ພຽງ 6 ປີກວ່າ ໂຮງຮຽນພູນສະຫວັດ ເຕີບໂຕທັງດ້ານປະລິມານ ແລະຄຸນນະພາບ

ðໂຮງຮຽນລ້ຽງເດັກພູນສະຫວັດເປັນໂຮງຮຽນເອກະຊົນແຫ່ງໜຶ່ງທີ່ທຸ່ມເທສຸມໃສ່ທຸກດ້ານປະລິມານ ແລະຄຸນນະພາບໂດຍພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນຕັ້ງແຕ່ທ້າຍປີ 2012 ເປັນຕົ້ນມາໂຮງ ຮຽນລ້ຽງພູນສະຫວັດ ກໍໄດ້ມີການ ພັດທະນາຢ່າງຕໍ່ເນື່ອງ ແລະເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິ ມານ ແລະຄຸນນະພາບດີຂຶ້ນເປັນກ້າວໆບໍ່ວ່າຈະເປັນຈຳນວນນັກຮຽນ ແລະອາຄານສະຖານທີ່ເພີ່ມ ເປັນ 1 ພັນກວ່າຄົນ  ໃນປະຈຸບັນ.

ທ່ານ ນາງ ພູນສະຫວັດ ພົງສະຫວັນ ຜູ້ອຳນວຍການ ແລະບໍລິຫານໂຮງຮຽນລ້ຽງເດັກ, ອະນຸ ບານ, ປະຖົມ ແລະມັດທະຍົມພູນ ສະຫວັດໃຫ້ສຳພາດຕໍ່ນັກຂ່າວເສດ ຖະກິດ-ສັງຄົມເມື່ອບໍ່ດົນມານີ້ວ່າ: ສຳລັບໂຮງຮຽນຂອງພວກເຮົາໄດ້ ຮັບການສ້າງຕັ້ງຂຶ້ນນັບຕັ້ງແຕ່ ທ້າຍປີ 2012 ມາຮອດປະຈຸບັນ ກໍ 6 ປີ ເກືອບກ້າວເຂົ້າສູ່ປີທີ 7 ແລ້ວພາຍໃຕ້ຊື່ຂອງຕົນເອງຄື:“ພູນສະຫວັດ ພົງສະຫວັດ” ຊຶ່ງ ໃນເບື້ອງຕົ້ນໃສ່ຊື່ວ່າໂຮງຮຽນ ລ້ຽງເດັກພູນສະຫວັດ ໂດຍແຮງ ບັນດານໃຈໃນການສ້າງໂຮງຮຽນແຫ່ງນີ້ກໍຍ້ອນວ່າຕົນເອງສ້າງຄອບຄົວໄດ້ 5 ປີ ແຕ່ບໍ່ມີລູກຈັກເທື່ອ ເລີຍມີແນວຄວາມຄິດຢາກສ້າງ ໂຮງຮຽນລ້ຽງເດັກປະກອບກັບ ພໍ່ ແລະແມ່ ກໍໃຫ້ການສະໜັບສະ ໜູນດ້ານສະຖານທີ່ (ທີ່ດິນ) ຕົນ ເອງກັບຄອບຄົວຈຶ່ງໄດ້ປຸກສ້າງອາຄານຮຽນເລີ່ມຕົ້ນທຳອິດແມ່ນມີ ອາຄານຮຽນຊັ້ນດຽວ, ມີ 7 ຫ້ອງຮຽນ, ມີນັກຮຽນພຽງແຕ່1 ຄົນ ເທົ່ານັ້ນ ຊື່ນາງ ແຮັບປີ້ ປານນິລັນ, ມີຄູສອນ 4 ທ່ານ ແລະອຳ ນວຍການ 1 ທ່ານ. ຫຼັງຈາກນັ້ນ, ນັກຮຽນກໍເພີ່ມຫຼາຍຂຶ້ນເລື້ອຍໆຈົນຮອດສົກຮຽນ 2018-2019 ເພີ່ມຂຶ້ນເປັນ 1.109 ຄົນ ແລະ ມີຄູ-ອາຈານທັງໝົດ 58 ທ່ານ, ຍິງ 57 ທ່ານ.

