ເມືອງມຸນລະປາໂມກ ເຮັດບຸນຕັກບາດ ເທິງຍອດ "ພູແຫຼມ" ສົ່ງເສີມການທ່ອງທ່ຽວແບບອະນຸລັກ

ໃນຕອນເຊົ້າວັນທີ 30 ພຶດສະພາ 2026 ນີ້, ຢູ່ທີ່ແຫຼ່ງທ່ອງທ່ຽວທຳມະຊາດ "ພູແຫຼມ" ຕາແສງນາດີ, ເມືອງມຸນລະປາໂມກ, ແຂວງຈຳປາສັກ ໄດ້ຈັດກິດຈະກຳທຳບຸນຕັກບາດ ແລະ ຖວາຍສັງຄະທານຂຶ້ນຢ່າງເປັນທາງການ, ເພື່ອເປັນການເຊື່ອມໂຍງການອະນຸລັກວັດທະນະທຳ-ຮີດຄອງປະເພນີອັນດີງາມ ຄວບຄູ່ກັບການສົ່ງເສີມການທ່ອງທ່ຽວສີຂຽວແບບຍືນຍົງ; ເຂົ້າຮ່ວມໃນພິທີມີ ພະອາຈານ ບຸນຊູ ພິມມະສອນ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງມຸນລະປາໂມກ ພ້ອມຄະນະສົງ, ທ່ານ ວັນລະເດດ ແກ້ວຈັນທາ ເລຂາພັກເມືອງໆມຸນລະປາໂມກ, ມີຄະນະນຳຂອງເມືອງ, ພໍ່ແມ່ປະຊາຊົນບັນດາເຜົ່າ ຕະຫຼອດຮອດນັກທ່ອງທ່ຽວເຂົ້າຮ່ວມຢ່າງພ້ອມເພງ.
 
ໃນກິດຈະກຳ, ບັນດາຜູ້ເຂົ້າຮ່ວມ ແລະ ນັກທ່ອງທ່ຽວ ຕ່າງກໍໄດ້ພ້ອມໃຈກັນນຸ່ງຖືຊຸດປະຈຳເຜົ່າ ແລະ ຜ້າໄໝລາວຢ່າງເປັນລະບຽບຮຽບຮ້ອຍ ແລະ ຈົບງາມ ເພື່ອຮ່ວມກັນຕັກບາດຢາດນ້ຳ ຮັບພອນຮຸ່ງອະລຸນ ທ່າມກາງບັນຍາກາດທຳມະຊາດອັນບໍລິສຸດ ແລະ ທະເລໝອກຍາມເຊົ້າ ເທິງຍອດພູແຫຼມ ດ້ວຍຈິດໃຈເຫຼື້ອມໃສສັດທາ.
 
ການຈັດກິດຈະກຳໃນຄັ້ງນີ້ ບໍ່ພຽງແຕ່ເປັນການສືບສານ, ປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດໃຫ້ຍືນຍົງເທົ່ານັ້ນ, ແຕ່ຍັງເປັນການເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບຄວາມງາມຂອງທຳມະຊາດ ຄວບຄູ່ກັບການຮຽນຮູ້ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ. ນອກຈາກນີ້, ຍັງເປັນທ່າແຮງ ແລະ ແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການທ່ອງທ່ຽວ, ກະຕຸ້ນເສດຖະກິດ, ສ້າງລາຍຮັບໃຫ້ແກ່ປະຊາຊົນໃນພື້ນທີ່ ພ້ອມທັງຍົກລະດັບໃຫ້ແຫຼ່ງທ່ອງທ່ຽວ "ພູແຫຼມ" ກາຍເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວແບບອະນຸລັກທີ່ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງຈຳປາສັກໃນອະນາຄົດ.