
ວັນທີ 28 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫລ່ງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ແລະ ແຜນວຽກຈຸດສຸມ ໃນເດືອນມິຖຸນາ 2026 ວ່າ: ແຜນວຽກຈຸດສຸມ ໃນເດືອນມິຖຸນາ 2026 ຂອງລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X (2026-2030), ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ທີ່ສະພາແຫ່ງຊາດໄດ້ຮັບຮອງ ຕາມມະຕິ 177/ສພຊ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ໃນມະຕິຂອງສະພາແຫ່ງຊາດ ທີ່ພົວພັນກັບລັດຖະບານ, ໃນນີ້ ໃຫ້ເອົາໃຈໃສ່ບາງວຽກຈໍານວນໜຶ່ງ ດັ່ງນີ້:
1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາສະແກມເມີ, ບັນຫາຢາເສບຕິດ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ; ຄຸ້ມຄອງ ສະຖານທີ່ບັນເທີງ, ສະຖານທີ່ບໍລິການ ແລະ ສະຖານທີ່ພັກເຊົາຕ່າງໆ ທີ່ຄົນຕ່າງປະເທດມາເຊົ່າ ໃຫ້ດໍາເນີນຖືກຕ້ອງຕາມລະບຽບກົດໝາຍ;
2. ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2026, ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ, ກອງປະຊຸມ ສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ X; ສຸມໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມລັດຖະບານຄັ້ງປະຖົມມະລຶກ ຊຸດທີ 10 ກໍ່ຄື ທິດຊີ້ນໍາກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດ້ວຍຄວາມຮັບຜິດຊອບສູງ;
3. ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຕິດຕາມ ແລະ ກະກຽມຮັບມື ກັບໄພພິບັດທີ່ອາດຈະເກີດຂຶ້ນ ພ້ອມທັງ ມີມາດຕະການຟື້ນຟູ ຜົນກະທົບຈາກໄພພິບັດ ຢ່າງທັນການ; ສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ຖໍ້າຜາ ບ້ານພັນໄຊ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ; ພ້ອມດຽວກັນນັ້ນ ກໍໃຫ້ແຂວງໄຊສົມບູນ ຮີບຮ້ອນຄົ້ນຄວ້າຮູບການຍ້ອງຍໍ ຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ລວມທັງ ພົນລະເມືອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອໃນພາລະກິດຄັ້ງນີ້ ໃຫ້ທັນການ ແລະ ເໝາະສົມ;
4. ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນດ້ວຍການສຸມໃສ່ການຫັນເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫຼາຍຂຶ້ນ;
5. ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ດັດສົມເງິນຕາຕ່າງປະເທດ ໃຫ້ສາມາດຮັບປະກັນການສະໜອງເງິນຕາຕ່າງປະເທດ ໃຫ້ການຊໍາລະການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມທັງ ຄົ້ນຄວ້າມາດຕະການສະ ໜັບສະໜູນດ້ານການເງິນ ໃຫ້ສິນເຊື່ອດອກເບ້ຍຕໍ່າ ແກ່ຊາວກະສິກອນ ທີ່ໄດ້ຮັບຜົນກະທົບຈາກລາຄານໍ້າມັນເຊື້ອໄຟ;
6. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຈັດຕັ້ງ 6 ມາດຕະການ ໃນການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ຢ່າງເຂັ້ມງວດ ແລະ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນກໍານົດຈຸດ ແລະ ອອກແບບສາງນໍ້າມັນເຊື້ອໄຟຢູ່ບັນດາແຂວງ ໃຫ້ສໍາເລັດຕາມແຜນການ;
7. ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຊີ້ນໍາພະແນກກະສິກໍາ ແລະ ສິ່ງແວດລ້ອມ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີເອົາໃຈໃສ່ ການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ການກະກຽມໃຫ້ແກ່ການຜະລິດລະດູຝົນ, ການຟື້ນຟູສ້ອມແປງໂຄງການຊົນລະປະທານ, ສ້ອມແປງ ແລະ ອະນາໄມຄອງເໝືອງ, ອ່າງເກັບນໍ້າ ແລະ ກຽມຈັກສູບນໍ້າສໍາຮອງໄວ້ໃນຈຸດທີ່ຈໍາເປັນ, ທັງເອົາໃຈໃສ່ຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ປ້ອງກັນ ໂດຍກະກຽມວິຊາການດ້ານສັດຕະວະແພດ ແລະ ເຄື່ອງມືອຸປະກອນ, ຢາກັນພະຍາດ ແລະ ຢາປິ່ນປົວສັດ ເພື່ອພ້ອມຕອບໂຕ້ການລະບາດຂອງພະຍາດສັດ ທີ່ອາດຈະເກີດຂຶ້ນ;
