ອັດຕະປື ສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ

ແຂວງອັດຕະປື ຈັດກິດຈະກຳສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໃນວັນທີ 1 ມິຖຸນາ 2026 ທີ່ທ່າຜາມໄຊ ລໍານໍ້າເຊກອງ ໂດຍມີທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງອັດຕະປື ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ພະນັກງານ-ລັດຖະກອນ, ນັກທຸລະກິດຜູ້ປະກອບການ, ນັກຮຽນຮູ້ບັນຍາຊົນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ກົງໃຈ ສີດາວົງ ຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມແຂວງ ໄດ້ລາຍງານວ່າ: ການຈັດກິດຈະກຳສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປະຈຳປີ 2026 ຄັ້ງນີ້ ໂດຍແມ່ນປະຕິບັດຕາມຄຳຂວັນ "ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2026 ຄົບຮອບ 46 ປີ ຢ່າງສຸດໃຈ, ຮ່ວມແຮງຮ່ວມໃຈຊ່ວຍກັນປູກຕົ້ນໄມ້ ໃຫ້ໄດ້ຢ່າງໜ້ອຍ ໜຶ່ງຕົ້ນຕໍ່ຄົນຕໍ່ປີ, ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ກາຍເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການຮັກສາສິ່ງແວດລ້ອມ, ຫລຸດຜ່ອນມົນລະຜິດທາງອາກາດ".
ສໍາລັບກິດຈະກຳສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ທົ່ວແຂວງອັດຕະປື ໄດ້ກຳນົດເນື້ອທີ່ຈະປູກທັງໝົດ 9,73 ເຮັກຕາ, ເທົ່າກັບ 7.068 ເບ້ຍ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ວັນທີ 29 ພຶດສະພາເປັນຕົ້ນມາ ແຕ່ລະເມືອງໄດ້ກຳນົດເນື້ອທີ່ ທີ່ຈະປູກໃນສະຖານທີ່ສໍາຄັນຂອງແຕ່ລະເມືອງ.
ສໍາລັບພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງສາມັກຄີໄຊ ແມ່ນໄດ້ກຳນົດເອົາ ທ່າຜາມໄຊ ແຄມນໍ້າເຊກອງ, ຊຶ່ງຕັ້ງຢູ່ບ້ານເຊກອງ ເມືອງສະມັກຄີໄຊ ດ້ວຍການປູກຕົ້ນໄມ້ ປະເພດໄມ້ຍາງ ຕາມແຜນລຽບທັງສອງຝັ່ງເຊກອງ ແລະ ຝັ່ງບ້ານເຊກະໝານ 313 ຕົ້ນ, ສະເພາະໃນມື້ນີ້ ແມ່ນຈະປູກໃນຈໍານວນ 46 ຕົ້ນ ຊຶ່ງພໍດີກັບວັນຄົບຮອບ 46 ປີ ວັນປູກຕົ້ນໄມ້ແຫ່ງຊາດ, ທັງເປັນການຜັນຂະຫຍາຍເນື້ອໃນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງແຂວງ (2026-2030) ທີ່ໄດ້ກຳນົດໄວ້ວ່າ: ສ້າງແຂວງອັດຕະປື ໃຫ້ເປັນແຂວງສີຂຽວ, ສະເໜ່, ສະຫງົບ, ປອດໄພ ກາຍເປັນເຂດບໍລິການດ້ານການທ່ອງທ່ຽວພາຍໃນພາກພື້ນ, ອະນຸພາກພື້ນ ພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງແຂວງຢ່າງມີຈຸດສຸມ ມີຄຸນະພາບ, ມີຄວາມສົມດູນ ແລະ ຍືນຍົງ.
ນອກຈາກການປູກໃນພິທີດັ່ງກ່າວນີ້ແລ້ວ ຍັງຈະໄດ້ສືບຕໍ່ປະສານສົມທົບກັບອຳນາດການປົກຄອງແຕ່ລະຂັ້ນ ກໍຄືຫ້ອງການກະສິກຳ ແລະ ສິ່ງແວດລ້ອມ 5 ເມືອງ, ຜູ້ປະກອບການ ແລະ ບັນດາໂຄງການລົງທຶນຂອງພາກເອກະ ຊົນສືບຕໍ່ຈັດຕັ້ງປະຕິບັດການປູກ ແລະ ຟື້ນຟູປ່າ ຕາມແຜນທີ່ໄດ້ກຳນົດໄວ້ໃນປີ 2026 ໃຫ້ສໍາເລັດຕາມແຜນການ.
ທັງນີ້ກໍເພື່ອໃຫ້ສະພາບແວດລ້ອມສົດໃສ, ລະບົບນິເວດມີຄວາມສົມດູນ, ປ່າໄມ້ ແລະ ຫ້ວຍນ້ຳລຳເຊເຕັມໄປດ້ວຍຊີວະນາໆພັນເພີ່ມອັດຕາການປົກຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ໃນທົ່ວປະເທດແນໃສ່ຄວາມອຸດົມສົມບູນຂອງດິນ, ນ້ຳ, ອາກາດຕະຫລອດຮອດການນຳໃຊ້ປ່າໄມ້ໃຫ້ເກີດປະໂຫຍດສູງສຸດດ້ວຍການປູກ ແລະບົວລະບັດຮັກສາໃຫ້ເຕີບໃຫຍ່ຂະຫຍາຍຕົວ.