ລະມາມ ເປີດຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ໃນວັນທີ 1 ມິຖຸນາ 2026 ນີ້ ເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີປູກຕົ້ນໄມ້ທີ່ສວນຫຼັກເມືອງ ທັງນີ້ເພື່ອເປັນການປູກຈິດສຳນຶກໃຫ້ທຸກຄົນຮູ້ຈັກຄຸນຄ່າຂອງທຳມະຊາດ ແລະ ບໍ່ທຳລາຍທຳມະຊາດ ໂດຍມີທ່ານ ຂັນຕີ ສີລະວົງສາ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງລະມາມ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
 
ທ່ານ ຂັນຕີ ສີລະວົງສາ ໄດ້ກ່າວວ່າ: ມື້ນີ້ແມ່ນເປັນອີກມື້ໜຶ່ງທີ່ເປັນຂະບວນການໃຫຍ່ສຳລັບການປູກຕົ້ນໄມ້ເພື່ອຄືນສະພາບແວດລ້ອມໃຫ້ທຳມະຊາດ ເພື່ອເພີ່ມພື້ນທີ່ປົກຫຸ້ມສີຂຽວໃຫ້ກວມຫຼາຍກວ່າ 70%ຂຶ້ນໄປ ແລະ ເພື່ອເຮັດໃຫ້ວັນເດັກນ້ອຍສາກົນ ຕິດພັນກັບ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2026 ໃຫ້ມີບັນຍາກາດຟົດພື້ນ ແລະ ທັງເປັນການປຸກລະດົມທຸກພາກສ່ວນໃນສັງຄົມປະກອບສ່ວນ ຢ່າງແຂງແຮງ, ເພື່ອສ້າງເທສະບານເມືອງລະມາມ ແຂວງເຊກອງ ໃຫ້ສະອາດ, ສີຂຽວ, ສວຍງາມ ຕາມທິດສີຂຽວ ແລະ ຍືນຍົງ.
 
ທ່ານປະທານຄະນະກຳມະການປົກຄອງແຂວງ ຍັງໄດ້ຊີ້ນໍາໃຫ້ການນໍາເມືອງ ແລະ ຂະແໜງການກ່ຽວຂ້ອງ ໃຫ້ຖືສໍາຄັນໃນການເອົາໃຈໃສ່ປົກປັກຮັກສາ ເພື່ອໃຫ້ອັດຕາລອດຕາຍສູງຂຶ້ນກວ່າປີທີ່ຜ່ານມາ ໂດຍເມືອງຕ້ອງມອບຄວາມຮັບຜິດຊອບໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນແຕ່ລະຄົນໃຫ້ໄດ້ປູກຕົ້ນໄມ້ ຜູ້ລະ 1 ຕົ້ນ ແລະ ຕ້ອງເປັນເຈົ້າການໃນການເບິ່ງແຍງ, ດູແລຕົ້ນໄມ້ທີ່ປູກໄປແລ້ວໃນເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຍືນຍົງ ແລະ ຂຽວສົດງົດງາມຕະຫຼອດໄປ. ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ແມ່ນປະເພດຕົ້ນໄມ້ປະດັບ ປະກອບມີ: ຕົ້ນສົນ, ຕົ້ນຄູນພື້ນບ້ານ, ຕົ້ນຄູນອິນເດຍ ລວມທັງໝົດ 1,716 ຕົ້ນ ໂດຍປູກຕາມດອນກາງທາງເບຕົງຈຸດປູກແມ່ນເລີ່ມແຕ່ເສັ້ນທາງເບຕົງ ປະຕູເຂົ້າ-ອອກເມືອງ ບ້ານຮ່ອງໄລ່ ຫາ ໜ້າໂຮງຮຽນການເມືອງ-ການປົກຄອງແຂວງ.
ຂ່າວ-ພາບ: ພຸດທະສອນ