5 ບ້ານເມືອງບົວລະພາຮັບໃບຢັ້ງຢືນບ້ານກະສິກໍາພັດທະນາ

  ພິທີປະກາດຮັບຮອງເອົາ ບ້ານນາເປງ, ຕະຫຼອງ, ນາພະນັງ, ຫຼັງຄັງ ແລະບ້ານທົ່ງຂາມ ເມືອງ ບົວລະພາ ແຂວງຄຳມ່ວນເປັນບ້ານແບບ ຢ່າງດ້ານກະສິກຳ ແລະ ປ່າໄມ້ແມ່ນໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2018 ທີ່ ບ້ານນາເປງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ໂອໄດ ສຸ ດາພອນ ເຈົ້າແຂວງໆ ຄຳມ່ວນ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ມີບັນດາກົມ,ພະແນກການ, ເມືອງ ວິລະບູລີ ແຂວງສະຫວັນນະເຂດ, ບັນດາເມືອງຕ່າງໆອ້ອມຂ້າງແຂວງ, ພາກສ່ວນທີ່ກ່ຽວຂ້ອງຕະຫຼອດເຖິງອຳນາດການປົກຄອງ ບ້ານ, ພໍ່ແມ່ປະຊາຊົນ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມເຂົ້າຮ່ວມຢ່າງຫຼວງຫຼາຍ.

   ພິທີປະກາດເອົາ 5 ບ້ານຂອງ ເມືອງບົວລະພາ ເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ຄັ້ງນີ້ໄດ້ມີການສະແດງຂະບວນແຫ່ທຸງທິວຂອງນ້ອງຊາວໜຸ່ມ, ນັກຮຽນ, ການສະແດງການກວດກາລາດຕະເວນ, ການປ້ອງກັນເວນຍາມ, ການສຳຫຼວດເບິ່ງຜູ້ບຸກລຸກ ແລະ ລັກລອບຕັດໄມ້ໃນເຂດປ່າສະຫງວນຂອງຈຸງານລາດຕະເວນຂັ້ນບ້ານ, ການສະແດງບົດຟ້ອນຂອງນັກຮຽນ ມສ ບົວລະພາ ແລະສະຫະພັນແມ່ຍິງບ້ານມີຂະບວນແຫ່ກ້ອນກຳລັງຂອງປະຊາຊົນບັນດາເຜົ່າໃນແຕ່ລະບ້ານທີ່ສະແດງເຖິງມູນເຊື້ອດຸໝັ່ນຂະຫຍັນພຽນໃນການປູກຝັງລ້ຽງ ສັດເພື່ອດຳລົງຊິວິດການເປັນຢູ່.

   ທ່ານ ບົວລຽນ ແສນສົມຫວັງ ຕາງໜ້າໃຫ້ແກ່ທາງອຳນາດການປົກຄອງທັງ 5 ບ້ານ ກໍໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດການສ້າງຄອບຄົວຕົວແບບ ແລະບ້ານແບບຢ່າງທາງດ້ານກະສິກຳ ແລະປ່າໄມ້ຂອງບ້ານນາ ເປງ ເມືອງບົວລະພາຊຶ່ງບ້ານດັ່ງກ່າວປະກອບມີ 88 ຄອບຄົວ, ພົນລະເມືອງ 504 ຄົນ, ຍິງ 259 ຄົນ, ມີເນື້ອທີ່ບ້ານ 2.610  ເຮັກຕາ, ເນື້ອທີ່ກະສິກຳ 764 ເຮັກຕາ, ເນື້ອທີ່ປ່າໄມ້ 1.647 ເຮັກຕາ, ໄດ້ສຳເລັດການຈັດສັນ-ແບ່ງເຂດຕອນດິນ, ໃນນັ້ນຕອນດິນກະສິກຳມີເນື້ອທີ່ນາປີ 264 ເຮັກຕາ, ເນື້ອທີ່ທົ່ງຫຍ້າທຳມະຊາດ 259 ເຮັກຕາ, ເນື້ອທີ່ດິນສຳລັບຂະຫຍາຍນາ 220 ເຮັກຕາ ແລະເນື້ອທີ່ສວນ 20 ເຮັກຕາ,ຢູ່ໃນເຂດດິນກະສິກຳສ່ວນໃຫຍ່ແມ່ນມີລັກສະ ນະເປັນທົ່ງພຽງຕິດກັບຮ່ອມພູ, ແຄມປ່າ ແລະແຄມສາຍຫ້ວຍນໍ້າເປງຊຶ່ງເໝາະສົມແກ່ການປູກເຂົ້າ ແລະ ພືດຊະນິດຕ່າງໆ, ປະຊາຊົນສ່ວນໃຫຍ່ມີອາຊີບປູກຝັງ-ລ້ຽງສັດຈຳນວນ 76 ຄອບຄົວ, ສະຫຼຸບແລ້ວຄອບຄົວພາຍໃນບ້ານບັນລຸມາດຕະຖານທີ່ໄດ້ກຳນົດ 76 ຄອບ ຄົວ ກວມເອົາ 86,36% ຂອງຈໍານວນຄອບຄົວທັງໝົດໃນທົ່ວບ້ານໃນພິທີທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ທາງອໍານາດການປົກຄອງ ທັງ 5 ບ້ານ ແລະໃນໂອກາດດຽວກັນ ທ່ານ ໂອໄດ ສຸດາພອນເຈົ້າ ແຂວງໆຄໍາມ່ວນກໍໄດ້ເປັນກຽດມອບໃບຢັ້ງຢືນບ້ານແບບຢ່າງທາງດ້ານກະສິກຳ ແລະປ່າໄມ້ພ້ອມທັງມີຄໍາເຫັນໂອ້ລົມຕໍ່ພິທີ.