ສນຊ ສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ຂຶ້ນໃນວັນທີ 29 ມິຖຸນາຜ່ານມາ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ນາງ ໄຊທິດາ ພົມວິຫານ ຮອງປະທານ ສນຊ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຮອງປະທານ ສນຊ, ບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນ, ຫຼານນ້ອຍເຂົ້າຮ່ວມ.
 
ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ໄດ້ຈັດຂຶ້ນທຸກໆປີ ເປັນວັນແຫ່ງຄວາມສຸກ, ຄວາມເບີກບານມ່ວນຊື່ນຂອງເດັກທັງເປັນໂອກາດທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະຢືນຢັນຄວາມສໍາຄັນຂອງການສົ່ງເສີມ ແລະປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ ອົບອຸ່ນ ແລະ ເປັນມິດເພື່ອໃຫ້ເດັກທຸກຄົນໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ, ເດັກນ້ອຍທຸກຄົນແມ່ນຄວາມຫວັງແມ່ນກໍາລັງສໍາຄັນ ແລະ ອະນາຄົດຂອງຊາດ ເປັນຜູ້ສືບທອດ ແລະ ເປັນກຳລັງຫຼັກແຫຼ່ງໃນການພັດທະນາປະເທດໃນອະນາ ຄົດ ພ້ອມທັງເປັນການປູກຈິດສຳນຶກໃຫ້ເດັກມີຄວາມຮັບຜິດຊອບ ຮັກໃນການປົກປັກຮັກສາທຳມະຊາດ ແລະສິ່ງແວດລ້ອມຕັ້ງແຕ່ຍັງນ້ອຍ ເດັກປຽບເໝືອນຕົ້ນກ້າທີ່ຕ້ອງການດູແລອົບຮົມສັ່ງສອນຈາກພໍ່-ແມ່, ຜູ້ປົກຄອງ, ຄູ-ອາຈານ ແລະ ສັງຄົມ ເພື່ອສ້າງພູມຄຸ້ມກັນໃຫ້ເດັກຫ່າງໄກຈາກສິ່ງທີ່ບໍ່ດີ ສ້າງໃຫ້ເຂົາເຈົ້າເຕີບໃຫຍ່ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ເປັນຜູ້ສືບທອດໃນອະນາຄົດ.
 
ໃນພິທີ, ທ່ານ ນາງ ໄຊທິດາ ພົມວິຫານ ໄດ້ໃຫ້ຮູ້ປະຫວັດຄວາມເປັນມາ, ການສະເຫຼີມສະຫຼອງວັນເດັກນ້ອຍສາກົນຊຶ່ງແຕ່ລະປີແມ່ນເຫດການທີ່ສໍາຄັນຕໍ່ເດັກ ຈຸດປະສົງແນໃສ່ຊຸກຍູ້ສົ່ງເສີມພັດທະນາ ແລະ ປົກປ້ອງເດັກໃນທົ່ວໂລກໃຫ້ເດັກມີຄວາມເປັນຢູ່ທີ່ດີ ແລະການດໍາເນີນກິດຈະກໍາຕ່າງໆ ເພື່ອເດັກ. ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກທີ່ເປັນອະນາຄົດຂອງຊາດເປັນເມັດພຶດເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ.ຄອບຄົວກໍແມ່ນຈຸດໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາຊີວິດຂອງເດັກໃນການເຂົ້າເຖິງການບໍລິການທາງດ້ານສຸຂະພາບ ແລະ ເຂົ້າຮ່ວມກິດຈະກໍາອື່ນໆ ຕາມຄວາມສາ ມາດ, ບັນດາປະຊາຊາດໃນທົ່ວໂລກຈຶ່ງໄດ້ສະເຫຼີມສະຫຼອງວັນເດັກນ້ອຍສາກົນຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດຕົນ. ໃນພິທີໄດ້ມີກິດຈະກໍາຖາມ-ຕອບ, ຮ້ອງເພັງສະແດງຄວາມສາມາດຂອງເດັກ ແລະມອບຂອງຂວັນໃຫ້ເດັກຕື່ມອີກ.
ຂ່າວ-ພາບ: ສນຊ