8. ໃຫ້ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການກະກຽມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ໄດ້ ໜຶ່ງຕົ້ນ ຕໍ່ຄົນຕໍ່ປີ; ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນໍາມະຫາວິທະຍາໄລແຫ່ງຊາດ ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການນໍາຂັ້ນສູງ ເຂົ້າຮ່ວມພິທີປູກຕົ້ນໄມ້ ແລະ ພົບປະນັກຮຽນ-ນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ; ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ນະຄອນຫຼວງວຽງຈັນ ກະກຽມປູກຕົ້ນໄມ້ ຢູ່ສວນເຈົ້າອະນຸວົງ;
9. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນປັບປຸງແຜນຜັງເມືອງ ຂອງນະຄອນຫຼວງວຽງຈັນ ໄລຍະທີ 3; ຊຸກຍູ້ບໍລິສັດ ທາງລົດໄຟ ລາວ-ຈີນ ໃຫ້ການຮ່ວມມືກັບຂະແໜງການເງິນ ເພື່ອເຂົ້າໄປຕິດຕັ້ງລະບົບເກັບຄ່າຊັກພິເສດ, ການຂົນສົ່ງແຮ່ທາດ; ພ້ອມນັ້ນ ກໍໃຫ້ກະກຽມຄວາມພ້ອມຮອບດ້ານ ເພື່ອສ້ອມແປງທາງໃນລະດູຝົນ ໂດຍສະເພາະ ເສັ້ນທາງຫຼວງ ແຂວງ ຫາ ແຂວງ ບໍ່ໃຫ້ມີເສັ້ນທາງຂາດ;
10. ໃຫ້ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນໍາຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຮີບຮ້ອນກວດກາຄືນຄວາມຖືກຕ້ອງຕົວເລກຕ່າງໆ ຂອງການສໍາຫຼວດພົນລະເມືອງ ຄັ້ງທີ V ປີ 2025 ໃຫ້ສໍາເລັດໂດຍໄວ;
11. ກະຊວງສາທາລະນະສຸກ ເອົາໃຈໃສ່ຕິດຕາມ ແລະ ວາງມາດຕະການປ້ອງກັນ, ແກ້ໄຂ ການລະບາດຂອງພະຍາດລະດູການ ໂດຍສ້າງແຜນຮັບມືແຕ່ຫົວທີ, ສ້າງລະບົບລາຍງານການລະບາດເປັນລະບົບ ແລະ ໃຫ້ໂລ່ງລ່ຽນ, ຮັບປະກັນສາງຢາມີພຽງພໍ ໂດຍສະເພາະ ວັກຊິນ ແລະ ຢາປິ່ນປົວພື້ນຖານ, ທັງຕິດຕາມຊຸກຍູ້ ແລະ ປະເມີນຄືນ ກ່ຽວກັບວຽກງານພັດທະນາສຸຂະພາບຂັ້ນຕົ້ນ ເປັນຕົ້ນ ນໍ້າສະອາດ, ວິດຖ່າຍ, ບ້ານສຸຂະອະນາໄມ ແລະ ບ້ານສາທາລະນະສຸກແບບຍືນຍົງ;
12. ສຸມໃສ່ແກ້ໄຂບັນດາຂໍ້ສະເໜີຂອງບັນດາແຂວງ ໃຫ້ແຕ່ລະພາກສ່ວນ ກວດກາຄືນບັນດາເອກະສານທາງການ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ທີ່ໄດ້ເຊັນຢັ້ງຢືນຈາກນາຍບ້ານ ໃນເມື່ອກ່ອນ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ; ໃຫ້ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ສະໜອງຂໍ້ມູນຜົນການປະເມີນບັນດາໂຄງການຂຸດຄົ້ນບໍ່ແຮ່ ໃຫ້ບັນດາແຂວງ ເພື່ອໃຫ້ແຂວງສະດວກໃນການຕິດຕາມ, ຊຸກຍູ້; ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບແຂວງອັດຕະປື ແລະ ແຂວງຈໍາປາສັກ ເພື່ອລົງສໍາຫຼວດເຂດແດນເຊື່ອມຕໍ່ ໃຫ້ລະອຽດຈະແຈ້ງ ແລະ ມີຊັດເຈນ;
13. ໃຫ້ແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການ: ປະເມີນການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ໂດຍສະເພາະ ການຜັດປ່ຽນກັນມາປະຈໍາການ ມີດ້ານດີ, ດ້ານອ່ອນ ແລະ ຈະຄວນສືບຕໍ່ຄືແນວໃດ? ; ສັງລວມກ່ຽວກັບການຈັດຕັ້ງປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມທີ່ໄດ້ລະບຸໃນມະຕິ, ຄໍາສັ່ງ, ແຈ້ງການຕ່າງໆ ແລ້ວລາຍງານໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຊາບກ່ອນການດໍາເນີນກອງປະຊຸມລັດຖະບານ ແຕ່ລະເດືອນ;
14. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາ ພັກ-ລັດ, ແຜນຮ່ວມມືສອງຝ່າຍ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຕ້ອນຮັບການເດີນທາງຢ້ຽມຢາມ ສປປ ລາວ ຂອງການນຳຂັ້ນສູງຕ່າງປະເທດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ ແລະ ລັດ ເດີນທາງຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆ ຢູ່ຕ່າງປະເທດ ໃນເດືອນມິຖຸນາ 2026.