ຜູ້ອຳນວຍການ ແລະກ່າວອີກ ວ່າ: ສຳລັບແນວຄວາມຄິດແທ້ໆ ໃນການສ້າງໂຮງຮຽນແຫ່ງນີ້ແມ່ນຢາກເຮັດວຽກໃກ້ຊິດກັບເດັກນ້ອຍແລະຢາກໄດ້ລູກທີ່ເພິ່ນເອົາມາຝາກ ຮຽນ ແລະພໍ່ແມ່ຍັງບໍ່ພ້ອມໃນການ ລ້ຽງດູ ຫຼື ສົ່ງເສີມເຂົາເຈົ້າຮຽນໜັງສືແຕ່ກໍບໍ່ມີຄືກັບທີ່ຄິດໄວ້ແຕ່ ພາຍຫຼັງສ້າງໂຮງຮຽນມາໄດ້ 2 ປີ ຕົນເອງກໍມີລູກຝາແຝດຍິງ-ຊາຍ ກໍເລີຍຄິດວ່າເຮົາເດີນມາຖືກທາງ ແລ້ວຄຽງຄູ່ກັນນັ້ນກໍມີສຽງຮຽກ ຮ້ອງຂອງພໍ່ແມ່ຜູ້ປົກຄອງນັກຮຽນ ໃຫ້ມີການຂະຫຍາຍຊັ້ນຮຽນຕື່ມອີກຈາກລ້ຽງເດັກ-ອະນຸບານ ສູ້ຊັ້ນ ປະຖົມ ແລະມັດທະຍົມຫຼັງຈາກນັ້ນ ຕົນເອງກໍໄດ້ມີການລົງທຶນເພີ່ມ ເຕີມເພື່ອຂະຫຍາຍຄູ-ອາຈານຮຽນ ໃໝ່ຕື່ມອີກ 2  ຫຼັງ  ລວມເຖິງສະໂມ ສອນໄວ້ສຳລັບແຂ່ງຂັນສິລະປະ-ວັນນະຄະດີ ແລະອື່ນໆ ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ຜູ້ປົກຄອງນັກຮຽນ ຊຶ່ງນັບມາຮອດປະຈຸບັນເຫັນໄດ້ໂຮງຮຽນພວກເຮົາມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ  ແລະ ຄຸນນະພາບເທື່ອລະກ້າວ ຊຶ່ງມັນ ສະແດງອອກຈາກນັກຮຽນພຽງ 1 ຄົນໃນປີ 2012 ເພີ່ມເປັນ 1.109 ຄົນ  ໃນປີນີ້.

ສຳລັບຫຼັກສູດການຮຽນການ ສອນແມ່ນນຳໃຊ້ຫຼັກສູດແຫ່ງຊາດ ຂອງກະຊວງສຶກສາທິການ ແລະ ກີລາວາງອອກແຕ່ທີ່ນຳເອົາເຂົ້າ ມາສອນເພີ່ມໃນຊັ້ນອະນຸບານແມ່ນພາສາອັງກິດ ແລະພາສາຈີນ. ໃນນີ້ສະເພາະພາສາຈີນ ແມ່ນເລີ່ມແຕ່ຊັ້ນອະນຸບານ 1-ມ.7 ສ່ວນຄ່າ ຮຽນແມ່ນເລີີ່ມແຕ່ 250.000-550.000 ກີບ ເພາະໂຮງຮຽນ ຂອງເຮົາແມ່ນເປີດແອທຸກວັນ.

ທ່ານ ນາງ ພູນສະຫວັດພົງສະຫວັນ ເຜີຍຕື່ມອີກວ່າ: ສ່ວນແຜນການພັດທະນາໂຮງຮຽນໃນຕໍ່ໜ້ານັ້ນດ້ານຫຼັກສູດການຮຽນ ການສອນແມ່ນຈະນຳໃຊ້ຫຼັກສູດ ຂອງກະຊວງສຶກສາທິການ ແລະກີລາແຕ່ຈະພະຍາຍາມເອົາສື່ການສອນຮູບແບບໃໝ່ເຂົ້າມາໃຫ້ມີ ຄວາມຫຼາກຫຼາຍຂຶ້ນເປັນຕົ້ນແມ່ນ ເພງພາສາຈີນ ເພາະຜ່ານມາພວກ ເຮົາໄດ້ເອົາເພງພາສາອັງກິດມາ ເປັນສ່ວນໜຶ່ງໃນການສອນດ້ວຍ ການເປີດເພງແລ້ວໃຫ້ນ້ອງໆນັກຮຽນຮ້ອງຕາມເຫັນວ່າເດັກນ້ອຍ ເຫຼົ່ານັ້ນເຂົ້າໃຈໄວຂຶ້ນສາມາດເວົ້າແລະຮ້ອງໄດ້ໄວ. ສ່ວນຊັ້ນປະຖົມ ສຶກສາແມ່ນເນັ້ນໃສ່ 4 ວິຊາຫຼັກທີ່ບັນຈຸເຂົ້າສອບເສັງເຊັ່ນດຽວກັບ ຊັ້ນມັດທະຍົມເພື່ອເຮັດແນວໃດໃຫ້ ນັກຮຽນຂອງພວກເຮົາສາມາດສ້າງຜົນງານໃຫ້ອອກມາດີດ້ວຍການເຂົ້າສອບເສັງນັກຮຽນເກັ່ງ ຂັ້ນເມືອງ, ນະຄອນຫຼວງວຽງຈັນ ແລະລະດັບຊາດສ້າງກຽດ ແລະ ຊື່ສຽງໃຫ້ກັບໂຮງຮຽນ, ຄອບຄົວ ແລະຕົນເອງໃນອະນາຄົດ.

ສຳລັບໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມແລະມັດທະຍົມພູນສະຫວັດຕັ້ງຢູ່ບ້ານນາທົ່ມ ເມືອງໄຊທານີນະຄອນຫຼວງວຽງ  ຈັນ,

ໂດຍ: ບຸນນິກ