ມສ ຊົນເຜົ່າ ປູກຈິດສໍານຶກໃຫ້ຊາວໜຸ່ມ ໃນການຂັບຂີ່

 

ເມື່ອບໍ່ດົນມານີ້ຄະນະບໍລິ ຫານງານຊາວໜຸ່ມແຂວງຊຽງຂວາງ ຊຶ່ງນໍາໂດຍທ່ານ ເພັດສະ ໝອນ ດາວົງສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມທີມງານໄດ້ຈັດກິດຈະກໍາໂຄສະນາປູກຈິດສໍານຶກໃນການຂັບຂີ່ ປອດໄພຕາມທ້ອງຖະໜົນຫົນທາງໃຫ້ແກ່ອ້າຍນ້ອງຊາວໜຸ່ມໂຮງຮຽນມັດທະຍົມສົມບູນສຶກສາກິນ ນອນຊົນເຜົ່າ (ມສ ຊົນເຜົ່າ) ແຂວງ ໂດຍມີສະມາຊິກຊາວໜຸ່ມຄູ-ອາຈານແລະນ້ອງນັກຮຽນເຂົ້າຮ່ວມ.ຈຸດປະສົງກໍເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມໄວໜຸຸ່ມນັກຮຽນຮູ້ເຖິງສາເຫດ ແລະຜົນເສຍຫາຍຈາກການເກີດອຸບັນເຫດໃນການ ຂັບຂີ່ຕາມທ້ອງຖະໜົນ ແລະການຂັບຂີ່ທີ່ປອດໄພ, ມີສະຕິເຄົາລົບຕໍ່ລະບຽບການສັນຈອນໃນການໃຊ້ລົດໃຊ້ຫົນທາງ, ຂົ້າໃຈເຖິງເຄື່ອງ ໝາຍສັນຍານ, ປ້າຍຫ້າມ ແລະໄຟ ສັນຍານທາງຕ່າງໆ, ການຮູ້ໃຫ້ອາທອນແກ່ຄົນຮ່ວມທາງ ແລະການຫຼີກເວັ້ນຈາກສິ່ງມຶນເມົາຕ່າງໆເວລາໃຊ້ລົດໃຊ້ຖະໜົມ, ພ້ອມດຽວ ກັນນັ້ນຍັງໄດ້ຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບລະບຽບການ ສັນຈອນເພື່ອຄວາມປອດໄພຕາມຫົນທາງເພື່ອແລກເອົາຂັນລາງວັນຈໍານວນໜຶ່ງຈາກຄະນະທີມງານຊາວໜຸ່ມແຂວງ, ທັ້ງນີ້ກໍເພື່ອແນໃສ່ສ້າງໃຫ້ຊາວໜຸ່ມນັກຮຽນມີສະຕິແລະເຂົ້າໃຈຕໍ່ລະບຽບການສັນຈອນຕາມຫົນທາງເປັນແບບຢ່າງ ໃຫ້ແກ່ໝູ່ເພື່ອນນັກຮຽນກໍຄືຊຸມຊົນໃນການຂັບຂີ່ປອດໄພ.

ໂອກາດນີ້ທ່ານເພັດສະໝອນ ດາວົງສອນຍັງໄດ້ຮຽກຮ້ອງໃຫ້ຊາວໜຸ່ມນັກຮຽນຈົ່ງມີສະຕິລະ                                                               ວັງຕົວໃນການສັນຈອນໄປມາຕາມ ຫົນທາງໃຫ້ມີຄວາມປອດໄພ, ມີຄວາມສາມັກຄີ, ຕັ້ງໃຈສຶກສາຮໍ່າ ຮຽນ, ດຸໝັ່ນອອກແຮງງານ ແລະ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ກາຍເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.