ວັນທີ 2 ມິຖຸນານີ້, ໃນໄລຍະທີ່ເດີນທາງມາຢ້ຽມຢາມຈີນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ໄປຢ້ຽມຢາມບໍລິສັດຫຸ່ນຍົນແຫ່ງໜຶ່ງຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຈີນ. ບໍ່ພຽງແຕ່ໄດ້ຮັບຂອງຂວັນທີ່ມອບຈາກຫຸ່ນຍົນເທົ່ານັ້ນ, ທ່ານຍັງໄດ້ທົດລອງຄວບຄຸມຫຸ່ນຍົນແບບ 4 ຂາດ້ວຍຕົນເອງ.
ປັດຈຸບັນ, ຫຸ່ນຍົນບໍ່ແມ່ນເປັນເຄື່ອງໝາຍແຫ່ງເຕັກໂນໂລຊີທີ່ພຽງແຕ່ຢູ່ໃນຫ້ອງທົດລອງເທົ່ານັ້ນ, ມັນໄດ້ເຊື່ອມໂຍງເຂົ້າໃນທຸກດ້ານຂອງຊີວິດປະຈຳວັນດ້ວຍຫຼາກຫຼາຍຮູບແບບ.
ຂໍ້ມູນສະແດງໃຫ້ເຫັນວ່າ, ປີ 2025 ປະລິມານການຜະລິດຫຸ່ນຍົນຮັບໃຊ້ບັນລຸເຖິງ 18.581.000 ຊຸດ, ເພີ່ມຂຶ້ນ 16,1% ເມື່ອທຽບໃສ່ປີ 2024, ໄດ້ນຳໃຊ້ຢ່າງກວ້າງຂວາງເຂົ້າໃນຂົງເຂດຊີວິດການເປັນຢູ່ ເຊັ່ນ: ການເບິ່ງແຍງຜູ້ເຖົ້າ, ການປິ່ນປົວ, ການຈໍລະຈອນສິນຄ້າ, ການຂາຍຍ່ອຍ, ການກິນດື່ມ ແລະອື່ນໆ. ຫຸ່ນຍົນພວມເພີ່ມພະລັງຊີວິດໃໝ່ເຂົ້າໃນການຍົກລະດັບ ແລະ ຫັນປ່ຽນຮູບແບບຂອງຂະແໜງການ, ເຮັດໃຫ້ແນວຄວາມຄິດເສີມສ້າງຊີວິດການເປັນຢູ່ທີ່ດີງາມດ້ວຍວິທະຍາສາດເຕັກໂນໂລຊີໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.
ປັດຈຸບັນ, ອຸດສາຫະກຳຫຸ່ນຍົນຂອງຈີນໄດ້ປາກົດມີຕະຫຼາດການຊົມໃຊ້ຂະໜາດໃຫຍ່ທີ່ສຸດຂອງໂລກ ແລະ ລະບົບຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນ. ນັບມາຮອດເດືອນເມສາປີ 2026, ວິສາຫະກິດທີ່ກ່ຽວຂ້ອງກັບຫຸ່ນຍົນຂອງຈີນຫຼາຍກວ່າ 1.086.000 ແຫ່ງ, ປີ 2025, ປະລິມານການຜະລິດຫຸ່ນຍົນອຸດສາຫະກຳມີເຖິງ 773.000 ຊຸດ, ກາຍເປັນຕະຫຼາດຊົມໃຊ້ຫຸ່ນຍົນອຸດສາຫະກຳໃຫຍ່ທີ່ສຸດຂອງໂລກເປັນເວລາ 12 ປີລຽນຕິດ.
ອີງຕາມສະຖິຕິຂອງອົງການພາສີຈີນ, ໃນໄຕມາດທີ 1 ປີ 2026, ອຸດສາຫະກຳຫຸ່ນຍົນຂອງຈີນໄດ້ເລັ່ງບາດກ້າວທີ່ເປີດກວ້າງຕະຫຼາດຢູ່ຕ່າງປະເທດ. ການສົ່ງອອກຫຸ່ນຍົນປະເພດຕ່າງໆມີມູນຄ່າເຖິງ 11,32 ຕື້ຢວນ, ໂດຍສົ່ງຂາຍຢູ່ 148 ປະເທດ ແລະ ເຂດແຄວ້ນໃນໂລກ. ຂໍ້ມູນສະແດງໃຫ້ເຫັນວ່າ, ຄາດວ່າຮອດປີ 2030, ຕະຫຼາດອຸດສາຫະກຳຫຸ່ນຍົນອັດສະລິຍະຂອງຈີນຈະບັນລຸເຖິງ 400 ຕື້ຢວນ, ແລະສາມາດທະລຸເກີນ 1000 ຕື້ຢວນໃນປີ 2035.
ຈາກ “ການແລ່ນຕາມຫຼັງ” ໄປສູ່ “ການແລ່ນນຳໜ້າ”, ຈາກ “ໂຮງງານຂອງໂລກ” ໄປສູ່ “ປະເທດສົ່ງອອກຜະລິດຕະພັນອັດສະລິຍະ”, ຈີນບໍ່ພຽງແຕ່ໄດ້ສົ່ງຜະລິດຕະພັນຫຸ່ນຍົນທີ່ມີຄຸນນະພາບສູງໃຫ້ແກ່ຜູ້ບໍລິໂພກທົ່ວໂລກ, ສະໜອງແຜນການຂອງຈີນໃຫ້ແກ່ການຍົກລະດັບຂອງອຸດສາຫະກຳທົ່ວໂລກເທົ່ານັ້ນ, ຍັງໄດ້ສະແດງຄວາມໝັ້ນໃຈອັນເດັດດ່ຽວທີ່ຜະລິດຕະພັນຂອງຈີນກ້າວໄປຂ້າງໜ້າຕາມທິດທາງໃໝ່, ດີ, ແລະ ກ້າວໄປໄກຢ່າງໜັກແໜ້ນ.