ່ນໍາມາມອບປະ ກອບມີ: ປຶ້ມຂຽນ, ບິກຂຽນ, ສໍດໍາແນວລະ 500  ຊຸດ, ໜ່າງບານສົ່ງ,ໜ່າງກະຕໍ້, ໜ່າງບານເຕາະ, ບານເຕາະ, ບານສົ່ງ, ກະຕໍ້ຫວາຍແນວລະ 6 ຊຸດ ລວມເປັນມູນຄ່າທັງ ໝົດ 8 ລ້ານກ່ວາກີບ ມອບໃຫ້ລູກ ຫຼານນັກຮຽນເຂດສາມແຈ  ໄດ້ຊົມ ໃຊ້ຕາມສະພາບຄວາມເປັນຈິງທັງ ນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມ ແລະໃຫ້ກໍາລັງໃຈນັກຮຽນໃນການ ສຶກສາຮໍ່າຮຽນພ້ອມທັງແບ່ງເບົາ ພາລະຂອງຜູ້ປົກຄອງນັກຮຽນອີກດ້ວຍ, ໂຄງການຫຼຸດຜ່ອນຄວາມ ທຸກຍາກຂອງພວກເຮົາບໍ່ພຽງແຕ່ ໄດ້ນໍາເອົາອຸປະກອນການຮຽນ-ການສອນ ແລະອຸປະກອນກີລາ ມອບໃຫ້ແຕ່ໂຮງຮຽນປະຖົມສາມ ແຈເທົ່ານັ້ນ, ແຕ່ຍັງໄດ້ຊ່ວຍເຫຼືອ ໂຮງຮຽນປະຖົມພູມອນ, ປະຖົມ ປ່າຄາໃນເມືອງໝອກອີກດ້ວຍ.

ໂອກາດນີ້ທ່ານ ໄທວ່າງກ່າຊົວໄດ້ກ່າວຄວາມສະແດງຂອບອົກຂອບໃຈ ແລະຮູ້ບຸນຄຸນເປັນ ຢ່າງສູງນໍາໂຄງການທລຍປະຈໍາລາວທີ່ເປັນຫ່ວງເປັນໄຍນໍາເອົາ ເຄື່ອງຊ່ວຍເຫຼືອມອບໃຫ້ໂຮງຮຽນ ເປົ້າໝາຍຢູ່ເມືອງໝອກຄັ້ງນີ້ເປັນ ການປະກອບສ່ວນເສີມສ້າງໃຫ້ ວຽກງານການສຶກສາ-ກີລາຢູ່ພາຍໃນເມືອງໃຫ້ມີຄວາມເຂັ້ມແຂງກ້າວໄປສູ່ຄຸນນະພາບເທົ່າທຽມ ກັບເມືອງອື່ນໆ, ຂໍໃຫ້ໂຮງຮຽນທີ່ ໄດ້ຮັບເຄື່ອງຊ່ວຍເຫຼືອຈົ່ງນໍາໃຊ້ ອຸປະກອນເຫຼົ່ານັ້ນໃຫ້ຖືກຕ້ອງຕາມ ຈຸດປະສົງເປົ້າໝາຍ ແລະເກີດຜົນ ປະໂຫຍດສູງສຸດ.

ໂດຍ: ສີອຳພອນ