ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສໍາເລັດຜົນຢ່າງຈົບງາມ ໃນວັນທີ 29 ພຶດສະພານີ້, ທີ່ ຫ້ອງປະຊຸມໃຫຍ່ ຄອສພ ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ອະດີດຄະນະພັກ-ຄະນະນໍາ ຄອສພ, ມີຜູ້ແທນສົມບູນ 189 ສະຫາຍ ຍິງ 83 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີບົດບາດການນໍາພາ ຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງ ໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ". ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງ ຂອງຄະນະພັກ ສະໄໝທີ V ຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຜົນງານການເຄື່ອນໄຫວວຽກງານ ໂຄສະນາອົບຮົມ ໄລຍະ 5 ປີ ຜ່ານມາ; ໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະສັນຮັບຮອງເອົາບັນດາທິດທາງ, ໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມ ໃນໄລຍະ 5 ປີຕໍ່ໜ້າ; ແຜນພັດທະນາວຽກງານໂຄສະນາອົບຮົມ (2026-2030) ຂອງອົງຄະນະພັກ ຄອສພ ໃນ 9 ແຜນງານ, 42 ໂຄງການ; ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະພັກ ຄອສພ ຊຸດທີ V ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຄະນະພັກຊຸດເກົ່າ ຊຶ່ງມີຜົນສໍາເລັດທີ່ຕັ້ງໜ້າຫຼາຍປະການ; ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນ ຄອສພ; ບົດບາດການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຮັບໃຊ້ວຽກງານໂຄສະນາອົບຮົມ; ພັກນໍາພາວຽກງານອົງການຈັດຕັ້ງມະຫາຊົນ ແລະ ບົດບາດຂອງວຽກງານສື່ມວນຊົນ, ຊຶ່ງບົດປະກອບຄຳເຫັນຂອງແຕ່ລະພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ ພ້ອມທັງໄດ້ໃຫ້ຄວາມຕັດສິນໃຈສູງຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ.

ກອງປະຊຸມໃຫຍ່ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ກົດລະບຽບຂອງພັກ, ທັງຖືກຕ້ອງ ສອດຄ່ອງຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 20 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ, ເລືອກຕັ້ງເອົາ 17 ສະຫາຍ, ຍິງ 1 ສະຫາຍ ເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານສໍາຄັນໃນຕໍ່ໜ້າ. ກອງປະຊຸມຄັ້ງປະ ຖົມມະລືກໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ຄໍາພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກ ຄອສພ ສະໄໝທີ VI, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ, ເລືອກເອົາຄະນະປະຈໍາພັກ 5 ສະຫາຍ, ປະທານກວດກາພັກ 1 ສະຫາຍ, ຮອງປະທານກວດກາ 4 ສະຫາຍ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນຫຼາຍບັນຫາຕໍ່ກອງປະຊຸມໃຫຍ່ຄື: ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບສູງ, ບັນດາສະຫາຍຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນສັງຄົມໃຫ້ເລິກເຊິ່ງ. ຈາກນັ້ນ, ຮີບຮ້ອນຈັດສັນເນື້ອໃນແນວທາງ ແລະ ແບບແຜນສຶກສາອົບຮົມ ແຕ່ລະເປົ້າໝາຍຕ່າງໆ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດນັ້ນໆ; ເພື່ອຕອບຕ້ານບັນດາກົນອຸບາຍ, ເລ່ລ່ຽມ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຜູ້ເຮັດວຽກໃນຂົງເຂດແນວຄິດ ຕ້ອງກຳໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງ ຂອງພວກເຂົາເຫຼົ່ານັ້ນ ເພື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມສະຖານະການ. ໃນນັ້ນ, ຕ້ອງທັນການ, ແຕ່ຕ້ອງເຕັມໄປດ້ວຍຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຕໍ່ວຽກງານໂຄສະນາ ການອອກແບບໂຄສະນາດ້ວຍຫຼາຍຮູບ, ຫຼາຍສີ, ແຕ່ໃຫ້ຮັບປະກັນຄວາມເລິກເຊິ່ງ, ກວ້າງຂວາງ ແມ່ນມີຄວາມຈຳເປັນໃນສັງຄົມປັດຈຸບັນ. ສາມາດນຳໃຊ້ສື່ມວນຊົນ ຢ່າງກວ້າງ ຂວາງ ແລະ ຫຼາກຫຼາຍ ທີ່ເປັນພາຫະນະສຳຄັນ ທີ່ສັງຄົມຕ້ອງການ ທີ່ເປັນຊີວິດປະຈຳວັນຂອງເຂົາເຈົ້າຢູ່ນັ້ນ ໃຫ້ມີຫຼາຍຮູບຫຼາຍສີກວ່າເກົ່າ. ນອກນັ້ນ, ກໍມີການຈັດປາຖະກະຖາ,  ສຳມະນາຜ່ານອົງການຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມ ທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈ ຂອງແຕ່ລະເປົ້າໝາຍ ແລະ ສະເໜີໃຫ້ຄະນະໂຄສະນາອົບຮົມ ມີພາຫະນະເປັນສື່ ທີ່ຂຶ້ນກັບຕົນເອງເຊັ່ນ: ໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານຕ່າງໆ ລວມທັງສ້າງເງື່ອນໄຂໃຫ້ສາມາດນຳໃຊ້ສື່ອອນລາຍ ໃຫ້ເປັນຂອງຕົນເອງ ທີ່ເປັນປະໂຫຍດໃນການເຮັດໜ້າທີ່ເປັນພາຫະນະໃນການໂຄສະ ນາອົບຮົມ; ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບ ກັບຄະນະສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳ ຂອງພັກ; ພົວພັນໃກ້ຊິດ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນກາງພັກ ວາງແນວທາງນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້ານີ້, ໃຫ້ຖືກຕ້ອງສອດຄ່ອງກັບສະພາບການແຫ່ງຄວາມຮຽກຮ້ອງຕ້ອງການ ທີ່ແທ້ຈິງ; ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ, ສິດ, ໜ້າທີ່, ແລະ ແບບແຜນວິທີເຮັດວຽກ ຂອງ ຄອສພ ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ ການບັນຈຸສັບຊ້ອນພະນັກງານ ເຂົ້າໃສ່ບັນດາຕໍາແໜ່ງງານໃຫ້ແທດເໝາະ; ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນຢູ່ພາຍໃນການຈັດຕັ້ງ ຂອງອົງຄະນະພັກຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານ-ສະ ມາຊິກພັກ ເປັນຂໍກະແຈໃຫ້ແກ່ການຮັບປະກັນໜ້າວຽກທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ. ເປົ້າໝາຍໜຶ່ງທີ່ສຳຄັນທີ່ຜູ້ເຮັດວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳນັ້ນ, ແມ່ນການຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດຂອງຄົນ, ຂອງສັງຄົມ ໃນຍຸກແຫ່ງການປ່ຽນແປງໃໝ່ ໃຫ້ກ້າວໜ້າຕໍ່ໄປ, ສິ່ງສຳຄັນທີ່ສຸດ ແມ່ນຄ່ານິຍົມຂອງສັງຄົມ-ຂອງຊາວໜຸ່ມ ວຽກງານໂຄສະນາອົບຮົມ ເຮົາຈະຮັບມື ແລະ ກະທົບໃສ່ແນວໃດ.

ທີ່ມາ: ປະຊາຊົນ